• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ເຊີ່ມເຊີນ-ເຂດພູຜາ ແລະ ແມ່ນຳ້ລຳເຊທີ່ສວຍງາມຂອງແຂວງ ແທງຮວາ

ເຂດທ່ອງທ່ຽວ ເຊີ່ມເຊີນ (ແທງຮວາ) ຊຶ່ງປະກອບດ້ວຍບັນດາຊາຍຫາດທີ່ຍາວຢຽດ, ມີນຳ້ທະເລທີ່ສົດໃສ, ລະດັບ ຄວາມເຄັມຂອງນໍ້າພໍປະມານເໝາະ ກັບສຸຂະພາບຂອງນັກທ່ອງ ທ່ຽວ, ມີລະບົບຫໍໄຫ້ວ, ວັດວາຕ່າງໆ ຢູ່ເທິງພູ ເຈື່ອງເລ້ ທີ່ສະໜິດຕິດພັນກັບວັດທະນະທຳຈິດວິນຍານ ຂອງປະຊາຊົນຊາວເຂດທະເລ ພວມດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ຽວຊົມ ແລະ  ຜັກຜ່ອນເປັນຈຳນວນຫຼວງຫຼາຍ.
ຄວາມສວຍສົດງົດງາມຂອງທະເລ ເຊີ່ມເຊີນ
ມີຄວາມຍາວ 6 ກິໂລແມັດນັບແຕ່ທ່າເຮືອ ແລກເຮີຍ ເຖິງຕີນພູ ເຈື່ອງເລ້, ເຊີ່ມເຊີນ ເປັນບ່ອນທ່ອງທ່ຽວທີ່ມີ ຫາດຊາຍເປັນ ຄ້ອຍໆ, ຟອງນຳ້ໃຫຍ່, ເໝາະສົມກັບຮູບແບບຜັກຜ່ອນບໍາລຸງ​ ສຸຂະພາບໃນລະດູ​ແລ້ງ. ຕັ້ງແຕ່ສະໄໝຂຶ້ນກັບຝລັ່ງ, ເຊີ່ມເຊີນ ເປັນສະຖານ​ທີ່ທ່ອງ ທ່ຽວທີ່ມີຊື່ສຽງ​ໃນ ອິນດູຈີນ.

ຫຼາຍ​ທົດ​ສະ​ວັດ​ຕໍ່​ມາ, ບັນດາ​ຄະ​ລື​ຫາດ, ບ້ານ​ພັກ​ຕາກ​ອາກາດ​ຈໍານວນ​ຫຼາຍ​ຖືກ​ສ້າງ​ຂຶ້ນ. ເຈົ້າຊີວິດ ບາວດ້າຍ, ເຈົ້າຊີວິດຜູ້ສຸດທ້າຍຂອງລາຊະວົງ ຫງວຽນ ໄດ້ກໍ່ສ້າງ
ວັງຫຼັງໜຶ່ງຢູ່ ເຊີ່ມເຊີນ​ ແຫ່ງ​ນີ້.
 
ປະຈຸບັນ,  ອຳນາດການປົກຄອງທ້ອງຖິ່ນ ໄດ້ມີການລົງທຶນເພື່ອກໍ່ສ້າງພື້ນຖານໂຄງລ່າງ​ເປັນ​ເງິນ​ນັບ​ຫຼາຍຮ້ອຍຕື້ດົ່ງ. ຫລາຍວິສາຫະກິດ ​ແລະ ເອກະຊົນກໍ່​ໄດ້ລົງທຶນ ປັບປຸງ ປົວ​ແປງ​ຍົກ​ລະດັບ ຫລື ກໍ່ສ້າງບ້ານພັກ​ໃໝ່ເພື່ອຮັບໃຊ້ນັກທ່ອງ ທ່ຽວ. ຫຼາຍບໍລິການ ແລະ ລະບົບໂຮງແຮມທີ່ທັນ ສະໄໝ ໄດ້ເປີດນຳໃຊ້ ໃນລະດູການທ່ອງທ່ຽວປີ 2016, ສະນັ້ນ ຈຳນວນນັກທ່ອງທ່ຽວ ທີ່ມາທີນີ້ເພີ່ມສູງຂຶ້ນຢ່າງກະໂດດຂັ້ນ. 

