• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດຫງວຽນຟູຈ້ອງເດີນທາງໄປຢ້ຽມຢາມສ.ຝລັ່ງຢ່າງເປັນທາງການ

ການຢ້ຽມຢາມໄດ້ດຳເນີນໃນສະພາບການຫວຽດນາມ ແລະ ຝລັ່ງ ສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 5 ປີ, ພິເສດແມ່ນສະພາບການທີ່ຝລັ່ງ ແລະ ສະຫະພາບເອີຣົບ ພວມມີການປ່ຽນແປງຫຼາຍຢ່າງ


ທູງຊາດຂອງຫວຽດນາມ - ຝລັ່ງ

(ພາບປະກອບ: TTXVN) 

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສາທາລະນະລັດ ຝລັ່ງ Emmanuel Macron, ຕອນເຊົ້າວັນທີ 25 ມີນາ 2018,  ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ  ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ເດີນທາງອອກຈາກຮ່າໂນ້ຍໄປຢ້ຽມຢາມ ສ.ຝລັ່ງຢ່າງເປັນທາງການ. ການຢ້ຽມຢາມໄດ້ດຳເນີນໃນສະພາບການຫວຽດນາມ ແລະ ຝລັ່ງ ສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 5 ປີ, ພິເສດແມ່ນສະພາບການທີ່ຝລັ່ງ ແລະ ສະຫະພາບເອີຣົບ ພວມມີການປ່ຽນແປງຫຼາຍຢ່າງ; ການຢ້ຽມຢາມຄັ້ງນີ້ເປັນຂີດໝາຍສຳຄັນ, ເປັນກາລະໂອກາດ ເພື່ອໃຫ້ບັນດາການນຳສອງຝ່າຍໄດ້ຫວນຄືນໄລຍະທາງທີ່ໄດ້ຜ່ານຜ່າ, ສ້າງທິດທາງເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຝລັ່ງ ໃນໄລຍະໃໝ່ໃຫ້ເລິກເຊິ່ງກວ່າ.   

 (ແຫຼ່ງຄັດຈາກ VOV)


ໄຂວັນ​ບຸນ​ແກ່ວງ​ໝາກ​ຄອນ 3 ປະ​ເທດ ຫວຽດ​ນາມ - ລາວ - ຈີນ​ຄັ້ງ​ທີ IX

ໄຂວັນ​ບຸນ​ແກ່ວງ​ໝາກ​ຄອນ 3 ປະ​ເທດ ຫວຽດ​ນາມ - ລາວ - ຈີນ​ຄັ້ງ​ທີ IX

ວັນບຸນແກ່ວາງໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ ໂດຍບັນດາທ້ອງຖິ່ນ ມີເສັ້ນຊາຍແດນລວມຂອງສາມປະເທດ ຫວຽດນາມ, ລາວ, ຈີນ ໝູນວຽນກັນຈັດຂຶ້ນ.

Top