18/02/2021 16:03 GMT+7 Email Print Like 0

ໂຕຄວາຍ ໃນຊີວິດການເປັນຢູ່ ດ້ານວັດທະນະທຳ ຂອງ ຄົນ ຫວຽດ

ໃນຄວາມຮັບຮູ້ ກ່ຽວກັບສັດ ຂອງຄົນ ຫວຽດ, ຄວາມສຳນຶກ ກ່ຽວກັບ ໂຕຄວາຍ ແມ່ນມີກ່ອນໝູ່. ຮູບພາບ ໂຕຄວາຍ ໄດ້ສະແດງ ອອກມາ ໃນທຸກຂົງເຂດ ຂອງ ຊີວິດການເປັນຢູ່ ດ້ານຈິດໃຈ ເມື່ອ ຫຼາຍພັນປີຜ່ານມາ. 
ເມື່ອກ່າວເຖິງ ປະຕິທິນ ຂອງ ບາງປະເທດ ຢູ່ ອາຊີຕາເວັນອອກ, ໃນນັ້ນມີ ຫວຽດນາມ, ໃນ 12 ລາສີ, ໂຕຄວາຍ ມີຊື່ ທາງສາສະໜາ ວ່າ ສະຫຼູ, ໃນແຖວທີສອງ ຖັດຈາກ ຊວດ (ໝູ) ແລະ ຕໍ່ໜ້າສັດ 10 ຊະນິດ ຄື: ເສືອ, ແມວ, ມັງກອນ, ງູ, ມ້າ, ແບ້, ລີງ, ໄກ່, ໝາ ແລະ ໝູ. ສັດ 12 ລາສີ ໃນປຶ້ມປະຕິທິນ ຊຶ່ງໃຊ້ ປີ, ເດືອນ, ວັນເພື່ອໄລ່ ເວລາ ຄືດັ່ງກ່າວມາຂ້າງເທິງ ເປັນຕົວແທນໃຫ້ແກ່ບັນດາປະເພດ ສັດ.

ຊາວຕາເວັນອອກ ໄດ້ຄົ້ນພົບ ແລະ ຕັ້ງຊື່ກຸ່ມດາວ ສີ່ກຸ່ມ, ລວມເຖິງ ດາວຫຼັກ  28 ດວງ. ຕາມຄວາມສຳນຶກ ຂອງ ຊາວຕາເວັນອອກ ໃນ ຈໍານວນນີ້ ມີດາວ ສອງດວງ ທີ່ແຈ້ງສະຫວ່າງ ກວ່າໝູ່ ມັນເຄີຍຖືກ ນຳມາ ປຽບກັບ ຄົນທີ່ມີພູມປັນຍາ ເກີນທຳມະດາ. 


ງານບຸນ ຕິກດ່ຽນ ໄດ້ຈັດຂຶ້ນຢູ່ຕາແສງ ຕຽນເຊີນ, ເທດສະບານ ຢຸຍຕຽນ, ແຂວງ ຮ່ານາມ ເປັນງານບຸນ ມີຄວາມໝາຍສົ່ງເສີມ ການ ກະເສດ ໄດ້ດຳເນີນໄປ ໃນວັນທີ 7
ເດືອນມັງກອນ ຂອງ ທຸກປີ. ງານບຸນດັ່ງກ່າວໄດ້ຈັດຂຶ້ນ ຄັ້ງທຳອິດ ເມື່ອສະຕະວັດທີ X, ຢູ່ບ້ານເກີດ ຂອງ ເຈົ້າຊີວິດ ເລດ້າຍແຮ່ງ.
ໃນພາບ: ສາກການສະແດງ ເຈົ້າຊີວິດ ເລດ້າຍແຮ່ງ ພາຄວາຍໄປໄຖນາ ພັ່ນທຳອິດໃນປີ. ພາບ: VNP



ງານບຸນຊົນຄວາຍ ໂດ່ເຊີນ ເປັນຮີດຄອງປະເພນີ ທີ່ມີມາແຕ່ປາງ ກ່ອນ ຂອງ ປະຊາຊົນ ໝູ່ບ້ານຊາວປະມົງ ຢູ່ເຂດທະເລ ໂດ່ເຊີນ,
ແຂວງ ຫາຍຟ່ອງ ຊຶ່ງໄດ້ຈັດຂຶ້ນໃນວັນທີ 9 ເດືອນສິງຫາ ຂອງ ແຕ່ລະປີ. ພາບ: VNP



