• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າມັນໄກ່ ໂຮ້ຍອານ

ເຂົ້າມັນໄກ່ ໂຮ້ຍອານ ເປັນລາຍການອາຫານພິເສດ ແລະ ລືຊື່ ຂອງ ແຂວງ ກວ໊າງນາມ, ຖ້າໃຜໄດ້ກິນພຽງຄັ້ງດຽວ ກໍຈະຕິດໃຈ ແລະ ຊອກຫາກິນອີກ. 
ເຂົ້າມັນໄກ່ ໂຮ້ຍອານ ເປັນລາຍການອາຫານ ໃນຍຸກຊຸມປີ 50 ຂອງ ສະຕະວັດກ່ອນ (ປະມານປີ 1950) ທີ່ເມືອງ ໂຮ້ຍອານ, ແຂວງ ກວ໊າງ ນາມ. ເປັນທີ່ຮູ້ກັນວ່າ ແຖບດິນ ຕາມກີີ່, ແຂວງ ກວ໊າງນາມ ເຄີຍມີຊື່ ສຽງ ຍ້ອນມີໄກ່ ທ່ີແຊບ, ເພາະສະນັ້ນ ລາຍການອາຫານເຂົ້າມັນໄກ່ ຈິ່ງມີຕົ້ນກຳເນີດ ຢູ່ແຫ່ງນີ້, ຫຼັງຈາກນັ້ນຊາວ ໂຮ້ຍອານ ດ້ວຍຄວາມ ຄິດທ່ີສ້າງສັນ ຂອງຕົນ ໄດ້ໃຊ້ແຫຼ່ງໄກ່ ທ່ີແຊບ ຈາກ ຕາມກີ່ ເພື່ອນໍາ ມາ ປຸງແຕ່ງ ເປັນລາຍການອາຫານ ເຂົ້າມັນໄກ່ ແລະ ກາຍເປັນ ຈຸດ ເອກະລັກ ຂອງ ຄຸ້ມເມືອງເກົ່າ ໂຮ້ຍອານ. ໃນເມື່ອກ່ອນ ລາຍການ ອາຫານເຂົ້າມັນໄກ່ ໂຮ້ຍອານ ໄດ້ແມ່ຄ້າຫາບເລາະຂາຍ ຢູ່ຕາມ ຮ່ອມ ທົ່ວທຸກຫົນແຫ່ງຂອງ ໂຮ້ຍອານ, ຕໍ່ມາ ປະຊາຊົນ ໄດ້ເປີດຮ້ານ ອາຫານ ເຂົ້າມັນໄກ່ ໂຮ້ຍອານ ເພື່ອບໍລິການ ໃຫ້ ນັກທ່ອງທ່ຽວ ທັງຢູ່ ໃກ້ ແລະ ຢູ່ ໄກ. ຜ່ານເວລາ ຫຼາຍປີ, ມາຮອດ ປັດຈຸບັນ ເຂົ້າມັນໄກ່ ໂຮ້ຍອານ ກາຍເປັນລາຍການອາຫານໄດ້ຮັບໃບຢັ້ງຢືນ ຊີິິ້ນຳທາງພູມສາດ ເມື່ອມາທ່ອງທ່ຽວ ເມືອງ ໂຮ້ຍອານ ຂອງ ແຂວງ ກວ໊າງນາມ.


ໄກ່ລວກສຸກເຫຼືອງ ພ້ອມກັບບັນດາປະເພດຜັກກິນແກ້ມກັບເຂົ້າສຸກ. 


ລາຍການອາຫານເຂົ້າມັນໄກ່ ທີ່ມີຊື່ສຽງ ຢູ່ຄຸ້ມຖະໜົນເກົ່າ ໂຮ້ຍອານ (ແຂວງ ກວ່າງນາມ). 