ມູມໜຶ່ງທີ່ຫາດຊາຍ B ຂອງເຂດທ່ອງທ່ຽວ ເຊີ່ມເຊີນ ທີ່ຖ່າຍດ້ວຍ flycam
ເມື່ອເດືອນມິຖຸນາ 2016. ພາບ: ຮວ່າງຮ່າ/VNP



ນັກທ່ອງທ່ຽວຮັບອະລຸນວັນໃໝ່ທີ່ຫາດຊາຍທະເລ ເຊີ່ມເຊີນ. ພາບ: ດຶກແຫ້ງ/VNP


ພວກນ້ອງນ້ອຍ ຫຼິ້ນກັບ​ຄື້ນນຳ້ ຢູ່ທະເລ ເຊີ່ມເຊີນ. ພາບ: ກົງດາດ/VNP


ເຮືອກູ້ຊີບຂອງໜ່ວຍກູ້ໄພທະເລກຳລັງຕິດຕາມສະພາບຮັບປະກັນ
ຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ. ພາບ: ກົງດາດ/VNP



ໝາກປິ່ນລົມ​ທັງຫລາຍ​ໄດ້ເພີ່ມ​ສີສັນ​ອັນ​ສວຍ​ງາມ​ໃຫ້​ແກ່ຫາດຊາຍທະເລ ເຊີ່ມເຊີນ  . ພາບ: ກົງດາດ/VNP


ນັກທ່ອງທ່ຽວສາມາດຖ່າຍຮູບໄວ້ເປັນທີ່ລະນຶກ ພ້ອມ​ກັບຮູບຈຳລອງທີ່​ຕົບ​ແຕ່ງດ້ວຍຊາຍ. ພາບ: ເຈີ່ນແທງຢາງ/VNP


ທ້ອງຟ້າ​ເທິງຫາດຊາຍທະເລ ເຊີ່ມເຊີນ ເຕັມໄປດ້ວຍບັນດາ​ວ່າງ​ທັງຫລາຍ. ພາບ: ຈ້ອງຈິງ/VNP


ຫາດ​ຫີນ​ໃຫຍ່ຊຶ່ງ​ມີ​ບັນດາ​ໂງ່ນ​ຫີນສະ​ຫລັບ​ສັບ​ຊ້ອນ​ກັນ​ຍ້ອນກະ​ແສ​ຄື້ນທະ​ເລຢູ່ ຫວຸງຕຽນ,
ຕີນພູ ເດົາວອຍ (ຫົວຊ້າງ) ກໍ່ເປັນຈຸດໜຶ່ງ​ທີ່​ດຶງ​ດູດ​ໃຈນັກທ່ອງທ່ຽວ. ພາບ: ຈ້ອງຈິງ/VNP



ຄວາມສວຍສົດງົດງາມຂອງທະເລ ເຊີ່ມເຊີນ ໃນຍາມຄ້ອຍ​ຄໍ່າ​ລົງ​ແລງ. ພາບ: ກົງດາດ/VNP


ຄວາມສະຫງົບສຸກ, ສະຫງົບງຽບຂອງທະເລ ເຊີ່ມເຊີນ ໃນຍາມສາຍັນ. ກົງດາດ/VNP


ເຊີ່ມເຊີນໃນປີ 2016 ໄດ້ກາຍເປັນຈຸດທ່ອງທ່ຽວທີ່ຈັບໃຈ. ໃນພາບ: ຖະໜົນ ໂຮ່ຊວນເຮືອງ ໄດ້ຂະຫຍາຍອອກກວ້າງ
ທົບສອງເທື່ອ, ຢູ່ຄຽງຂ້າງແມ່ນບັນດາ hubway. ພາບ: ເຈີ່ນແທງຢາງ/VNP



ປີ 2016 ກໍ່ເປັນປີໜຶ່ງທີ່ເຊີ່ມເຊີນ ໄດ້ຮັບການລົງທຶນກໍ່ສ້າງ ຫຼາຍທີ່ສຸດຕັ້ງແຕ່ກ່ອນມາ​ເຖິງ​ປະຈຸ​ບັນ
ເມື່ອງົບປະມານຂອງ ແຂວງ​ໄດ້ ເບີກຈ່າຍຫຼາຍຮ້ອຍຕື້ດົ່ງເພື່ອກໍ່ສ້າງ ພື້ນຖານ ໂຄງລ່າງ.
ຫລາຍວິສາຫະກິດ ​ແລະ ເອກະຊົນ ໄດ້ມີການລົງທຶນປັບປຸງ ສ້ອງແປງ ຫລື ກໍ່ສ້າງບ້ານພັກຂຶ້ນ​ໃໝ່​
ເພື່ອຮັບໃຊ້ນັກທ່ອງທ່ຽວ. ພາບ: ເຈີ່ນແທງຢາງ/VNP