ແຕ່ລະປີ, ເມື່ອຮອດວັນທີ 4-5 ຂອງ ບຸນເຕັດ, ງົວ, ຄວາຍປະ ມານ 20 ໂຕ ທີ່ເຮັດຈາກເຟືອງ ແລະ ຕໍເຟືອງ ຢູ່ຕາແສງ ດ້າຍດົ່ງ, ເມືອງ ຫວີງເຕື່ອງ, ແຂວງ ຫວີງຟຸກ ໄດ້ເຕົ້າໂຮມ ຢູ່ຕໍ່ໜ້າຫໍບູຊາ
ເພື່ອຈັດພິທີເລີ່ມເຄື່ອນໄຫວ ໃນປີໃໝ່ ກັບງານບຸນ “ຄວາຍເຟືອງ, ງົວຕໍເຟືອງ”. ພາບ: VNP



ຊາວເຜົ່າມົ້ງ ຢູ່ຕາແສງ ເຂົາຟ້າ (ມູ່ກັງຈ໊າຍ, ແຂວງ ອຽນບ໋າຍ) ໃຊ້ຄວາຍໄຖນາ ຂັ້ນໄດ ຫຼັງເອົານ້ຳ ເຂົ້ານາ. ພາບ: VNP


ຕະຫຼາດຊື້-ຂາຍ ຄວາຍ ກ໋ານເກົ໋າ (ເມືອງ ຊີມາກາຍ, ແຂວງລາວ ກາຍ) ໄດ້ເຕົ້າໂຮມກັນ ໃນວັນເສົາ ຂອງ ທຸກໆ ສັບປະດາ ເປັນຕະ ຫຼາດຊື້-ຂາຍ ຄວາຍໃຫຍ່ທີສຸດ ຢູ່ພາກເໜືອ ມີຄວາຍ ປະມານ 200 ໂຕ
ໄດ້ຮັບການຊື້-ຂາຍ ໃນງານຕະຫຼາດນັດແຕ່ລະຄັ້ງ. ພາບ: VNP



“ໝໍຂວັນຄວາຍ” ເປັນພິທີການເຊື່ອຖືທາງສາສະໜາ ຂອງ ຊາວ ເຜົ່າລື້ ຢູ່ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ເພື່ອສະແດງ ຄວາມຮູ້ ບຸນຄຸນຕໍ່ “ຄວາຍ” ສັດທີ່ມີຄວາມໃກ້ຊິດ ກັບຊາວກະສິກອນ. ພາບ: VNP


ໝໍເຢົາ ຈ້ຽວຈ່ອຍຫີນ ຢູ່ຕາແສງ ໂຮ່ເທົ່າ (ເມືອງ ຮວ່າງຊູຟີ່, ແຂວງ ຮ່າຢາງ) ໃຊ້ສະໃນ ແລະ ເຂົາຄວາຍ ເພື່ອເຊື້ອເຊີນເທວະດາ ຟ້າແຖນ ໃນພິທີສະຫຼອງບຸນເຂົ້າໃໝ່. ພາບ: VNP
 

ພິທີແທງຄວາຍ ເປັນງານບຸນແນ ໃສ່ຈຸດປະສົງ ເສັ້ນໄວ້ເທບພະ ເຈົ້າ ແລະ ບັນດາຜູ້ທີ່ມີຄຸນງາມຄວາມດີ ໃນການສ້າງໝູ່ບ້ານ, ສະ ຫຼອງລະດູເກັບກ່ຽວ ໄດ້ຮັບຜົນດີ ຂອງບັນດາຊົນເຜົ່າ
ທີ່ໃຊ້ຊີວິດຢູ່ ພື້ນທີ່ ໄຕງວຽນ ຫວຽດນາມ. ພາບ: VNP


ເຂດທົ່ງພຽງ ແມ່ນຳ້ຂອງ ໃນລະດູນໍ້າແກ່ງ ເປັນເວລາສີ່ ເດືອນ ໃນແຕ່ລະປີ, ຕົ້ນໄມ້ໃບຫຍ້າຈະຕາຍ, ບໍ່ມີຫຍ້າໃຫ້ຄວາຍກິນ, ບໍ່ມີ ບ່ອນ ໃຫ້ຄວາຍນອນ. ເພື່ອສະແດງການຕອບບຸນແທນຄຸນ ຕໍ່ປະເພດ ສັດ ທີ່ມີຄວາມຈົ່ງຮັກພັກດີ, ທົນທຸກຕະຫຼອດປີ ເພື່ອຊ່ວຍ ຊາວ ກະສິກອນ ໃນການປູກເຂົ້າ, ຊາວກະສິກອນ ໄດ້ພາຄວາຍ ຜ່ານ ບັນ ດາ ທົ່ງນາທີ່ເຕັມແຕ່ນໍ້າ ຊອກຫາບ່ອນ ມີຫຍ້າ ໃຫ້ຄວາຍກິນ. ພາບ: VNP