ທ່ານ ຫງວຽນຖ໋າຍ, ຫົວໜ້າພໍ່ຄົວ ຂອງ ຮ້ານອາຫານ Tasty ໂຮ້ຍ ອານ ໄດ້ໃຫ້ຮູ້ວ່າ ທ່ານ ເປັນຄົນພາກເໜືອ, ເພື່ອສາມາດປຸງແຕ່ງລາຍ ການອາຫານ ເຂົ້າມັນໄກ່ ໂຮ້ຍອານ ໃຫ້ຖືກແບບ ຂອງຄົນ ໂຮ້ຍອານ, ທ່ານ ຕ້ອງໃຊ້ເວລາເຖິງ 4 ປີ ຢູ່ ກວ໊າງນາມ ຮຽນວິທີປຸງແຕ່ງລາຍການ ອາຫານນີ້ ແລະ ຍິ່ງເຮັດ ຍິ່ງຕິດໃຈ ຍ້ອນລາຍການອາຫານນີ້ ບໍ່ພຽງ ແຕ່ມີຄວາມຄຸ້ນເຄີຍ ເທົ່ານັ້ນ, ແຕ່ຍັງ ບັນຈຸຄວາມສວຍງາມ ດ້ານວັດ ທະນະທຳ ຂອງຄົນ ພາກກາງ ອີກດ້ວຍ. ຫຼັງຈາກເຮັດວຽກ ຢູ່ ບັນດາ ຮ້ານອາຫານ ຢູ່ ໂຮ້ຍອານ ເປັນເວລາຫຼາຍປີ, ທ່ານ ຖ໋າຍ ໄດ້ ກັບຄືນ ມາ ຮ່າໂນ້ຍ ເປີດຮ້ານເພື່ອ ແນະນຳ ລາຍການອາຫານນີ້ ເຖິງນັກ ທ່ອງທ່ຽວ ຢູ່ ພາຍໃນ ແລະ ຕ່າງປະເທດ ທີ່ນະຄອນຫຼວງ. 

ທີ່ຢູ່ຮ້ານອາຫານ:
ເຂົ້າມັນໄກ່ Tasty ໂຮ້ຍອານ: 56 ຖະໜົນ ຫຼີເຖື່ອງກຽດ, ຮ່າໂນ້ຍ
ໂທລະສັບ: 091 684 02 82
 
ບົດ: ບິກເວິນ-ພາບ: ແທງຢາງ

ເຂົ້າກ້ອງ ໃບບົວ ໃສ້ກະດູກງົວ

ເຂົ້າກ້ອງ ໃບບົວ ໃສ້ກະດູກງົວ

ອາຫານການກິນ ຫວຽດນາມ ມີການປ່ຽນແປງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ, ທັງຮັກສາມູນເຊື້ອ ທີ່ມີມາ ແລະ ຮັບເອົາສິ່ງຍອດຍິ່ງ ຂອງອາຫານທົ່ວໂລກ. ໃນທ່າອຽງດັ່ງກ່າວ, ອາຫານ ທີ່ເປັນເອກະລັກໜຶ່ງ ໄດ້ຄ່ອຍໆ ພົ້ນເດັ່ນ ຢູ່ໃນຮ້ານອາຫານຊັ້ນສູງ, ນັ້ນຄື “ເຂົ້າກ້ອງ ຫໍ່ດ້ວຍໃບບົວ ໃສ້ ກະດູກຂ້າງງົວຕົ້ມ”. ລາຍການອາຫານນີ້ ບໍ່ພຽງແຕ່ ເປັນການປະສົມປະສານ ຂອງ ວັດຖຸປະກອບ ທີ່ສົດໃໝ່ເທົ່ານັ້ນ, ແຕ່ຍັງເປັນເລື່ອງລາວ ກ່ຽວກັບຄວາມຄິດສ້າງສັນ, ເມື່ອຄວາມເປັນເອກະລັກ ຂອງ ອາຫານເມືອງ ເຫວ້ ພົບກັບເຕັກນິກການປຸງແຕ່ງທີ່ທັນສະໄໝ ຂອງ ຊາວຕາເວັນຕົກ.

Top