ເຊີ່ມເຊີນ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າໜຶ່ງລ້ານເທື່ອຄົນໃນ ເດືອນພຶດສະພາ 2016, ສະເລ່ຍ ມີເຖິງ 50.000​ ເທື່ອຄົນ ຕໍ່ມື້. ພິເສດ, ຈຳນວນນັກທ່ອງທ່ຽວທີ່ຜັກຄ້າງ​ຄືນ ເພີ່ມທົບ ສອງເທື່ອຖ້າທຽບ ກັບໄລຍະດຽວກັນຂອງປີ 2015. (ຄັດຈາກ: ໜັງສືພິມ ແທງຮວາ)
ຕອນ​ເຊົ້າ, ​ເມື່ອ​ໄດ້​ຊົມ​ແສງ​ອາ​ລຸນ​ວັນ​ໃໝ່ສອດສ່ອງ​ລົງ​ມາ​ເທິງຫາດຊາຍເຊີ່ມເຊີນ ແມ່ນວິນາທີປະທັບໃຈທີ່ສຸດສຳລັບ ນັກທ່ອງທ່ຽວທີ່ມາຜັກຜ່ອນຢູ່ທີ່ນີ້. ນັ້ນ​ກໍ່​ຄື​ຊ່ວງ​ໄລຍະ​ທີ່​ແສງ​ພະ​ອາທິດຄ່ອຍໆ ປ່ຽນຈາກສີແດງອ່ອນມາເປັນສີເຫຼືອງ​ກະຈາຍ​ລົງມາຍາວ​ຢຽດ​ໄປ​ທົ່ວ​ຫາດ​ຊາຍ​. ນັກທ່ອງທ່ຽວສາມາດ​ເຊື່ອມ​ຕົວ​ເຂົ້າ​ໃນ​ວັງ​ນໍ້າທີ່​ເສາະ​ໄສ​ເຢັນ​ດີ, ພາຍ​ໃຕ້​ກະ​ແສ​ຟອງ​ກະທົບ​ໃສ່​ຕົນ​ໂຕ​ຢ່າງ​ມີ​ຄວາມສຸກ​ເມື່ອ​ວັນ​ໃໝ່​ມາ​ເຖິງ.
ນີ້ກໍ່ເປັນຊ່ວງໄລຍະທີ່ເຮືອຫາປາຂອງຊາວປະມົງ ເຊີ່ມເຊີນ ເຂົ້າທຽບຝັ່ງ ແລະ ວາງຂາຍສິນທະເລທີ່​ສົດໆ​ໃໝ່ໆ ຫຼາຍຊະນິດ. ນັກທ່ອງທ່ຽວສາມາດເລືອກຊື້ສິນທະເລສອງສາມຊະນິດ ແລ້ວ​ໃຫ້ຊາວປະມົງຢູ່ທີ່ນີ້ ຊ່ວຍປຸງແຕ່ງກັບທີ່ ແມ່ນຈະໄດ້ອາຫານ ຄາບເຊົ້າທີ່ໜ້າຈັບໃຈທີ່​ສຸດຢູ່ແຄມຝັ່ງທະເລ.
 
