• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບປະທານສະພາຕ່ຳອົດສະຕາລີ Tony Smith

      ວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳອົດສະຕາລີ Tony Smith ເຂົ້າຢ້ຽມຄຳນັບ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມຢ່າງເປັນທາງການ.

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ແລະ ທ່ານປະທານສະພາຕ່ຳອົດສະຕາລີ Tony Smith
    ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດກັບອົດສະຕາລີ, ເປັນຕົ້ນແມ່ນໃນໄລຍະປະຈຸບັນ, 2 ປະເທດຈັດຕັ້ງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງການພົວພັນທາງການທູດໃນປີນີ້. ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ອົດສະຕາລີ ທີ່ໄດ້ສະໜັບສະໜູນຫວຽດນາມອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ ອາຍຸການ 2020-2021, ຕີລາຄາສູງການປະສານສົມທົບ ແລະ ສະໜັບສະໜູນຂອງ ອົດສະຕາລີທີ່ມີຕໍ່ບົດບາດຂອງຫວຽດນາມໃນອາຊຽນ ແລະ ພາກພື້ນ ກໍຄືຫຼັກໝັ້ນຍຶດໝັ້ນຂອງ ອົດສະຕາລີໃນບັນຫາທະເລຕາເວັນອອກ. ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ໄດ້ສະເໜີ 2 ຝ່າຍຈົ່ງສືບຕໍ່ຮ່ວມມຶຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄືຢູ່ທະເລຕາເວັນອອກ.
     ສ່ວນທ່ານປະທານສະພາຕ່ຳອົດສະຕາລີ Tony Smith ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການຮ່ວມມືລະຫວ່າງສະພາຕ່ຳອົດສະຕາລີ  ແລະ ສະພາແຫ່ງຊາດຫວຽດນາມ. ທ່ານປະທານສະພາຕ່ຳອົດສະຕາລີ Tony Smith ສະແດງຄວາມຫວັງວ່າ ການຢ້ຽມຢາມຂອງທ່ານໃນຄັ້ງນີ້ ກໍຄືການຢ້ຽມຢາມຂັ້ນສູງຄັ້ງຕ່າງໆຢູ່ຫວຽດນາມຂອງ ອົດສະຕາລີ ເມື່ອມໍ່ມານີ້, ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອົດສະຕາລີ - ຫວຽດນາມໃນໄລຍະທີ່ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top