ຂ່າວສານ
ເລີ່ມເຄື່ອນໄຫວລາຍການ “ເຊື່ອມຕໍ່ອ້ອມແຂນແຫ່ງຄວາມຮັກ” ໜູນຊ່ວຍເດັກກ່ຳພ້າຖືກຜົນກະທົບຈາກໂລກລະບາດໂຄວິດ-19

ລະອຽດແມ່ນ, ລາຍການຈະໜູນຊ່ວຍທຶນສຶກສາໃຫ້ເດັກກ່ຳພ້າຖືກຜົນກະທົບຈາກໂລກລະບາດໂຄວິດ-19, ມີຄອບຄົວ, ຍາດຕິພີນ້ອງເບິ່ງແຍງຢູ່ເຮືອນດ້ວຍລະດັບໜູນຊ່ວຍຕ່ຳສຸດແມ່ນ 500.000 ດົ່ງ/ເດືອນ ຮອດຕອນອາຍຸ 18 ປີ; ລາຍການໄດ້ສົມທົບກັບບໍລິສັດຫຸ້ນສ່ວນ FPT ເປີດໂຮງຮຽນໃຫ້ເດັກກ່ຳພ້າຖືກຜົນກະທົບຈາກໂລກລະບາດໂຄວິດ-19 ໃນເກນອາຍຸແຕ່ 6 ຫາ 18 ປີ… ໃນໄລຍະເບື້ອງຕົ້ນ, ລາຍການໃຫ້ຄຳໝັ້ນສັນຍາອຸປະຖຳໃຫ້ເດັກກ່ຳພ້າ 1.108 ນ້ອງ ຈາກບັນດາອົງການຈັດຕັ້ງ, ຫົວໜ່ວຍ, ສ່ວນບຸກຄົນ.
ໃນເຫດການທີກ່ຽວຂ້ອງ, ຍ້ອນໂລກລະບາດໂຄວິດ -19 ສະນັ້ນຜູ້ອອກແຮງງານ ຈຳນວນໜຶ່ງໃນບໍລິເວນນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມຕ້ອງພັກງານ. ເພື່ອຊ່ວຍໃຫ້ຈຳນວນຜູ້ອອກແຮງງານດັ່ງກ່າວຫຼຸດຜ່ອນຄວາມຫຍຸ້ງຍາກ, ລັດຖະບານໄດ້ປະກາດໃຊ້ຂໍ້ຕົກລົງກ່ຽວກັບການປະຕິບັດນະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ຄົນງານຖືກຜົນກະທົບຈາກໂລກລະບາດໂຄວິດ-19 ຈາກກອງທຶນປະກັນໄພຫວ່າງງານ. ບ້ວງເງິນໜູນຊ່ວຍດ້ວຍເງິນສົດໃຫ້ແກ່ຜູ້ອອກແຮງງານຄາດວ່າແມ່ນກວ່າ 4.200 ຕື້ດົ່ງ.
(ແຫຼ່ງຄັດຈາກ VOV)