ຕອນແລງ ​ໃນ​ລະດູ​ແລ້ງ ຜູ້​ຄົນ​ມາທ່ຽງ​ ເຊິ່ມ​ເຊີນ​ ເໝືອນ​ປາງ​ບຸນ. ເທິງຫາດຊາຍຍາວ 6 ກິໂລແມັດ ເຕັມໄປດ້ວຍ ນັກທ່ອງ ທ່ຽວທີ່ມາອາບນຳ້ທະເລ.  ເພື່ອຮັບປະກັນຄວາມ​ປອດ​ໄພ ໃຫ້ແກ່ນັກທ່ອງທ່ຽວຍຸ​ທ່າ​ງອາບ ​ນໍ້າ​ຢ່າງ​ຕາມ​ໃຈ​ຊອບ, ອໍາ ນາດການປົກຄອງຢູ່ທີ່ນີ້ ໄດ້ຈັດ​ໃຫ້​ມີຫຼາຍໜ່ວຍກູ້ຊີບທັງຢູ່​ເທິງຫາດຊາຍ ແລະ ຢູ່​ໃນທະເລ. ດ້ວຍ​ນໍ້າ​ສຽງ​ອັນ​ໄສ​ແຈ້ງ​ຂອງ​ຜູ້​ປະກາດ​ໃນ​ລະບົບ​ໂທລະ​ໂຄ່ງ​ບັນດານັກທ່ອງ ທ່ຽວ ຈະໄດ້ຮັບການແນະນຳຢ່າງ​ລະອຽດວິທີອາບນຳ້ທີ່ ປອດໄພ ພ້ອມ​ທັງ​ຂໍ້​ມູນ​ຂ່າວສານ​​ກ່ຽວ​ກັບ​ການບໍລິການຕ່າງ ທີ່ສະດວກ ຫລື​ການ​ປະຊາ​ສໍາພັນ​ຊອກ​ຫາ​ຍາດ​ພີ່ນ້ອງ​ຫລົງ​ກັນ. 

ຈຸດ​ທີ່​ມາ​ຮອດ​ມາ​ເຖິງ​ຂອງ​ການທ່ອງທ່ຽວ​ແຫ່ງ​ຈິດ​ວິນ​ຍານ
ເມື່ອ​ມາ​ເຖິງ ແທງຮວາ, ທ່ານຈະໄດ້ຮັບຟັງເລື່ອງ​ເລົ່າ​ສືບ​ກັນ​ມາ ສຸດ​ທີ່​ດີງາມ​ກ່ຽວ​ກັບ​ເມຍ​ຄອງ​ຄອຍ​ຖ້າ​ຜົວ​ກັບ​ຈາກ​ທະ​ເລຈົນກາຍ​ຕົວ​ເປັນ​ຫີນ. ນັ້ນ​ກໍ່​ຄື​ນິທານ ຮ່ອນວ້ອງຟູ (ກ້ອນຫີນຄອງຜົວ). ເລື່ອງເລົ່າວ່າ ມີແມ່ຍິງຄົນໜຶ່ງອູ້ມລູກຂຶ້ນຈອມພູ ໂຍ່ຍ ນັ່ງຖ້າຜົວ ກັບມາຈາກການຫາປາຢູ່ກາງທະເລ ຈົນເຖິງເວລາສອງແມ່ລູກ ກາຍເປັນຫີນ, ນຳ້ຕາຂອງນາງ​ ໄຫຼລົງມາກາຍເປັນສາຍພູ ເຈື່ອງເລ້. ອາດຈະແມ່ນ ຍ້ອນແນວນັ້ນ, ເທິງສາຍພູ ເຈື່ອງເລ້ ຈຶ່ງ​ໄດ້​ມີ​ລະບົບ​ຫໍ​​ໄຫ້​ວ, ວັດວາອາ​ຮາມ ແລະເຂດຮ່ອງຮອຍຫຼາຍແຫ່ງ ທີ່ກ່ຽວພັນເຖິງ ຈິດ​ວິນ​ຍານຂອງປະຊາຊົນຢູ່ເຂດທະເລ.

ເລີ່ມແຕ່ເຊົ້າຕູ່, ງານບຸນ ແບງໄຢ່-ແບງຈື໋ງ 2016 ໄດ້ຈັດຂຶ້ນ ດ້ວຍຂະບວນແຫ່​ກ້ຽວຂອງ 7 ບ້ານ
ຂຶ້ນກັບ 5 ຕາແສງ ຂອງເທດ ສະບານ ເຊີ່ມເຊີນ. ພາບ: ຈ້ອງຈິງ
/VNP



ຂະບວນແຫ່​ກ້ຽວຂອງ ໝູ່ບ້ານຕ່າງໆກຳລັງແຫ່​ກ້ຽວ ເທວະ​ດາ ຂຶ້ນສູ່​ຫໍດົກເກືອກ ເທິງພູ ເຈື່ອງເລ້. ພາບ: ຮວ່າງຮ່າ/VNP


