• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດ, ຫວຽດນາມ ມີຜູ້ໄດ້ຮັບນາມມະຍົດນາງງາມໜ່ວຍໂລກ

ນີ້ເປັນຄັ້ງທຳອິດມີຜູ້ຕາງໜ້າ ຫວຽດນາມ ຍາດໄດ້ລາງວັນສູງສຸດທີ່ງານແຂ່ງຂັນນາງງາມໜ່ວຍໂລກນີ້.


ນາງງາມ ຫງວຽນເຟືອງແຄ໊ງ

(ພາບຈາກຄະນະຈັດຕັ້ງ)

ໃນຄ່ຳຄືນແຂ່ງຂັນຮອບຊິງຊະຫຼະເລີດ ຈັດຕັ້ງເມື່ອວັນທີ 3 ພະຈິກ, ຢູ່ນະຄອນຫຼວງ ມານີລາ, ປະເທດ ຟິລີບປິນ, ນາງສາວ ຫວຽດນາມ ຫງວຽນເຟືອງແຄ໊ງ ໄດ້ຍາດໄດ້ນາມມະຍົດນາງງາມໜ່ວຍໂລກ ປີ 2018. ນີ້ເປັນຄັ້ງທຳອິດມີຜູ້ຕາງໜ້າ ຫວຽດນາມ ຍາດໄດ້ລາງວັນສູງສຸດທີ່ງານແຂ່ງຂັນນາງງາມໜ່ວຍໂລກນີ້.

        ງານແຂ່ງຂັນນາງງາມໜ່ວຍໂລກໂດຍກຸ່ມບໍລິສັດຂອງ ຟີລິບປິນ ຈັ້ດຕັ້ງນັບແຕ່ປີ 2001, ເພື່ອແນໃສ່ຍົກສູງສະຕິກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. ບັນດານັກສອບເສັງເຂົ້າຮ່ວມຫຼາຍຂັ້ນຕອນຂອງການແຂ່ງຂັນ ແລະ ບັນດາການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມກ່ອນທີ່ເຂົ້າຮອບຊິງຊະຫຼະເລີດ.

        ນາງງາມ ຫງວຽນເຟືອງແຄ໊ງ ເກີດປີ 1994 ຢູ່ແຂວງ ເບັ໊ນແຈ ແລະ ນາງເຄີຍເປັນນັກສຶກສາຂອງມະຫາວິທະຍາໄລຊື່ດັ່ງ Curtin Singapore, ນາງສາມາດເວົ້າພາສາ ອັງກິດ ແລະ ຝລັ່ງຄືດັ່ງພາສາແມ່.

(ແຫຼ່ງຄັດຈາກ VOV)


ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ຢ້ຽມ​ຢາມ​ໄດ້​ຢັ້ງ​ຢືນ ແລະ ກຳ​ນົດ​ທິດ​ກ້າວ​ເດີນ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ພ້ອມ​ທັງ​ເປີດ​ສະ​ຖານ​ທີ່​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ.

Top