• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແບ່ງປັນຂໍ້ມູນຂ່າວກ່ຽວກັບການພົວພັນຕ່າງປະເທດປະຊາຊົນ

      ວັນທີ 23 ມິຖຸນາ, ທີ່ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ສົມທົບກັບອົງການ Action Aid International ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມແບ່ງປັນ, ແລກປ່ຽນຂໍ້ມູນຂ່າວກ່ຽວກັບວຽກງານພົວພັນຕ່າງປະເທດປະຊາຊົນ

ທ່ານ ໂດນຕ໋ວນຟອງ (ພາບ: TTXVN) 
      ທີ່ກອງປະຊຸມ, ທ່ານ ໂດນຕ໋ວນຟອງ ຮອງປະທານທັງເປັນເລຂາທິການໃຫຍ່ຮັບຜິດຊອບສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ໄດ້ປະຕິບັດບົດບາດເປັນອົງການການເມືອງ - ສັງຄົມຮັບຜິດຊອບວຽກງານພົວພັນຕ່າງປະເທດປະຊາຊົນ, ຮັບໃຊ້ຢ່າງໄດ້ການໄດ້ງານໃຫ້ແກ່ການພົວພັນກັບຕ່າງປະເທດຂອງພັກ ແລະ ການທູດຂອງລັດເປັນຢ່າງດີ. ໃນສະພາບການໃໝ່, ວຽກງານພົວພັນຕ່າງປະເທດປະຊາຊົນສືບຕໍໄດ້ຜັນຂະຫຍາຍຄົບຊຸດ, ຮອບດ້ານບັນດາການເຄື່ອນໄຫວຕາມທິດຍົກສູງປະສິດທິຜົນຂອງແຕ່ລະການເຄື່ອນໄຫວ ແລະ ຈຸດສຸມມຸ່ງໄປເຖິງໄວໜຸ່ນຢູ່ບັນດາປະເທດ.
(ແຫຼ່ງຄັດຈາກ VOV)
 

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top