• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືດ້ານພາສີ ໃນພາກພື້ນ ອາຊຽນ

      ກອງປະຊຸມ ຫົວໜ້າກົມໃຫຍ່ພາສີ ອາຊຽນ ຄັ້ງທີີ 28 ຖືກດໍາເນີນໃນວັນທີ 11 – 13 ມິຖຸນາ ຢູ່່ນະຄອນຫຼວງວຽງຈັນ, ປະເທດ ລາວ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 10 ອົງການພາສີ ທີ່ມາຈາກບັນດາປະເທດສະມາຊິກ ແລະ ຄະນະເລຂາ ອາຊຽນ. ທ່ານ ຮວ່າງວຽດເກື່ອງ ຮອງຫົວໜ້າກົມໃຫຍ່ພາສີ ຫວຽດນາມ ເປັນຫົວໜ້ານໍາພາຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ການນໍາບັນດາອົງການພາສີ ອາຊຽນ 
      ຢູ່ກອງປະຊຸມ, ການນໍາບັນດາອົງການພາສີ ອາຊຽນ ໄດ້ປຶກສາຫາລື ແລະ ອະນຸມັດຜ່ານຄວາມຄືບໜ້າໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື ແລະ ເຊື່ອມໂຍງທາງດ້ານພາສີໃນ ອາຊຽນ ເຊິ່ງໄດ້ຮັບການປະຕິບັດໂດຍບັນດາຄະນະກໍາມະການ/ກຸ່ມເຮັດວຽກກ່ຽວກັບ ພາສີ ໃນ ພາກພື້ນ ອາຊຽນ.
        ຫົວໜ້າກົມໃຫຍ່່ພາສີບັນດາປະເທດ ໄດ້ຮັບຮູ້ ແລະ ຕີລາຄາຄວາມຄືບໜ້າໃນການປະຕິບັດແຜນການຍຸດທະສາດພັດທະນາ ພາສີ ໄລຍະ 2016 – 2020 ແລະ ມອບໝາຍໜ້າທີ່ໃຫ້ບັນດາກຸ່ມທີ່ເຮັດວຽກງານພາສີ ທັງໝົດ ເລີ່ມລົງມືປະຕິບັດໄລຍະປີ 2021 – 2025. ໃນຂອບເຂດກອງປະຊຸມ, ຍັງມີບັນດາການທາບທາມຄໍາເຫັນກັບຄູ່ຮ່ວມມືພັດທະນາ ທີ່ເປັນ ການນໍາຂອງຂະແໜງພາສີທີ່ມາຈາກ ອົດສະຕາລີ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ອົງການຈັດຕັ້ງພາສີໂລກ WCO ເພື່ອຊອກຫາກາລະໂອກາດເພີ່ມທະວີການຮ່ວມມືດ້ານພາສີ ໃນພາກພື້ນ. ຫົວໜ້າກົມໃຫຍ່ ພາສີ ບັນດາປະເທດ ອາຊຽນ ກໍມີບັນດາການທາບທາມຄໍາເຫັນສະເພາະຕ່າງຫາກກັບ ສະພາດໍາເນີນທຸລະກິດ ອາຊຽນ, ສະພາດໍາເນີນທຸລະກິດ ອີຢູ - ອາຊຽນ ແລະ ສະພາດໍາເນີນທຸລະກິດ ອາເມລິກາ - ອາຊຽນ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມື ລະຫວ່າງ ອົງການພາສີ - ວິສາຫະກິດ ໃນພາກພື້ນ.
        ໂດຍເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ, ກົມພາສີລາວ ໄດ້ມີບັນດາການເຈລະຈາສອງຝ່າຍ ກັບ ຄະນະຜູ້ແທນພາສີ ອາຊຽນ 7 ຄະນະ ເພື່ອແລກປ່ຽນປະສົບການ, ການຮ່ວມມືພັດທະນາຊັບພະຍາກອນມະນຸດ ແລະ ວິຊາສະເພາະໃນຂົງເຂດພາສີ.  
 (ແຫຼ່ງຄັດຈາກ VOV)
 
      

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top