• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າປາຍ ໄຊງ່ອນ

ເຂົ້າປາຍ ບໍ່ພຽງແຕ່ມີຊື່ສຽງໂດ່ງດັງ ແລະ ໄດ້ຮັບຄວາມນິຍົມ ຈາກຊາວຫວຽດນາມ ເທົ່ານັ້ນ,  ແຕ່ຍັງໄດ້ຮັບຄວາມນິຍົມ ຈາກ ນັກທ່ອງທ່ຽວ ຕ່າງປະເທດ ເມື່ອມາຍັງ ໄຊງ່ອນ (ນະຄອນ ໂຮ່ຈີ ມິນ) ຕ່າງກໍໄດ້ຊອກຫາ ແລະ ຜ່ານປະສົບການຕົວຈິງ ກັບລາຍ ການອາຫານດັ່ງກ່າວ. 
ເຄື່ອງປຸງສຳລັບ ການປຸງແຕ່ງ ເຂົ້າປາຍ ແມ່ນສ່ວນຫົວຂອງ ເມັດ ເຂົ້າ ທີ່ຖືກແຕກ ໃນເວລາສີ. ຕາມແບບມູນເຊື້ອ, ເຂົ້າປາຍ ຈະ ແຊບທີສຸດ ເມື່ອນຳໃຊ້ໝໍ້ດິນ ຫຼື ໝໍ້ຂາງ ແລະ ຫຸງດ້ວຍຟືນ. ແຕ່ ວ່າ ໃນປັດຈຸບັນ ເພື່ອປະຢັດເວລາ, ຫຼາຍຄົນ ມັກຫຸງ ເຂົ້າປາຍ ດ້ວຍວິທີໜຶ້ງ. ກ່ອນໜຶ້ງ, ຈະຕ້ອງມ່າ ເຂົ້າປາຍ ປະມານ 2-3 ຊົ່ວ ໂມງ ໃຫ້ເມັດເຂົ້າອ່ອນແລ້ວນຳໄປໜຶ້ງຈົນສຸກ.

ຮັບປະທານກັບເຂົ້າປາຍ ແມ່ນ ເຂົ້າໜົມໄຂ່ ທີ່ປຸງແຕ່ງຈາກໄຂ່, ຊີ້ນ, ເຫັດຫູໜູ, ເຫັດຫອມ ແລະ ເຄື່ອງປຸງ ອີກຈຳນວນໜຶ່ງ ໃຫ້ພໍ ດີ. ເຂົ້າໜົມໄຂ່ ເມື່ອໜຶ້ງສຸກແລ້ວຕັດເປັນຮູບສີ່ແຈສາກ, ຮູບວົງ ມົນ ຫຼື ຮູບຕ່າງໆ ຕາມຄວາມມັກ.



ເຂົ້າປາຍ ໄຊງ່ອນ ແມ່ນ ລາຍການອາຫານປະຈຳວັນ ທີ່ໃຫ້ບໍລິ ການ ຄົນພາຍໃນປະເທດ ແລະ ຄົນຕ່າງປະເທດ. 

ນອກຈາກນັ້ນ, ປີ້ງກະດູກຂ້າງ ແມ່ນສິ່ງທີ່ຂາດບໍ່ໄດ້ ຂອງ ລາຍ ການອາຫານເຂົ້າປາຍ. ຄົນ ໄຊງ່ອນ ມີວິທີການ ເອືອບ ກະດູກ ຂ້າງ ສົ້ມຫວານ ດ້ວຍເຄື່ອງປຸງ ສຸດທີ່ຄ່ອງແຄ້ວ. ມີຮ້ານອາຫານ ຫຼາຍຮ້ານ ໄດ້ນຳ ກະດູກຂ້າງປີ້ງ ດ້ວຍຖ່ານໄມ້ ຢູ່ຕໍ່ໜ້າຮ້ານເພື່ອ ໃຫ້ແຜ່ກິ່ນຫອມ ຢ່າງຈັບອົກຈັບໃຈ ເຮັດໃຫ້ບໍ່ວ່າໃຜໄປຜ່ານກໍ່ ຢາກຮັບປະທານ.

