• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ລະ​ຫວ່າງ ຫວຽດ​ນາມ - ນອກ​ແວ

ສອງຝ່າຍໄດ້ຕີລາຄາສູງຕໍ່ການພັດທະນະຂອງການພົວພັນລະຫວ່າງ ຫວຽດນາມ - ນອກແວໃນໄລຍະຜ່ານມາ ແລະ ເຫັນດີນຳກັນວ່າ ຄວນສືບຕໍ່ຮັກສາ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນໃນຂົງເຂດລ້ຽງປູກສິນໃນນ້ຳ, ພະລັງງານສະອາດ, ການຄົ້ນຄວ້າວິທະຍາສາດທາງທະເລ, ປົກປັກຮັກສາສິ່ງແວດລ້ອມທະເລ…

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ  (ພາບປະກອບ:TTXVN)

ຕອນບ່າຍວັນທີ 4 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານນາງ Ine Marie Eriksen Soreide ລັດຖະມົນຕີການຕ່າງປະເທດ ນອກແວ ໄດ້ໂອ້ລົມສົນທະນາຜ່ານຮູບການທາງອອນລາຍ ກ່ຽວກັບການພົວພັນລະຫວ່າງສອງປະເທດ ແລະ ບັນດາກາລະໂອກາດຮ່ວມມືຢູ່ ສະພາຄວາມໝັ້ນຄົງ ສປຊ ໃນປີ 2021 ເມື່ອ ນອກແວ ເລີ່ມດຳລົງຕຳແໜ່ງເປັນ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພັດທະນະຂອງການພົວພັນລະຫວ່າງ ຫວຽດນາມ - ນອກແວໃນໄລຍະຜ່ານມາ ແລະ ເຫັນດີນຳກັນວ່າ ຄວນສືບຕໍ່ຮັກສາ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນໃນຂົງເຂດລ້ຽງປູກສິນໃນນ້ຳ, ພະລັງງານສະອາດ, ການຄົ້ນຄວ້າວິທະຍາສາດທາງທະເລ, ປົກປັກຮັກສາສິ່ງແວດລ້ອມທະເລ…. ລັດຖະມົນຕີການຕ່າງປະເທດສອງທ່ານ ກໍຢັ້ງຢືນວ່າ ສອງຝ່າຍຈະສືບຕໍ່ຮັກສາ, ເພີ່ມທະວີບັນດາກົນໄກປຶກສາຫາລື ແລະ ແລກປ່ຽນຢ່າງເໝາະສົມ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານ, ທັດສະນະ, ຊອກຫາສຽງເວົ້າລວມ ແລະ ຊຸກຍູ້ຄວາມເຫັນດີເຫັນພ້ອມໃນການແກ້ໄຂບັນດາບັນຫາໃນໂຄງການດຳເນີນງານຂອງ ສະພາຄວາມໝັ້ນຄົງ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top