• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ,ສັງຄົມ 6 ເດືອນຜ່ານມາມີການຫັນປ່ຽນຕັ້ງໜ້າ, ພັດທະນາຮອບດ້ານ

ມີ 18 ບັນຫາຈຸດສຸມຕ້ອງໄດ້ສຸມໃສ່ປຶກສາຫາລື, ໃນນັ້ນ ມີບັນຫາການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ


ທ່ານ ຫງວຽນຊວນຟຸກ ທີ່ກອງປະຊຸມ

(ພາບ: VGP)

ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດກັບບັນດາທ້ອງຖິ່ນ, ເພື່ອຕີລາຄາສະພາບການເສດຖະກິດ - ສັງຄົມ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2018. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ມີ 18 ບັນຫາຈຸດສຸມຕ້ອງໄດ້ສຸມໃສ່ປຶກສາຫາລື, ໃນນັ້ນ ມີບັນຫາການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ພັດທະນາອຸດສາຫະກຳສຳຮອງ, ພັດທະນາຕົວເມືອງ, ເສດຖະກິດພາກເອກະຊົນ, ເພີ່ມທະວີລະບຽບວິໄນ, ລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຮັບປະກັນຄວາມປອດໄພທາງສັງຄົມ… ເມື່ອຕີລາຄາກ່ຽວກັບສະພາບການເສດຖະກິດສັງຄົມໃນ 6 ເດືອນຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:

        “ທະນາຄານໂລກຄາດຄະເນວ່າ ເສດຖະກິດ ຫວຽດນາມ ເພີ່ມຂຶ້ນ 6,8%, ໄພເງິນເຟີ້ຮັກສາຢູ່ລະດັບ 4%. ບໍລິສັດຈັດອັນດັບຄວາມໄວ້ວາງໃຈ Fitch ໄດ້ຕີລາຄາ ຫວຽດນາມ ແມ່ນປະເທດມີພື້ນຖານເສດຖະກິດເຕີບໂຕໄວທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ. ນັ້ນແມ່ນຂໍ້ສັງເກດຂອງສຳນັກງານໃຫຍ່, ມີການໄຈ້ແຍກຢ່າງພາວະວິໄສ, ແຕ່ໝາກຜົນນັ້ນແມ່ນຂຶ້ນກັບພວກເຮົາເຮັດ. ຄວາມຕັດສິນໃຈຂອງພວກເຮົາ, ຂ້ຽວຂາດ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງຂອງພວກເຮົາໃນການຊີ້ນຳບໍລິຫານ. ຖ້າບໍ່ພະຍາຍາມຈະບໍ່ບັນລຸໄດ້ຕົວເລກທີ່ເຂົາເຈົ້າໃຫ້ຂໍ້ສັງເກດ. ”

        ກ່ຽວກັບບັນດາສິ່ງທ້າທາຍທີ່ວາງອອກໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ: ໄພພິບັດທຳມະຊາດພວມເກີດຂຶ້ນຢູ່ຫຼາຍແຂວງ, ນະຄອນ, ເຂດພາກຕ່າງໆ, ດັ່ງນັ້ນຕ້ອງມີມາດຕະການດີກ່ວາອີກໃນການປ້ອງກັນ, ຕ້ານໄພພິບັດທຳມະຊາດ. ແລະ ເນັ້ນໜັກເຖິງຄວາມເປັນລະບຽບຮຽບຮ້ອຍແມ່ນບັນຫາສຳຄັນ, ເປັນເງື່ອນໄຂຕັດສິນຊີ້ຂາດເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນເປັນປົກກະຕິ, ພັດທະນາເສດຖະກິດ, ສັງຄົມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ບັນດາອົງການກ່ຽວຂ້ອງບໍ່ປະໃຫ້ກຸ່ມຄົນບໍ່ດີ, ພວກປະຕິການ, ຍຸຍົງແກ່ດຶງປະຊາຊົນ. ເພື່ອປະຕິບັດສຳເລັດແຜນການຂອງລັດໃນປີນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຄວນສູ້ຊົນເພື່ອບັນລຸລະດັບເຕີບໂຕ 6,53% ໃນໄຕມາດ III ແລະ ບັນລຸ 6,36% ໃນໄຕມາດ IV.

 (ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top