• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງຊາວໜຸ່ມຫວຽດນາມແລະສະຫະພັນລັດເຊຍ

      ຕອນບ່າຍວັນທີ 23 ກໍລະກົດ, ທີ່ ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ໃຫ້ກຽດຕອນຮັບທ່ານ Alexander Bugayev, ລັດຖະມົນຕີ, ປະທານອົງການຊາວໜຸ່ມແຫ່ງສະຫະພັນລັດເຊຍ.

ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີຫວຽດນາມໃຫ້ການຕອນຮັບທ່ານ Alexander Bugayev ປະທານອົງການຊາວໜຸ່ມແຫ່ງສະຫະພັນລັດເຊຍ (ພາບ: VGP/ຫ໋າຍມິງ)
      ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ຕີລາຄາສູງຕໍ່ ຄະນະກຳມະການຊາວໜຸ່ມແຫ່ງຊາດຫວຽດນາມແລະອົງການຊາວໜຸ່ມແຫ່ງສະຫະພັນລັດເຊຍທີ່ຫາກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໄລຍະ 2019-2022 ດ້ວຍບັນດາເນື້ອໃນແທດຈິງທີ່ກ່ຽວພັນເຖິງການພົວພັນແລກປ່ຽນລະຫວ່າງການນຳໜຸ່ມ, ການພົວພັນແລກປ່ຽນເຍົາວະຊົນ, ການຮ່ວມມືກັບນັກທຸລະກິດໜຸ່ມ, ຊາວໜຸ່ມອາສາສະໝັກ, ອັນໄດ້ໄຂໄລຍະໃໝ່ແຫ່ງການຮ່ວມມືລະຫວ່າງຊາວໜຸ່ມສອງປະເທດ. ທ່ານຮອງນາຍົກລັດຖະມົນຕີສະເໜີວ່າ: ໃນໄລຍະທີ່ຈະມາເຖິງນີ້, ອົງການຮັບຜິດຊອບວຽກຊາວໜຸ່ມສອງປະເທດເວົ້າສະເພາະ ຈະສືບຕໍ່ມີບັນດາກິດຈະກຳທີ່ແທດຈິງເພື່ອສືບຕໍ່ເພີ່ມພູນຄູນສ້າງນຳ້ໃຈສາມັກຄີແລະການຮ່ວມມືລະຫວ່າງສອງຊາດ.
            ສ່ວນທ່ານ Alexander Bugayev ໄດ້ເນັ້ນໜັກວ່າການລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໄລຍະ 2019-2022 ຈະເປັນພື້ນຖານເພື່ອໃຫ້ຊາວໜຸ່ມສອງປະເທດຊຸກຍູ້ການພົວພັນຮ່ວມມືໃນໄລຍະທີ່ຈະມາເຖິງ./.
 (ແຫຼ່ງຄັດຈາກ VOV)
 
 

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top