ຂະບວນແຫ່ກ້ຽວຂອງ ໝູ່ບ້ານຕ່າງໆ​ຕາມ​ທ້ອງ
ຖະໜົນສາຍຕ່າງໆ ຢູ່ ເຊີ່ມເຊີນ. ພາບ: ຈ້ອງຈິງ/VNP



ຫລັງ​ຈາກ​ເສັດ​ສິ້ນພິທີການຕາມ​ປະ​ເພນີ​ແລ້ວ ​ແມ່ນການເຄື່ອນໄຫວ ຖວາຍ,
ໄຫວ້ບູຊາ​ໃນ​ເດີ່ນ​ຂອງ​ຫໍ ດົກເກືອກ. ພາບ: ຮວ່າງຮ່າ
/VNP



ເທິງພູ ເຈື່ອງເລ້ ມີຫໍດົກເກືອກ, ເປັນບ່ອນບູຊາ ເທບພະເຈົ້າ ດົກເກືອກ ແລະ ເຈົ້າແມ່ ລຽວແຫ້ງ.
ໃນພາບ: ຮູບປັ້ນເທບພະເຈົ້າ ດົກເກືອກ ໄດ້ຕັ້ງຢູ່ໃນ​ໃຈກາງ​ຫໍ. ພາບ: ຮວ່າງຮ່າ
/VNP



ເຂົ້າໜົມປຽກປູນ ທີ່ມີເສັ້ນຜ່າສູນກາງ 30 ຊັງຕີແມັດ, ເຂົ້າຕົ້ມສີ່ຫຼ່ຽມ​ແຕ່ລະ​ຂ້າງ​ຍາວ 40 ຊັງຕີແມັດ
ໄດ້ຮັບການກະກຽມ
ຢ່າງລະອຽດນັບ​ຕັ້ງແຕ່ຂັ້ນຕອນການເລືອກ ເຂົ້າໜຽວ, ຊີ້ນໝູ, ໃບຕອງຈົນເຖິງເຕັກນິກການປຸງແຕ່ງ
ຖືກ​ຈັດ​ວາງ​ລົງ​ເທິງ​ກ້ຽວ​ຢ່າງ​ເປັນ​ລະບຽບ​ຫລັງ​ຈາກ​ນັ້ນ​ປະຊາຊົນ​ພາຍ​ໃນ​ບ້ານ​ພ້ອມ​ກັນ​ແຫ່​
ເພື່ອ​ນໍາ​ໄປ​ຖວາຍໄຫ້​ວບູຊາຢູ່​ໃນ​ບໍລິ​ເວນ​ຫໍ ດົກເກືອກ. ພາບ: ຮວ່າງຮ່າ
/VNP



ຫໍ ໂກຕຽນ ຕັ້ງເທິງຈ່ອມພູ ເດົ່າວອຍ ແມ່ນວັດຫຼັງໜຶ່ງທີ່ ເກົ່າແກ່ ມີມາແຕ່ສະໄໝລາຊະວົງ ຫຼີ, ບູຊາເທບພະນາລີສາມຄົນ
ແມ່ນເທບພະນາລີ ເທື້ອງທຽນ (ເຈົ້າແມ່ ລຽວແຫ້ງ), ເທພະນາລີ ເທື້ອງງ່ານ ແລະ ເທພະນາລີ ຖວາຍ. ພາບ: ຈ້ອງຈິງ/VNP



ມູນໜຶ່ງຂອງຫໍ ໂກກຽນ ເທິງພູ ເຈື່ອງເລ້. ພາບ: ຮວ່າງຮ່າ/VNP


ງານບູນ ແບງໄຢ່ - ແບງຈື້ງ ຈັດ​ຂຶ້ນ​ເປັນ​ເວລາ​ສອງວັນ 18-19 ມິຖຸນາ (14-15/5 ຕາມຈັນທະປະຕິທິ່ນ)
ທີ່ທ່າເຮືອ ແລກເຮີຍ, ຕາ​ແສງ ກວາງຕຽນ ຊຶ່ງ ປະກອບດ້ວຍຫຼາຍລາຍການ ເຄື່ອນໄຫວ ທາງ​ສາສະໜາຄື:
ແຫ່ກ້ຽວ, ຖວາຍ, ​ໄຫວ້​ບູຊາ ​ແລະ​ ອື່ນໆ ພາບ: ຈ້ອງຈິງ
/VNP



