• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູແບບຢ່າງທີ່ກ້າວໜ້າ, ຄົນເດັ່ນ, ວຽກດີ 790 ຄົນ ແລະ ເຊີດຊູພົນລະເມືອງດີເດັ່ນ 10 ຄົນຂອງນະຄອນຫລວງ

      ຕອນເຊົ້າວັນທີ 8 ຕຸລາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງກອງປະຊຸມຍ້ອງຍໍແບບຢ່າງກ້າວໜ້າ, ຄົນເດັ່ນ, ວຽກດີ ແລະ ເຊີດຊູພົນລະເມືອງນະຄອນຫລວງທີ່ດີເກັ່ນປີ 2017. 
 
ກອງປະຊຸມຍ້ອງຍໍແບບຢ່າງກ້າວໜ້າ, ຄົນເດັ່ນ, ວຽກດີ ແລະ ເຊີດຊູພົນລະເມືອງນະຄອນຫລວງທີ່ດີເກັ່ນປີ 2017
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະມານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ໄດ້ຫວນຄືນມູນເຊື້ອ 63 ປີແຫ່ງວັນປົດປ່ອຍນະຄອນຫລວງ, ເຫດການວັນທີ 10 ຕຸລາ 1954 ແມ່ນຂີດໝາຍປະຫວັດສາດອັນສະຫງ່າລາສີ, ເປີດໜ້າປະຫວັດສາດໃໝ່ໃຫ້ນະຄອນຫລວງ ແລະ ປະເທດຊາດ.
        ທີ່ກອງປະຊຸມ, ຄະນະແຂ່ງຂັນຍ້ອງຍໍມອບລາງວັນນະຄອນ ຮ່າໂນ້ຍ ໄດ້ຍ້ອງຍໍ 790 ຄົນເປັນແບບຢ່າງກ້າວໜ້າ, ຄົນເດັ່ນ, ວຽກດີ ແລະ ເຊີນຊູ 10 ຄົນເປັນພົນລະເມືອງທີ່ດີເດັ່ນປີ 2017. ແບ່ງປັນຄວາມເບີກບານມ່ວນຊື່ນ ເມື່ອໄດ້ຮັບການເຊີດຊູເປັນພົນລະເມືອງດີເດັ່ນປີ 2017, ຮອງສາດສະດາຈານ - ປະລິນຍາເອກ ຫງວຽນທິບີກຖີວ ນັກຄົ້ນຄວ້າຂັ້ນສູງ, ອາຈານສອນສັງກັດມະຫາວິທະຍາໄລຄົມມະນາຄົມຂົນສົ່ງ ໃຫ້ຮູ້ວ່າ:
        “ຂ້າພະເຈົ້າໄດ້ພັກກິນບຳນານແຕ່ປີ 2013, ແຕ່ວ່າແມ່ນຮອງສາດສະດາຈານ ດັ່ງນັ້ນຂ້າພະເຈົ້າຈຶ່ງມີໂອກາດເຮັດວຽກຕໍ່ຢູ່ໂຮງຮຽນຈົນຮອດປີ 2020. ນີ້ແມ່ນໂອກາດ ເພື່ອໃຫ້ຂ້າພະເຈົ້າສືບຕໍ່ອຸທິດສ່ວນກຳລັງເຫື່ອແຮງຂອງຕົນເຂົ້າໃນການພັດທະນາຂອງຂະແໜງຄົມມະນາຄົມ. ນອກຈາກການອຸທິດສ່ວນນັ້ນ ຂ້າພະເຈົ້າຍັງຄົງກໍ່ສ້າງບັນດາພະນັກງານໜຸ່ມ ເພື່ອພັດທະນາບັນດາທິດທາງ ທີ່ຂ້າພະເຈົ້າພວມປະຕິບັດ ເພື່ອບັນລຸໄດ້ໝາກຜົນສູງກ່ວາ”.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top