• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດການ ແລ່ນ ແລະ ບໍລິຈາກເລືອດ “Run for Blood”

      ເຫດການດັ່ງກ່າວ ໂດຍ ປະຊາຄົມ “Run for Self ” (ແລ່ນເພື່ອຕົນເອງ) ຈັດຕັ້ງຂຶ້ນ ເພື່ອແນໃສ່ລະດົມທຸກຄົນເຂົ້າຮ່ວມການບໍລິຈາກເລືອດຢ່າງຕັ້ງໜ້າ ເພື່ອ ຊ່ວຍແກ້ໄຂສະພາບການຂາດແຄນເລືອດ ພາຍຫຼັງບຸນປີໃໝ່ປະຈຳຊາດປີ ສະຫຼູ 2021.
ຜູ້ເຂົ້າຮ່ວມເຫດການແລ່ນ ແລະ ບໍລິຈາກເລືອດ (ພາບ: vienhuyethoc.vn)
      ເຫດການແລ່ນ ທີ່ມີຊື່ວ່າ “Run for Blood” (ແລ່ນເພື່ອບໍລິຈາກເລືອດ) ຖືກຈັດຂຶ້ນຢ່າງພ້ອມພຽງຢູ່ ຮ່າໂນ້ຍ, ດ່າໜັງ ແລະ ນະຄອນໂຮ່ຈີມິນ ໃນຕອນເຊົ້າວັນທີ 28 ກຸມພາ. ເຫດການດັ່ງກ່າວ ໂດຍ ປະຊາຄົມ “Run for Self” (ແລ່ນເພື່ອຕົນເອງ) ຈັດຕັ້ງຂຶ້ນ ເພື່ອແນໃສ່ລະດົມທຸກຄົນເຂົ້າຮ່ວມການບໍລິຈາກເລືອດຢ່າງຕັ້ງໜ້າ ເພື່ອ ຊ່ວຍແກ້ໄຂສະພາບການຂາດແຄນເລືອດ ພາຍຫຼັງບຸນປີໃໝ່ປະຈຳຊາດປີ ສະຫຼູ 2021.
            ຢູ່ຮ່າໂນ້ຍ, ເຫດການດັ່ງກ່າວ ໄດ້ເລີ່ມແຕ່ເວລາ 6 ໂມງເຊົ້າ ແລະ ໄດ້ແບ່ງອອກເປັນຫຼາຍຄັ້ງ, ຫຼາຍຊົ່ວໂມງທີ່ແຕກຕ່າງກັນ ເພື່ອຈຳກັດການເຕົ້າໂຮມກັນຫຼາຍຄົນ. ຜູ້ເຂົ້າຮ່ວມ ຈະແລ່ນອ້ອມໜອງຮວ່ານກ໊ຽມ ຫຼື ສະຖານທີ່ອື່ນ, ຫຼັງຈາກນັ້ນ ຈະໄປບໍລິຈາກເລືອດຢູ່ເຮືອນເລກທີ 26, ຖະໜົນ ເລືອງງອັກກວຽນ, ເມືອງຮວ່ານກ໊ຽມ ຫຼື ສະຖາບັນເລືອດສາດ  ແລະ ສົ່ງເລືອດສູນກາງ. ຢູ່ນະຄອນ ໂຮ່ຈີມິນ ແລະ ດ່າໜັງ ພາຍຫຼັງທີ່ເຂົ້າຮ່ວມເຫດການແລ່ນແລ້ວ ກໍຈະໄປບໍລິຈາກເລືອດເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top