• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືກັບຍີ່ປຸ່ນ ໃນບັນດາຂົງເຂດພັດທະນາພື້ນຖານໂຄງລ່າງ, ປ້ອງກັນ, ຕ້ານໄພພິບັດທໍາມະຊາດ

      ຍີ່ປຸ່ນ ມີຄວາມສົນໃຈເປັນພິເສດ ແລະ ປາດຖະໜາຢາກເຂົ້າຮ່ວມການພັດທະນາບັນດາໂຄງການໂຄງລ່າງຄົມມະນາຄົມທີ່ສໍາຄັນ, ມີລັກສະນະເຊື່ອມຕໍ່, ມີຄວາມສາມາດສົ່ງຜົນກະທົບເຖິງການເຕີບໂຕ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ ແລະ  ລັດຖະມົນຕີກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຄົມມະນາຄົມ ແລະ ການທ່ອງທ່ຽວ ຍີ່ປຸ່ນ Keiichi Ishii (ພາບ:TTXVN)
      ວັນທີ 25 ທັນວາ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຄົມມະນາຄົມ ແລະ ການທ່ອງທ່ຽວ ຍີ່ປຸ່ນ (MLIT) Keiichi Ishii, ເຊິ່ງພວມເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ສະເໜີຍີ່ປຸ່ນ ສືບຕໍ່ສົ່ງເສີມວິສາຫະກິດລົງທຶນເຂົ້າຫວຽດນາມ ໃນບາງຂົງເຂດ ເຊິ່ງຫວຽດນາມ ມີຄວາມຕ້ອງການ ແລະ ທ່າແຮງບົ່ມຊ້ອນພັດທະນາ ຄືອຸດສາຫະກໍາລົດໂອໂຕ, ພະລັງງານ ແລະ ການທ່ອງທ່ຽວ; ສືບຕໍ່ໜູນຊ່ວຍ, ຮ່ວມມືຢ່າງແໜ້ນແຟ້ນ ເພື່ອສືບຕໍ່ຄົ້ນຄວ້າຜັນຂະຫຍາຍບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງໃຫຍ່ ຄືເສັ້ນທາງລົດໄຟຢູ່ເຂດຕົວເມືອງ, ເສັ້ນທາງລົດໄຟຄວາມໄວສູງ, ເສ້ັນທາງບົກຄວາມໄວສູງ ແລະ ແບ່ງປັນບົດຮຽນໃນການຄຸ້ມຄອງ, ລົງທຶນພັດທະນາພື້ນຖານໂຄງລ່າງກັບຫວຽດນາມ.
        ສ່ວນທ່ານ Keiichi Ishii ໃຫ້ຮູ້ວ່າ: ຍີ່ປຸ່ນ ມີຄວາມສົນໃຈເປັນພິເສດ ແລະ ປາດຖະໜາຢາກເຂົ້າຮ່ວມການພັດທະນາບັນດາໂຄງການໂຄງລ່າງຄົມມະນາຄົມທີ່ສໍາຄັນ, ມີລັກສະນະເຊື່ອມຕໍ່, ມີຄວາມສາມາດສົ່ງຜົນກະທົບເຖິງການເຕີບໂຕ ພ້ອມທັງຢ້ັງຢືນວ່າ ດ້ວຍປະສົບການ ແລະ ແຫຼ່ງກໍາລັງຂອງຕົນ, ຍີ່ປຸ່ນ ປາດຖະໜາຢາກສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ ເພື່ອຜັນຂະຫຍາຍບັນດາລະບົບເຕືອນໄພໄວ ກໍຄືມາດຕະການຕ່າງໆ ເພື່ອຮັບມືກັບໄພພິບັດຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top