ນັກສິລະປະກອນຂອງໝູ່ບ້ານຕ່າງ​ໃນ​ຊຸດ​ງານ​ບຸນ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນ​ເຊີ້ງ​ກ້ຽວ.​ ພາບ: ຈ້ອງຈິງ/VNP


ນັກທ່ອງທ່ຽວຄົນໜຶ່ງມາແຕ່​ເມືອງ ຮວ່າງມາຍ (ຮ່າໂນ້ຍ)
ໄດ້ເຂົ້າຮ່ວມໃນຂະບວນແຫ່ກ້ຽວ ແລະ ໄຫວ້ບູຊາໃນຫໍ ດົກເກືອກ. ພາບ: ຈ້ອງຈິງ
/VNP

ເຊີ່ມເຊີນ ເປັນທ້ອງຖິ່ນໜຶ່ງ​ທີ່​ມີ​ຫໍ 5 ແຫ່ງຖືກຮັບຮອງເປັນ ຮ່ອງຮອຍລະດັບຊາດ ນັ້ນ​ຄື: ຫໍດົກເກືອກ, ຫໍໂກຕຽນ, ຫໍ ໂຕຫຽນແທ່ງ, ຫໍເດ່ລີງ ແລະ ຫໍກາເລີບ.
ໃນຈຳນວນເຂດຮ່ອງຮອຍດັ່ງກ່າວ ຫໍ​ໄຫ້​ວ ດົກເກືອກ (ຂາດຽວ) ທີ່​ຕັ້ງຢູ່ທາງທິດເໜືອຂອງສາຍພູ ເຈື່ອງເລ້ ​ແມ່ນ​ມີ​ຊື່​ສຽງ​ທີ່​ສຸດ​ແຫ່ງ​ຄວາມ​ສັກສິດ. ຊາວປະມົງຢູ່ ເຊີ່ມເຊີນ ຍັງຮັກສາເທບນິຍາຍ ທີ່ວ່າ ແຕ່ກີ້ແຕ່ກ່ອນ ມີຜູ້ຊາຍຄົນໜຶ່ງທີ່ແຂງແຮງ​ເໜືອ​ທໍາ​ມະ​ດາ​ໄດ້ແຍກຕົວອອກເປັນສອງສ່ວນ, ສ່ວນໜຶ່ງໄປຫາປານຳ ຊາວປະມົງ ແລະ ປາບ​ມານ​ຮ້າຍຢູ່ກາງທະເລ, ສ່ວນຍັງເຫຼືອຢືນຢູ່ ສົ້ນສາຍພູ ເຈື່ອງເລ້. ສະ​ນັ້ນ, ເພື່ອສະແດງ​ເຖິງຄວາມຮູ້ບຸນຄຸນ, ປະຊາຊົນຢູ່ທີ່ນີ້ ຈຶ່ງກໍ່ສ້າງຫໍ​ໄຫ້​ວຫຼັງໜຶ່ງ ທີ່ມີຊື່ວ່າ ຫໍດົກເກືອກ. ອີກດ້ານໜຶ່ງ,ເທບພະເຈົ້າ ດົກເກືອກ ຖື​ວ່າເປັນຕົວ ແທນຂອງດວງຈັນ, ສະນັ້ນ ຊາວປະມົງໄດ້ຈໍາລອງ ຮູບພາບ ເດືອນບໍ່ເຕັມດວງ ​ເພື່ອ​ສ້າງ​ແພ​ໄມ້​ເປັນ​ເຄື່ອງມື​ອອກ​ຫາປາ ຢູ່ທະເລ. ຊາວປະມົງຢູ່ທີ່ນີ້ ມີຄວາມເຊື່ອຖືວ່າ ກ່ອນ​ຈະ​ອອກ​ທະ​ເລຫາ​ປາ​ຄັ້ງ​ໃດເທບພະເຈົ້າ ດົກເກືອກ ກໍ່ຕາມ​ໄປ​ນໍາ​ເພື່ອ​ປົກ​ປ້ອງ​ຊາວ​ປະມົງ ຕໍ່ໜ້າ​ຄື້ນ ​ແລະ​ ພະຍຸ​ລົມ​ແດງ​ໃນ​ທະ​ເລ.