ແຕ່ລະຈານເຂົ້າປາຍ ຈະບໍລິການ ພ້ອມກັບ ນໍ້າແຈ່ວ ຖ້ວຍໜຶ່ງ ທ່ີປະກອບມີ: ນໍ້າປາ, ໝາກນາວ, ກະທຽມ, ໝາກເຜັດ, ນໍ້າຕານ ໃນມາດຕາສ່ວນ ທ່ີເໝາະສົມ ເພື່ອໃຫ້ມີລົດ ສົ້ມຫວານ ພໍດີ. ຈຸດພິເສດ ໃນການຮັບປະທານ ຂອງ ຄົນ ໄຊງ່ອນ ແມ່ນໂຮຍ ນໍ້າ ແຈ່ວ ໃສ່ຈານເຂົ້າປາຍ ແຕ່ບໍ່ຈໍ້າເຂົ້າຖ້ວຍ ນໍ້າແຈ່ວ ຄືຕາມ ທຳ ມະດາ.

ກ່ອນນີ້, ລາຍການອາຫານເຂົ້າປາຍ ເກືອບວ່າ ມີໄວ້ສະເພາະ ໃຫ້ກຳມະກອນ, ຊາວກະສິກອນ ຫຼື ນັກຮຽນ, ນັກສຶກສາ ຜູ້ທຸກ ຍາກເທົ່ານັ້ນ, ປັດຈຸບັນ, ເຂົ້າປາຍ ໄດ້ກາຍເປັນລາຍການອາ ຫານ ທີ່ພິເສດຂອງຄົນ ໄຊງ່ອນ ຊຶ່ງນັກທ່ອງທ່ຽວຜູ້ ມີໂອກາດ ໄດ້ແວ່ຢາມ ກໍຢາກໄດ້ຊິມ ຈັກຄັ້ງໜຶ່ງ.

 Gòn./.

ທີ່ຢູ່ ຮ້ານອາຫານ ເຂົ້າປາຍ ທີ່ແຊບ ເພື່ອການ ທາບທາມ ສຳລັບ ນັກທ່ອງທ່ຽວ:
- ເຂົ້າປາຍ ຮ້ານງອນ: ທີ່ຢູ່: ເຮືອນເລກທີ 18 ຖະໜົນ ຟານໂບ້ຍເຈົາ, ບ້ານ  ເກື໊ອນາມ, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ
- ເຂົ້າປາຍ ຕູ໋ເມີບ: ທີ່ຢູ່: ເຮືອນເລກທີ 812 ຖະໜົນ ຊືວ້ານແຮ້ງ, ບ້ານ 12, ເມືອງ 10, ນະຄອນ ໂຮ່ຈີມິນ
- ເຂົ້າປາຍ ບ໊າຍຣາກ: ທີ່ຢູ່: ເຮືອນເລກທີ ເລວັນລິງ, ເມືອງ 4, ນະຄອນ ໂຮ່ຈີມິນ
ປະຕິບັດ: ແຄ໋ງລອງ - ແປໂດຍ: ບິກລຽນ


ໝົກ ໄກ່ - ອາຫານ ຈານເດັດ ທີ່ເຂັ້ມຂຸ້ນດ້ວຍ ລົດຊາດ ຂອງ ພາກຕາເວັນຕົກສ່ຽງເໜືອ

ໝົກ ໄກ່ - ອາຫານ ຈານເດັດ ທີ່ເຂັ້ມຂຸ້ນດ້ວຍ ລົດຊາດ ຂອງ ພາກຕາເວັນຕົກສ່ຽງເໜືອ

ອາຫານ ຂອງ ຊາວເຜົ່າ ເມ່ື່ອງ ແມ່ນມີຊື່ສຽງມາແຕ່ດົນນານ ກັບ ບັນດາ ລາຍການອາຫານ ທີ່ເຂັ້ມຂຸ້ນໄປດ້ວຍລົດຊາດ ຂອງ ເຂດ ພູຜາປ່າດົງ, ໂດຍນໍາໃຊ້ ສ່ວນປະກອບ ຈາກທໍາມະຊາດ ແລະ ມີ ວິທີການປຸງແຕ່ງ ທີ່ເປັນເອກະລັກ. ເມື່ອບໍ່ດົນມານີ້, ອາຫານໃໝ່ ທີ່ມີຊື່ວ່າ “ໝົກໄກ່” ໄດ້ກໍາເນີດຂຶ້ນ ເຊິ່ງເປັນການປະສົມປະສານ ທີ່ລະອຽດອ່ອນ ລະຫວ່າງປະເພນີ ແລະ ການສ້າງສັນ, ໂດຍຮັບປະ ກັນວ່າ ຈະດຶງດູດໃຈ ນັກຊີມ ທັງຫຼາຍ ທ່ີນິຍົມ ການຄົ້ນຫາອາຫານ.

Top