• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືປ້ອງກັນຊາດຫວຽດນາມ-ອິນໂດເນເຊຍ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂງ​ຊວນ​ລີກ ເຈ​ລະ​ຈາ​ກັບ
​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ ອິນ​ໂດ​ເນ​ເຊຍRyamizad Ryacudu
ພາບ:vov
      ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂງ​ຊວນ​ລີກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ອິນ​ໂດ​ເນ​ເຊຍ Ryamizad Ryacudu ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ແຕ່​ວັນ​ທີ 7-9/8. ຕອນ​ເຊົ້​າ​ວັນ​ທີ 8/8, ຢູ່ ຮ່າ​ໂນ້ຍ ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ, ເປັນ​ເອ​ກະ​ພາບ​ຕີ​ລາ​ຄາ​ການ​ພົວ​ພັນ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ສືບ​ຕໍ່​ພັດ​ທະ​ນາ, ບັນ​ລຸ​ໝາກ​ຜົນ​ຢ່າງ​ແທດ​ຈິງ.  ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ສືບ​ຕໍ່ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ສ້າງ​ກົນ​ໄກ​ການ​ຕ່າງ​ປະ​ເທດ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ, ເພີ່ມ​ທະ​ວີ​ການ​ຮ່ວ​​ມມື​ທະ​ຫານ​ເຮືອ, ບຳ​ລຸງ​ສ້າງ, ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ຫນູນ​ຊ່ວຍ​ມະ​ນຸດ​ສະ​ທຳ, ກູ້​ໄພ​, ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ, ຊຸກ​ຍູ້​ການ​ຮ່ວມ​ມື​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ. ສອງ​ຝ່າຍ​ສືບ​ຕໍ່​ທາບ​ທ່າມ​ຄຳ​ເຫັນ, ຮ່ວມ​ມື, ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ ແລະ ໃນ​ບັນ​ດາ​ບັນ​ຫາ​ສອງ​ຝ່າຍ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ພິ​ເສດ ແມ່ນ​ກົນ​ໄກ​ຮ່ວມ​ມື​ປ້ອງ​ກັນ​ຊາດ- ການ​ທະ​ຫານ​ພາກ​ພື້ນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top