• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຄື່ອງປ່າຂອງດົງແມ່ນປະເພດສິນຄ້າທີ່ມີການເຕີບໂຕສູງສຸດໃນໝວດສິນຄ້າສົ່ງອອກທີ່ມີມູນຄ່າສູງກ່ວາ 1 ຕື້ USD

      ໃນເດືອນເມສາ 2019, ມູນຄ່າສົ່ງອອກເຄື່ອງປ່າຂອງດົງຂອງ ຫວຽດນາມ ບັນລຸໄດ້ 922 ລ້ານ USD, ນຳວົງເງິນການສົ່ງອອກຂອງໄຕມາດ I ປີ 2019 ບັນລຸໄດ້ເກືອບ 2,4 ຕື້ USD,

ມູນຄ່າສົ່ງອອກເຄື່ອງປ່າຂອງດົງຂອງ ຫວຽດນາມ ບັນລຸໄດ້ 922 ລ້ານ USD (ພາບ: KT) 
      ຕາມກົມໃຫຍ່ປ່າໄມ້, ຂຶ້ນກັບກະຊວງກະສິກຳ ແລະ ການພັດທະນາຊົນນະບົດ  ຫວຽດນາມ ແລ້ວ, ໃນເດືອນເມສາ 2019, ມູນຄ່າສົ່ງອອກເຄື່ອງປ່າຂອງດົງຂອງ ຫວຽດນາມ ບັນລຸໄດ້ 922 ລ້ານ USD, ນຳວົງເງິນການສົ່ງອອກຂອງໄຕມາດ I ປີ 2019 ບັນລຸໄດ້ເກືອບ 2,4 ຕື້ USD. ນີ້ແມ່ນລະດັບການເພີ່ມຂຶ້ນສູງສຸດໃນກຸ່ມບັນດາສິນຄ້າສົ່ງອອກທີ່ມີມູນຄ່າສູງກ່ວາ 1 ຕື້ USD ຂອງ ຫວຽດນາມ ໃນໄຕມາດ I. ໃນວົງເງິນການສົ່ງອອກເຄື່ອງປ່າຂອງດົງທີ່ເວົ້າມາຂ້າງເຖິງ, ມູນຄ່າໄມ້ ແລະ ຜະລິດຕະພັນຈາກໄມ້ບັນລຸໄດ້ 2,26 ຕື້ USD; ຄາດວ່າມູນຄ່າສົ່ງອອກເກີນດຸນບັນລຸໄດ້ 1,82 ຕື້ USD. 5 ຕະຫຼາດຕົ້ນຕໍທີ່ນຳເຂົ້າເຄື່ອງປ່າຂອງດົງຂອງ ຫວຽດນາມ ແມ່ນ: ອາເມລິກາ, ຍີ່ປຸ່ນ, EU, ຈີນ ແລະ ສ.ເກົາຫຼີ, ໂດຍກວມເອົາ 87% ຍອດວົງເງິນການສົ່ງອອກເຄື່ອງປ່າຂອງດົງ.
 (ແຫຼ່ງຄັດຈາກ VOV)

ຮູບ​ເງົາ ຝົນ​ແດງ ແນະ​ນຳ​ທາງ​ໂທ​ລະ​ພາບ

ຮູບ​ເງົາ “ຝົນ​ແດງ” ແນະ​ນຳ​ທາງ​ໂທ​ລະ​ພາບ

ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.

Top