• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ເຂົ້າຕົ້ມຍາວພາກໃຕ້

ໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ, ປະຊາຊົນ ທາງພາກເໜືອມີຮີດຄອງຫໍ່ເຂົ້າຕົ້ມ(ຮູບສີ່ລ່ຽມ), ສຳລັບຊາວ ພາກໃຕ້ພັດຫໍ່ເຂົ້າຕົ້ມແຕັດ (ເຂົ້າຕົ້ມຫໍ່ເປັນຮູບກົມຍາວ) ເພື່ອການບູຊາບັນພະບຸລຸດ. ເປັນເຂົ້າຕົ້ມທຳມະດາແຕ່ສະແດງເຖິງຄວາມມຸ່ງມາດປາດຖະໜາມີຊີວິດທີ່ອີ່ມໜຳສຳລານ, ພໍກິນພໍໃຊ້. 
ຕາມການເຜີຍແຜ່ປາກຕໍ່ປາກຈາກຄົນລຸ້ນກ່ອນໆ, ຊື່ເອີ້ນເຂົ້າ ຕົ້ມແຕັດແມ່ນເນື່ອງມາຈາກການອ່ານບໍ່ຂອດສຽງຄຳສັບ “ເຂົ້າ ຕົ້ມເຕັດ”(ງານບຸນປີໃໝ່), ເປັນປະເພດເຂົ້າຕົ້ມທີ່ ຫໍ່ໃນໂອກາດ ບຸນປີໃໝ່ປະເພນີ. ເຂົ້າຕົ້ມແຕັດຍັງໄດ້ເອີ້ນວ່າເຂົ້າຕົ້ມດ່ອນ (ເຂົ້າຕົ້ມໄມ້ຄານ) ຍ້ອນເຂົ້າຕົ້ມເປັນຮູບທໍ່ຍາວມົນ, ຂະໜາດ ໃຫຍ່ ຫຼື ນ້ອຍ ແລ້ວແຕ່ຄວາມຕ້ອງການຂອງຜູ້ຊົມໃຊ້.

ວັດຖຸດິບຕົ້ນຕໍ່ເພື່ອຫໍ່ເຂົ້າຕົ້ມແຕັດປະເພນີລວມມີ: ໃບຕອງ, ເຂົ້າໜຽວ, ໝາກຖົ່ວຂຽວ, ຊີ້ນໝູ, ຕອກ ຫຼື ສາຍເຊືອກ ນີລອນ ນຳໃຊ້ເພື່ອມັດເຂົ້າຕົ້ມ.

ໃບຕອງກ່ອນນຳໄປຫໍ່ເຂົ້າຕົ້ມຕ້ອງໄດ້ຕາກແດດ ຫຼື ຈຸ່ມນ້ຳຮ້ອນ. ເຂົ້າໜຽວຕ້ອງໄດ້ມ່າດ້ວຍນ້ຳອຸ່ນໃສ່ເກືອເລັກນ້ອຍປະໄວ້ປະ ມານສອງສາມຊົ່ວໂມງ. ຊີ້ນໝູຕັດເປັນຕອນຮູບສີ່ຫຼ່ຽມຍາວ, ໝາກຖົ່ວຂຽວລ້າງນຳ້ໃຫ້ສະອາດແລ້ວເອົາເປືອກສີຂຽວອອກ,  ຕຳໃຫ້ແຫລກ ຫຼື ຕົ້ມສຸກເພື່ອເຮັດໃນເຂົ້າຕົ້ມແລ້ວແຕ່ຄວາມມັກຂອງແຕ່ລະຄົນ.


ກະກຽມໃບຕອງເພື່ອຫໍ່ເຂົ້າຕົ້ມແຕັດ. 


ນ້ຳຫົວໃບໝາກນັດກ່ັນຕອງຜ່ານແພບາງໆ. 


ເຂົ້າໜຽວຂົ້ວກັບນ້ຳຫົວໃບໝາກນັດ. 


ບັນດານາຍຊ່າງກຳລັງຫໍ່ເຂົ້າຕົ້ມແຕັດ. 


ເຂົ້າຕົ້ມໄດ້ຊັ່ງໃຫ້ຖືກຕາມນຳ້ໜັກທີ່ກຳນົດມາກ່ອນ. 


ຂັ້ນຕອນການຫໍ່ເຂົ້າຕົ້ມແຕັດ. 


