• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະລັດຖະທູດຫງວຽນກວັກເກື່ອງ: ຍີ່ປຸ່ນຕີລາຄາສູງບົດບາດຂອງຫວຽດນາມໃນການຮ່ວມມືແມ່ຂອງ-ຍີ່ປຸ່ນ

      ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຈະໄປເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ຢ້ຽມຢາມຍີ່ປຸ່ນ ໃນລະຫວ່າງວັນທີ 07 – 10 ຕຸລາ

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫງວຽນກວັກເກື່ອງ
(ພາບ: TTXVN)
      ໃນການຕອບສຳພາດຕໍ່ສື່ມວນຊົນຫວຽດນາມ ກ່ຽວກັບການພັດທະນາຂອງກົນໄກຮ່ວມມືແມ່ຂອງ - ຍີ່ປຸ່ນ ແລະ ການປະກອບສ່ວນຂອງຫວຽດນາມ ສຳລັບກົນໄກດັ່ງກ່າວ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫງວຽນກວັກເກື່ອງ ຖືວ່າ, ການຮ່ວມມືແມ່ຂອງ - ຍີ່ປຸ່ນ ບັນລຸໄດ້ບັນດາໝາກຜົນສຳຄັນໃນ 3 ຂົງເຂດບຸລິມະສິດລວມມີ: ການຮ່ວມມືດ້ານຮາດແວ, ຊອັບແວ ແລະ ການພັດທະນາແບບຍືນຍົງ.
        ເມື່ອຕີລາຄາກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ກົນໄກຮ່ວມມືແມ່ຂອງ - ຍີ່ປຸ່ນ, ທ່ານເອກອັກຄະລັດຖະທູດ ຫງວຽນກວັກເກື່ອງ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຍົກອອກບັນດາລາຍການຄື: ເວທີປາໄສແມ່ຂອງຂຽວ, ບັນດາໂຄງການຮ່ວມມືດ້ານສິ່ງແວດລ້ອມ, ນ້ຳສະອາດ, ການປ້ອງກັນຕ້ານໄພທຳມະຊາດ… ເຂົ້າໃນການຮ່ວມມືແມ່ຂອງ - ຍີ່ປຸ່ນ. ຫວຽດນາມ ຕັ້ງໜ້າປະກອບສ່ວນເຂົ້າໃນການກຳນົດທິດ, ຊຸກຍູ້ການພັດທະນາແມ່ຂອງ - ຍີ່ປຸ່ນ ຕາມທິດເໝາະສົມກັບຜົນປະໂຫຍດຂອງຫວຽດນາມ ແລະ ຜົນປະໂຫຍດໃນການພັດທະນາຂອງທັງພາກພື້ນ. ພ້ອມກັບການນຳໃຊ້ການຮ່ວມມືແມ່ຂອງ - ຍີ່ປຸ່ນ ຢ່າງມີປະສິດທິຜົນ ເພື່ອຮັບໃຊ້ໃຫ້ແກ່ບັນດາໂຄງການພັດທະນາພື້ນຖານໂຄງລ່າງ ແລະ ການພັດທະນາແບບຍືນຍົງແຫ່ງຊາດ, ຫວຽດນາມ ກໍ່ຊຸກຍູ້ບັນດາໂຄງການເຊື່ອມຕໍ່ພາກພື້ນ, ເອມຕໍ່ເຂດອະນຸພາກພື້ນແມ່ນ້ຳຂອງ… ເພື່ອໃຫ້ກາຍເປັນເນື້ອໃນຮ່ວມມືສຳຄັນໃນການຮ່ວມມືແມ່ຂອງ - ຍີ່ປຸ່ນ, ມີສຽງເວົ້າທີ່ຕັ້ງໜ້າເພື່ອສົມທົບກັນລະຫວ່າງບັນດາກົນໄກຮ່ວມມືແມ່ຂອງ - ຍີ່ປຸ່ນ ກັບການຮ່ວມມືໃນຄະນະກຳມະການແມ່ຂອງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top