ໃນ ຄວາມຄິດ ຂອງ ວັດທະນະທຳ ຫວຽດນາມ, ຄວາຍເປັນໜ່ຶງ ໃນບັນດາປະເພດສັດທີ່ສັກສິດ. ຢູ່ວັດຫຼາຍແຫ່ງ ໃນ ຫວຽດນາມ ໄດ້ແກະສະຫຼັກ ແລະ ປັ້ນຮູບ ຄວາຍ. ຂະແໜງບູຮານຄະດີ ໄດ້ຄົ້ນພົບໃນຕົ້ນສະໄໝ ຂອງ ການສ້າງປະເທດຊາດ ມີຮູບປັ້ນ ຄວາຍ ຫຼາຍຮູບ ຢູ່ບໍລິເວນ ດິ່ງຈ່າງ, ມີຮູບຄວາຍ ດ້ວຍຫີນ ຢູ່ວັດ ກິມງືວ (ແຂວງ ບັກນິງ). 

ຄວາຍ ຄຳ ຖືກເລືອກເປັນສັດທີ່ສັກສິດ ຂອງ SEA Games 22 ຊຶ່ງໄດ້ຈັດຂຶ້ນ ຢູ່ ຫວຽດນາມ ເມື່ອປີ 2003. 
ສຳລັບປະເທດກະສິກຳ ມີການປູກເຂົ້ານາ ເປັນຕົ້ນຕໍຄື ຫວຽດນາມ ໃນຫຼາຍພັນປີຜ່ານມາ ໄດ້ມີສຳນວນຄຳເວົ້າ, ຄຳສຸພາສິດ ຈຳນວນ ໜຶ່ງ ຊຶ່ງມີຄວາມໝາຍວ່າ: “ຊື້ຄວາຍ, ເອົາເມຍ, ເຮັດເຮືອນ”; “ນາ ທາມ, ຄວາຍແມ່”; “ເກົ້າເຂົ້າ, ສິບຄວາຍ”... ແມ່ນເວົ້າເຖິງທີ່ຕັ້ງ, ບົດບາດອັນສຳຄັນ ຂອງ ຄວາຍ ຕໍ່ສົມບັດ ຂອງ ຊາວກະສິກອນ. ນອກຈາກນັ້ນ, ແຕ່ພາກເໜືອ ເຖິງ ພາກໃຕ້, ແຕ່ລະປີ ມີງານບຸນຫຼາຍຮ້ອຍຄັ້ງ ທີ່ມີຄວາມກ່ຽວພັນເຖິງ ຄວາຍ ໄດ້ຮັບການຈັດຂຶ້ນ.

ຮູບພາບໂຕຄວາຍ ຍັງໄດ້ປະກົດ ໃນຄັງສົມບັດ ດ້ານວັດທະນະທຳ ພື້ນເມືອງ ກັບຄໍາສຸພາສິດ, ຄໍາຜະຫຍາ, ຄໍາທວາຍ, “ໂດ່ງຢາວ” (ບົດເພງສຳລັບເດັກນ້ອຍ) , ນິທານ, ເທບນິຍາຍ ແລະ ອື່ນໆ...

ອາດເວົ້າໄດ້ວ່າ, ສຳລັບຊາວກະສິກອນ ຄວາຍ ແມ່ນ “ຊັບສົມບັດ ສຳຄັນອັນດັບຕົ້ນ”, ເປັນເພື່ອນທີ່ຈົ່ງຮັກພັກດີ, ມີຄວາມຕິດພັນ ກັບ ຄົນ ໃນຫຼາຍພັນປີຜ່ານມາ, ເໝືອນດັ່ງໄມ້ໄຜ່ ຕິດພັນກັບເສັ້ນທາງ ໝູ່ບ້ານ, ເຂດສວນ, ເດີ່ນບ້ານ ຂອງ ແຕ່ລະຄອບຄົວ, ແຕ່ລະເຂດ ຊົນນະບົດ ຫວຽດນາມ.

 
ບົດ ແລະ ພາບ: VNP
ບັນດາບົດທີ່ຖືກນຳສະເໜີ