ເຂົ້າຕົ້ມແຕັດຫຼັງຈາກຫໍ່ສຳເລັດ.


ເຕົາຟືນແບບມູນເຊື້ອຂອງໝູ່ບ້ານອາຊີບເຮັດເຂົ້າຕົ້ມແຕັດ. 


ເຂົ້າຕົ້ມແຕັດທີ່ສຸກແລ້ວໄດ້ຈັດໃສ່ກະຈາດເພື່ອໃຫ້ສະເດັດນ້ຳ. 


ຜະລິດຕະພັນເຂົ້າຕົ້ມແຕັດພາກໃຕ້. 
 
ຂັ້ນຕອນການຫໍ່ເຂົ້າຕົ້ມແຕັດຄືດັ່ງລຸ່ມນີ້: ຕັກເຂົ້າໜຽວໃສ່ໃບ ຕອງ, ຕາມດ້ວຍໝາກຖົ່ວຂຽວ ແລະ ຊີ້ນໝູລຽນຈາມຄວາມຍາວ ເຂົ້າຕົ້ມ. ໃຊ້ໃບຕອງຫໍ່ເຂົ້າໃຫ້ເປັນຮູບທໍ່, ວາງເຂົ້າຕົ້ມລົງຕາມ ລວງຕັ້ງ, ຕື່ມເຂົ້າໜຽວໃສ່ ແລ້ວ ພັບສອງສົ້ນໃບຕອງຫລັງຈາກ ນັ້ນໃຊ້ຕອກ ຫຼື ເຊືອກມັດເຂົ້າຕົ້ມໃຫ້ແໜ້ນເພື່ອບໍ່ໃຫ້ນ້ຳຊືມເຂົ້າ.

ເວລາຕົ້ມເຂົ້າຕົ້ມແຕັດໃຊ້ເວລາປະມານ 6-8 ຊົ່ວໂມງ ຂຶ້ນກັບ ຂະໜາດຂອງເຂົ້າຕົ້ມ. ໃນເວລາຕົ້ນຕ້ອງເອົາໃຈໃສ່ ເລື່ອງຟືນ, ຕື່ມນ້ຳເຂົ້າໝໍ້ ແລະ ປີ້ນເຂົ້າຕົ້ມເປັນປະຈຳເພື່ອໃຫ້ເຂົ້າຕົ້ມ ສຸກດີສະເໝີ.
ເຂົ້າຕົ້ມສຸກແລ້ວຕັກອອກໃຫ້ສະເດັດນ້ຳ. ເຂົ້າຕົ້ມແຕັດ ກິນກັບ ສົ້ມຫົວຜັກບົ່ວ, ສົ້ມຜັກກາດດອງ ຫຼື ຈືນຈຳ້ກັບນ້ຳຊອັດ.

ປະຈຸບັນ, ເຂົ້າຕົ້ມແຕັດບໍ່ພຽງແຕ່ເປັນເຍື່ອງອາຫານທີ່ໄດ້ປຸຸງແຕ່ງ ໃນໂອກາດບຸນປີໃໝ່ເທົ່ານັ້ນ ຫາກຍັງໄດ້ກາຍເປັນເຍື່ອງອາຫານ ປະຈຳວັນອີກດ້ວຍ.

ບົດ: ເຊີນເງ້ຍ - ພາບ: ຄາຟາຍ

ສິ່ງຍອດຍິ່ງເຝີ ຫວຽດ

ສິ່ງຍອດຍິ່ງເຝີ ຫວຽດ

ງານມະໂຫລານ ເຝີ 2025 ຊຶ່ງຈັດຂຶ້ນຢູ່ພະລາດຊະວັງ ທັງລອງ (ຮ່າໂນ້ຍ) ບໍ່ພຽງແຕ່ ເປັນເຫດການ ອາຫານການກິນ ທໍາມະດາເທົ່ານັ້ນ, ແຕ່ຍັງເປັນ ກິດຈະກໍາ ວັດທະນະທໍາ ທີ່ມີຄວາມໝາຍ, ປະກອບສ່ວນ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າດັ້ງເດີມ, ພ້ອມທັງ ເປີດ ທິດທາງໃໝ່ ໃນການໂຄສະນາ ເຝີ ຫວຽດນາມໃນຍຸກດີຈີຕອນ.

Top