• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເມື່ອ​ມີ​ຄວາມ​ປອດ​ໄພ​ຢ່າງ​ແທ້​ຈິງຈຶ່ງຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວສາ​ກົນ, ຮັກ​ສາ​ຂັ້ນ​ຕອນການ​ເຂົ້າ​ເມືອງ​ຢ່າງ​ເຄັ່ງ​ຄັດ

“ຕ້ອງໝູນໃຊ້ບັນດາເງື່ອນໄຂຊຸກຍູ້ການທ່ອງທ່ຽວພາຍໃນປະເທດໃຫ້ຫຼາຍທີ່ສຸດ ເພື່ອໃຫ້ບັນດາວິສາຫະກິດບໍ່ຖືກຍຸບເລີກ, ລົ້ມລະລາຍ. ບັນດາຮາກຖານດຳເນີນທຸລະກິດການທ່ອງທ່ຽວຂະໜາດນ້ອຍ, ການທ່ອງທ່ຽວເຂດຊຸມຊົນບໍ່ຕ້ອງຢຸດຕິການເຄື່ອນໄຫວ, ຫັນປ່ຽນເປົ້າໝາຍການນຳໃຊ້ຍ້ອນປະສົບກັບຄວາມຫຍຸ້ງຍາກຫຼາຍເກີນໄປ”.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ: VGP) 

ນີ້ແມ່ນຂໍ້ສະເໜີຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢູ່ທີ່ການເຮັດວຽກໃນຕອນບ່າຍວັນທີ 3 ມິຖຸນາ, ກັບການນຳບາງກະຊວງ, ຂະແໜງການ, ສະຫະສະມາຄົມ, ບັນດາວິສາຫະກິດການທ່ອງທ່ຽວ.

        ພາຍຫຼັງ ຮັບຟັງບັນດາຄຳເຫັນຢູ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມໄດ້ເນັ້ນໜັກວ່າ: ລັດຖະບານໄດ້ຮັບຮູ້ຢ່າງຈະແຈ້ງວ່າ ການທ່ອງທ່ຽວແມ່ນໜຶ່ງໃນບັນດາຂະແໜງຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ Covid – 19. ທ່ານກ່າວວ່າ:

        ພວກເຮົາມີຄວາມວິຕົກກັງວົນວ່າ ບັນດາຮາກຖານການທ່ອງທ່ຽວຂະໜາດນ້ອຍ, ບໍ່ສາມາດຕັ້ງຕົວໄດ້ ຕ້ອງໄດ້ຂາຍອອກໄປ. ການທ່ອງທ່ຽວເຂດຊຸມຊົນ homestay ບໍ່ຊ່ວຍສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ ແຕ່ມັນກໍ່ປະກອບສ່ວນເຂົ້າໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໄດ້ຢ່າງລະອຽດ, ສ້າງວິຖີດຳລົງຊີວິດດ້ານວັດທະນະທຳຢູ່ບັນດາເຂດ. ອັນນີ້ພວກເຮົາຕ້ອງມີການຄົ້ນຄ້ວາ ແລະ ຍື່ນສະເໜີຕໍ່ລັດຖະບານເພື່ອມີວິທີການແກ້ໄຂໂດຍໄວ.

        ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານຫວູດຶກດາມ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຮ່ວມເດີນທາງ, ແບ່ງປັນກັບວິສາຫະກິດການທ່ອງທ່ຽວ. ພ້ອມກັນນັ້ນທັງ, ບັນດາກະຊວງ, ຂະແໜງກໍ່ສືບຕໍ່ຊຸກຍູ້ບັນດາວິທີການເຮັດວຽກທາງໄກ, ມີວິທີການກ່ຽວກັບວັນເວລາຂອງວັນບຸນ, ວັນພັກ,  ການພັກແລ້ງຂອງນັກຮຽນ… ເພື່ອສ້າງເງື່ອນໄຂໃຫ້ແກ່ການກະຕຸກການທ່ອງທ່ຽວ. ສຳລັບການທ່ອງທ່ຽວສາກົນຕ້ອງກຽມໃຫ້ພ້ອມ ແຕ່ວ່າເມື່ອມີຄວາມປອດໄພຢ່າງແທ້ຈິງແລ້ວຈຶ່ງເປີດປະຕູຕ້ອນຮັບແຂກທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top