• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ: ອະນາຄົດການພົວພັນຫວຽດນາມ - ເກົາຫຼີ ຈະສືບຕໍ່ດີງາມກວ່າ

      ສອງປະເທດໄດ້ບັນລຸຫຼາຍບາດກ້າວພັດທະນາອັນຍິ່ງໃຫຍ່ໃນທຸກຂົງເຂດ ແຕ່ດ້ານການເມືອງ, ການປ້ອງກັນຄວາມສະຫງົບ, ການປ້ອງກັນປະເທດ ຕະຫຼອດຮອດດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫງວຽນຫວູຕູ໋ (ເບື້ອງຂາວ) 
      ຕອບສຳພາດນັກຂ່າວ ເນື່ອງໃນໂອກາດ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ຈະມີການເດີນທາງຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ (ໃນລະຫວ່າງວັນທີ 22 ມີນາ - 24 ມີນານີ້), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫງວຽນຫວູຕູ໋ ຢັ້ງຢືນວ່າ 25 ປີຜ່ານມາ, ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງດ້ານການທູດ (ວັນທີ 22 ທັນວາ 1992), ສອງປະເທດໄດ້ບັນລຸຫຼາຍບາດກ້າວພັດທະນາອັນຍິ່ງໃຫຍ່ໃນທຸກຂົງເຂດ ແຕ່ດ້ານການເມືອງ, ການ ປ້ອງກັນຄວາມສະຫງົບ, ການປ້ອງກັນປະເທດ ຕະຫຼອດຮອດດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນອີກດ້ວຍ. ພິເສດແມ່ນ ດ້ານເສດຖະກິດ, ປັດຈຸບັນສອງປະເທດ ເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນ.
        ຕາມ ທ່ານເອກອັກຄະລັດຖະທູດ ຫງວຽນຫວູຕູ໋ ແລ້ວ, ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ຈະໄດ້ດຳເນີນໃນສະພາບການພົວພັນຄູ່ຮ່ວມມື ຍຸດທະສາດລະຫວ່າງ ຫວຽດນາມ - ສ.ເກົາຫຼີພວມພັດທະນາດີທີ່ສຸດໃນທຸກຂົງເຂດ. ສອງປະເທດຍັງມີ ຫຼາຍກາລະໂອກາດ ເພື່ອສືບຕໍ່ເຮັດໃຫ້ການພົວພັນຮ່ວມມືເລິກເຊິ່ງ ແລະ ເປີດກວ້າງກວ່າອີກ. ທ່ານເອກອັກຄະລັດຖະທູດ ຫງວຽນຫວູຕູ໋ ເຊື່ອໝັ້ນວ່າ ດ້ວຍເງື່ອນໄຂສະດວກທີ່ພວມມີ ແລະ ການກະກຽມຢ່າງລະອຽດລະອໍຂອງທັງສອງຝ່າຍ, ການຢ້ຽມຢາມຄັ້ງນີ້ຈະໄດ້ດຳເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດຢ່າງແທດຈິງ, ອີກເທື່ອໜຶ່ງ ຂ້າພະເຈົ້າເຊື່ອໝັ້ນວ່າ “ໃນ 25 ປີ ທີ່ຈະມາເຖິງ ການພົວພັນລະຫວ່າງຫວຽດນາມ - ສ. ເກົາຫຼີຈະດີງາມກວ່ານີ້ອີກ”.
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top