ຕາມການເວລາ, ຄວາມເຊື່ອດັ່ງກ່າວ ໄດ້ກາຍເປັນງານບຸນແບງໄຢ່-ແບງຈື໋ງ (ເຂົ້າໜົມປຽກປູນ-ເຂົ້າຕົ້ມ) ຊຶ່ງໄດ້ຈັດຂຶ້ນ ເປັນປະຈຳ ແຕ່ວັນທີ 11-13/5 ຕາມຈັນທະປະຕິທິນ ເພື່ອຂໍເທບພະເຈົ້າ ດົກເກືອກ ດົນບັນດານໃຫ້ຝົນຟ້າອາກາດ ອຳນວຍ. ງານບຸນຈັດຂຶ້ນພໍດີຖືກກັບລະດູການ ທ່ອງທ່ຽວ ທະເລ,ສະນັ້ນ ມັນກາຍເປັນຈຸດນັດໝາຍທີ່ຈັບໃຈສຳລັບນັກທ່ອງທ່ຽວ.  
 
ຕາມເສັ້ນທາງຂຶ້ນພູ ເຈື່ອງເລ້, ນັກທ່ອງທ່ຽວຍັງຈະ ໄດ້ແວ່ ຊົມຮ່ອນ ຈົງ-ໝາຍ, ຫໍໂກຕຽນ ແລະ ຫໍໂຕຫຽນແທ່ງ. ບໍ່ພຽງ ແຕ່ເທົ່ານັ້ນ, ບັນດາໂງ່ນຫີນທີ່ມີຮູບຊົງຕ່າງປະຫຼາດຢູ່ຕີນພູ ກໍ່ແມ່ນຫວ່າງເວຫາທີ່ເຕັມໄປດ້ວຍຄວາມເພີນຈິດສຳລັບນັກທ່ອງທ່ຽວອີກດ້ວຍ.

ອາຊີບຫາປາດ້ວຍເຮືອແພ
ເດືອນມີນາ 1993, ນັກສຳຫຼວດ Tim Severin ຊາວ ອາຍເຊີແລັນ ໄດ້ມາ ເຊ່ີມເຊີນ ເພື່ອຊອກຮູ້ກ່ຽວກັບອາຊີບຫາປາດ້ວຍເຮືອແພ ແລະ ສົມທົບກັບຊາວທ້ອງຖິ່ນ ປະກອບເຮືອແພລຳໜຶ່ງ ເພື່ອປະຕິບັດການເດີນທາງຂ້າມມະຫາສະໝຸດປາຊີຟິກ ດ້ວຍໄລຍະທາງຍາວ 5.500 ໄມ. ຍ້ອນ​ແນວ​ນັ້ນ, ອາຊີບ​ສ້າງ​​ເຮືອ​ແພ​ຢູ່​ ເຊີ່ມ​ເຊີນ ​ຈຶ່ງ​ໄດ້​ຮັບ​ການ​ຮັບ​ຮູ້​​ຈາກທົ່ວ​ໂລກ. 

ຊາວປະມົງກະກຽມ​ເຄື່ອງ​ມື​ຫາ​ປາ​ສໍາລັບ​ການ​ອອກ​ສູ່​ທະ​ເລ​ຫາ​ປາ​ໃນ​ວັນ​ຕໍ່​ມາ. ພາບ: ເຈີ່ນແທງຢາງ/VNP


ປະມານ 5 ໂມງເຊົ້າ, ບັນຍາກາດຢູ່ຕະຫຼາດຂາຍປາ ເຊີ່ມເຊີນ ເຕັ້ມໄປດ້ວຍຄວາມຄຶກຄັກໜາແໜ້ນ
​ໄປ​ດ້ວຍເຮືອແພທີ່​ເຂົ້າ​ທຽບຝັ່ງ. ພາບ: ເຈີ່ນແທງຢາງ/VNP



