• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍປະກາດແຜນຜັງເຂດຕົວເມືອງທາງທິດໃຕ້ທາງຫຼວງທັງລອງ

ທ​າງຫຼວງ ທັງ​ລອງ
      ວັນ​ທີ 14/2, ພະ​ແນກ​ແຜນຜັງສະ​ຖາ​ປັດ​ຕະ​ຍາ​ກຳ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ການ​ປະ​ກາດ​​ແຜນ​ຜັງລະ​ອຽດ​​ຂອງເຂດ​ຕົວ​ເມືອງ​​ທາງ​ທິ​ດໃຕ້​ທາງຫຼວງ ທັງ​ລອງ ດ້ວຍ​ອັດ​ຕາ​ສ່ວນ 1/500 ຂຶ້ນ​ກັບ​ຕາ​ແສງ ເໝ​ຈີ່, ຈູງວັນ, ຟູ໋​ໂດ (ເມືອງ ນາມ​ຕື່​ລຽມ). ເຂດ​ຕົວ​ເມືອງນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມ​ການ​ຊີ້​ນຳ​ຂອງ​​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ​ທີ່ປະ​ກາດ​ໃນ​ວັນ​ທີ 28/1/2015 ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໂຄງ​ການ​ສູນ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ ແລະ ການ​ຄ້າ​ເພື່ອ​ສ້າງ​ແຫຼ່ງ​ທຶນກໍ່​ສ້າງ​ສູນ​ຕະຫຼາດ​ນັດ​ວາງ​ສະ​ແດງ​ແຫ່ງ​ຊາດ - ສາ​ກົນ.
        ເຂດ​ຕົວ​ເມືອງ ພາກໃຕ້​ທາງຫຼວງ ທັງ​ລອງ ໃນ​ອັດ​ຕາ​ສ່ວນ 1/500, ມີ​ເນື້ອ​ທ​ີ່​ກ່​ວາ 70 ha, ດ້ວຍ​ຈຳ​ນວນ​ປະ​ຊາ​ກອນ 10.000 ຄົນ, ໄດ້​ວາງ​ແຜນ​ເປັນ​ເຂດ​ເຮືອນ​ຢູ່, ໜອງ, ຕົ້ນ​ໄມ້, ໂຮງ​ຮຽນ​ສ້າງ​ເປັນ​ເຂດ​ຕົວ​ເມືອງ “ນະ​ຄອນ​ສວນ” ແບບ​ຢ່າງ​​ຢູ່​ເຂດ​ຕອນ​ໃຕ້​ນະ​ຄອນຫຼວງ ຮ່າ​ໂນ້ຍ.
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top