• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍປະຊາທິປະໄຕທີ່ກອງປະຊຸມຮັບເອົາຄຳເຫັນຜູ້ມີສິດເລືອກຕັ້ງສຳລັບຜູ້ສະໝັກຮັບເລືອກຕັ້ງ

ພາຍຫຼັງກອງປະຊຸມເຈລະຈາຄັ້ງທີ 2, ຈຳນວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດແມ່ນ 1.084 ຄົນ.
ຄາດວ່າ, ວັນທີ 15 ເມສາ 2021, ຄະນະປະມານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະຈັດກອງປະຊຸມເຈລະຈາຄັ້ງທີ 3. (ພາບ: TTXVN)

ພາຍຫຼັງກອງປະຊຸມເຈລະຈາຄັ້ງທີ 2, ກອງປະຊຸມຮັບເອົາຄຳເຫັນຕີລາຄາ ແລະ ໄວ້ວາງໃຈຂອງຜູ້ມີສິດເລືອກຕັ້ງຢູ່ເຂດທີ່ຢູ່ອາໄສສຳລັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງຢູ່ເຂດເຮັດວຽກສຳລັບຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດເອງ ເຊິ່ງຈະໄດ້ຮັບການປະຕິບັດນັບແຕ່ວັນທີ 21 ມີນາ ຫາວັນທີ 13 ເມສາ 2021.

        ຕາມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລ້ວ, ພາຍຫຼັງກອງປະຊຸມເຈລະຈາຄັ້ງທີ 2, ຈຳນວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດແມ່ນ 1.084 ຄົນ, ໃນນັ້ນມີ 205 ຄົນໂດຍບັນດາອົງການ, ອົງການຈັດຕັ້ງ, ຫົວໜ່ວຍຂັ້ນສູງກາງສະເໜີ, 803 ຄົນໂດຍບັນດາອົງການ, ອົງການຈັດຕັ້ງ, ຫົວໜ່ວຍທ້ອງຖິ່ນສະເໜີ, 76 ຄົນຮັບສະໝັກເລືອກຕັ້ງດ້ວຍຕົນເອງ.

        ຄາດວ່າ, ວັນທີ 15 ເມສາ 2021, ຄະນະປະມານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະຈັດກອງປະຊຸມເຈລະຈາຄັ້ງທີ 3 ເພື່ອເລືອກເອົາ, ສ້າງບັນຊີລາຍຊື່ບັນດາຜູ້ມີມາດຕະຖານຢ່າງພຽງພໍຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14.

 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top