ເຮືອສະເພົາຂອງຊາວປະມົງ ກຳລັງກະກຽມອອກໄປຫາປາ
ຢູ່ກາງທະເລ. ພາບ: ຮວ່າງຮ່າ/VNP



ຈຸດວັດທະນະທຳທີ່ມີລັກສະນະສະເພາະຂອງຊາວປະມົງເຊີ່ມເຊີນ ແມ່ນອາຊີບຫາສິນທະເລດ້ວຍເຮືອ​ແພ.
ເຕັກນິກການປະກອບເຮືອ​ແພເຊີ່ມເຊີນ ໄດ້ມີມາແຕ່ດົນ ແລ້ວດ້ວຍອຸປະກອນແມ່ນໄມ້ພາງ ແລະ ຜູກດ້ວຍ​ເຄືອຫວາຍ.
ພາບ: ຈ້ອງຈິງ
/VNP



ສະຖານທີ່ຈອດ ເຮືອແພແຫ່ງໜຶ່ງຂອງຊາວປະມົງ. ພາບ: ຮວ່າງຮ່າ/VNP


ເຮືອຫາປາຫຼາຍລຳໄດ້ຜັກຜ່ອນພາຍຫຼັງການອອກໄປຫາປາ
ຢູ່ກາງທະເລ. ພາບ: ເຈີ່ນແທງຢາງ/VNP



ຊີວິດການເປັນຢູ່ປະຈຳວັນຂອງຊາວປະມົງຢູ່ທີ່ນີ້ ກໍ່ເປັນຈຸດທ່ອງທ່ຽວທີ່ໜ້າຈັບໃຈສຳລັບນັກທັດສະນາຈອນ
ເມື່ອມາຍັງ ເຊີ່ມເຊີນ. ພາບ: ຈ້ອງຈິງ/VNP

ປະຈຸບັນ, ອາຊີບຫາປາດ້ວຍເຮືອແພຂອງຊາວປະມົງຢູ່ ເຊີ່ມເຊີນ ຍັງ​ຄົງຮັກສາ ແລະ ພັດທະນາ​ເລື້ອຍໆ​ ມາ. ເພື່ອສ້າງເຮືອແພລຳໜຶ່ງ, ເຂົາເຈົ້າຕ້ອງໄປຊອກຊື້ໄມ້ລວງ, ໄມ້ພາງທີ່ຍັງດິບຢູ່ເຂດພູດອຍທິດຕາເວັນຕົກຂອງ​ແຂວງແທງຮວາ, ຫຼັງຈາກນັ້ນ ປະກອບເຂົ້າເປັນເຮືອແພ ເພື່ອນຳໃຊ້ເປັນ ພາຫະນະໄປ ມາທາງທະເລ. ມາຮອດເຊີ່ມເຊີນ, ນັກທ່ອງທ່ຽວ ສາມາດຊອກຮູ້ ວິທີຊາວປະມົງຍູ້ເຮືອແພອອກສູ່ທະເລ ໃນຍາມແລງຂ້ອນຄຳ່ ແລະ ເລືອກຊື້ສິນໃນນໍ້າທີ່ສົດໆ ເມື່ອເຮືອແພເຂົ້າທຽບຝັ່ງໃນຍາມເຊົ້າຕູ່ຂອງວັນຕໍ່ມາ.  
ປະຕິບັດໂດຍ: ສະໂມສອນຖ່າຍພາບວິນາທີຄຳ (ຂ່າວພາບຫວຽດນາມ)

ຊົມເມກ ເທິງຍອດພູ ເຮົ່າຖ່າວ

ຊົມເມກ ເທິງຍອດພູ ເຮົ່າຖ່າວ

ຊາປາ ມີຊື່ສຽງ ໃນດ້ານສະຖານທີ່ທ່ອງທ່ຽວ ທີ່ສວຍງາມ ຫຼາຍ ແຫ່ງ ດ້ວຍພູຜາປ່າໄມ້ ທີ່ໃຫຍ່ໂຕມະໂຫຖານ, ທົ່ງນາຂັ້ນໄດ ທີ່ສະ ຫຼັບຊັບຊ້ອນ ແລະ ອາກາດ ທີ່ບໍລິສຸດ ຂອງພູດອຍ ພາກຕາເວັນ ຕົກສ່ຽງເໜືອ. ໃນບັນດາສະຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈ ເຫຼົ່າ ນັ້ນ, ຕາແສງ ເຮົ່າຖ່າວ ພວມກາຍເປັນ ສະຖານທີ່ຊົມເມກ ທີ່ ເໝາະສົມ ສຳລັບນັກທ່ອງທ່ຽວ ທີ່ມັກຄົ້ນຫາ ທຳມະຊາດ.

Top