• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂທລະເລກທາງການຂອງນາຍົກລັດຖະມົນຕີກ່ຽວກັບການປັບປຸງ, ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19

      ໃນໄລຍະຜ່ານມາ, ທັງລະບົບການເມືອງໄດ້ຕັ້ງໜ້າເຂົ້າຮ່ວມຢ່າງທັນການ, ຫຼາຍມາດຕະການ ປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ທີ່ເໝາະສົມຖືກຜັນຂະຫຍາຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ (ພາບ: VGP)
      ວັນທີ 2 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫາກໍ່ມີໂທລະເລກທາງການກ່ຽວກັບ ການປັບປຸງ, ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19. ໂທລະເລກທາງການຊີ້ແຈ້ງວ່າ: ໃນໄລຍະຜ່ານມາ, ທັງລະບົບການເມືອງໄດ້ຕັ້ງໜ້າເຂົ້າຮ່ວມຢ່າງທັນການ, ຫຼາຍມາດຕະການ ປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ທີ່ເໝາະສົມຖືກຜັນຂະຫຍາຍ. ມາຮອດປັດຈຸບັນ, ຫວຽດນາມໄດ້ຄວບຄຸມສະພາບການໂດຍພື້ນຖານແລ້ວ. ແຕ່ເຖິງແນວນັ້ນກໍ່ຕາມ, ຫຼາຍແຫ່ງກໍ່ໄດ້ປະໝາດ, ຂາດຄວາມລະມັດລະວັງ, ບໍ່ປະຕິບັດບັນດາມາດຕະການ ປ້ອງກັນ, ຕ້ານໂລກລະບາດຕາມ 5 ຂໍ້ກຳນົດຢ່າງເຂັ້ມງວດ, ໂດຍສະເພາະແມ່ນການໃຊ້ຜ້າອັດປາກ-ດັງ, ບໍ່ເຕົ້າໂຮມຫຼາຍຄົນ.
ໃນສະພາບການທົ່ວປະເທດພວມຕັ້ງໜ້າກະກຽມວຽກງານເລືອກຕັ້ງ ສສຊ ຊຸດທີ 15 ແລະ ສະມາຊິກສະພາ ປຊຊ ທຸກຂັ້ນ, ອາຍຸການ 2021-2026, ເພື່ອປັບປຸງບັນດາຂໍ້ຄົງຄ້າງຢ່າງທັນການ ແລະ ເພີ່ມທະວີວຽກງານ ປ້ອງກັນ, ຕ້ານໂລກລະບາດໂຄວິດ 19, ທ່ານນາຍົກລັດຖະມົນຕີສະເໜີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບັນດາການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດ ປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ແລະ ບັນດາຂໍ້ກຳນົດກ່ຽວກັບການ ປ້ອງກັນ, ຕ້ານໂລກລະບາດຂອງກະຊວງສາທາລະນະສຸກ. ເພີ່ມທະວີວຽກງານໂຄສະນາ, ບໍ່ປະໝາດ, ຂາດຄວາມລະມັດລະວັງ ແຕ່ບໍ່ໃຫ້ເກີດຄວາມວິຕົກວັງວົນ, ໂດຍສະເພາະແມ່ນຄວາມຂາດສະຖຽນລະພາບໃນສັງຄົມ.
(ແຫຼ່ງຄັດຈາກ VOV)

ກຳນົດລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນໄລຍະໃໝ່

ກຳນົດລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນໄລຍະໃໝ່

ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ຫວຽດນາມ ຕ້ອງກຳນົດແຈ້ງຄຸນຄ່າແກ່ນສານຂອງວິສາຫະກິດ

Top