• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແນະນຳສີສັນຫວຽດນາມໃນການເຊື່ອມໂຍງອາຊຽນ+3

      ວັນທີ 1 ເມສາ ຢູ່ວິທະຍາຄານພາສາຕ່າງປະເທດ ມະຫາວິທະຍາໄລລາຊະວົງພະນົມເປັນ ປະເທດກຳປູເຈຍ, ສະຖານທູດຫວຽດນາມ ແລະ ຄະນະນັກສຶກສາຫວຽດນາມ ຢູ່ ກຳປູເຈຍ ໄດ້ເຂົ້າຮ່ວມງານບຸນ ອາຊຽນ +3. 

ຜູ້ແທນເຂົ້າຮ່ວມຮ້ານວາງສະແດງຂອງຫວຽດນາມ
      ງານບຸນຈັດຂຶ້ນແມ່ນເພື່ອໃຫ້ບັນດານັກສຶກສາບັນດາປະເທດອາຊຽນ ແລະ ສາມປະເທດຄູ່ຮ່ວມມືພວມຮ່ຳຮຽນຢູ່ ກຳປູເຈຍ ມີໂອກາດໄດ້ພົບປະແລກປ່ຽນ, ໂຄສະນາບັນດາຈຸດທີ່ເປັນເອກະລັກສະເພາະຂອງຊາດຕົນ. ໃນງານບຸນຍັງມີບັນດາຮ້ານວາງສະແດງສິນຄ້າຂອງບັນດາປະເທດ ແລະ ແນະນຳອາຫານການກິນ, ສອນພາສາ, ສະແດງສິລະປະວັດທະນະທຳ ແລະ ສາຍຮູບເງົາໂຄສະນາກ່ຽວກັບປະເທດຊາດ, ປະຊາຊົນບັນດາປະເທດເຂົ້າຮ່ວມງານບຸນ. ເຂົ້າຮ່ວມເຫດການນີ້, ສະຖານທູດຫວຽດນາມ ແລະ ບັນດານັກສຶກສາຫວຽດນາມ ພວມຮ່ຳຮຽນຢູ່ ກຳປູເຈຍ ໄດ້ວາງສະແດງປື້ມ ຫນັງສືພິມ, ຮູບພາບ ແລະ ບັນດາຜະລິດຕະພັນຂອງຫວຽດນາມທີ່ເຕັມໄປດ້ວຍສີສັນຊາດ ພ້ອມທັງໂຄສະນາບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ສາຍໄຟຂົນສົ່ງສິນຄ້າລະຫວ່າງ ຈີນ - ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດ້ານເວລາ ແລະ ຄ່າໃຊ້ຈ່າຍເໝາະສົມກັບຄວາມຕ້ອງການສົ່ງອອກສິນຄ້າຂາຍຍ່ອຍໄປຕະຫຼາດ ອາຊຽນ.

Top