• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຮ່ອມພູແຫ່ງຄວາມຮັກ

ຖືກຂະໜານນາມປຽບເໝືອນ “ນາງກາວີ” ນອນຢູ່ໃຈກາງ ເຂດ ພູພຽງດ່າລາດ, ຮ່ອມພູຕິ່ງອຽວ (ຮ່ອມພູແຫ່ງຄວາມຮັກ) ມີເນື້ອທີ່ ເກືອບ 140 ເຮັກຕາ, ພູມອາກາດປອດໂປ່ງ, ເຢັນສະບາຍຕະຫຼອດປີ ບວກກັບທິວທັດທຳມະຊາດທີ່ແສນພິຈິດພິດສະດານ ມັນໄດ້ດຶງດູດ ໃຈແຂກທີ່ຢູ່ໃກ້, ຢູ່ໄກມາທ່ຽວຊົມດິນແດນແຫ່ງນີ້. 
ຫ່າງຈາກໃຈກາງນະຄອນດ່າລາດປະມານ 6 ກິໂລແມັດ ໄປທາງ ທິດຕາເວັນອອກສຽງເໜືອ, ຮ່ອມພູຕິ່ງອຽວທີ່ປະກອບດ້ວຍເນີນພູສູງ ແລະ ປ່າແປກ  ທີ່ຂຽວອຸ່ມທຸ່ມຕະຫຼອດປີ. ນັບຕັ້ງແຕ່ຊຸມປີ 30 ຂອງສະຕະວັດກ່ອນ, Varenne ຜູ້ມີອຳນາດເຕັມແຫ່ງອິນດູຈີນ ແລະ ບັນດາຄູ່ບ່າວສາວຄົນຝຣັ່ງ ນິຍົມມາທີ່ນີ້ເພື່ອຊົມທິວທັດທຳມະຊາດ ແລະ ເປີດອົກເປີດໃຈນຳກັນ ໃນມື້ທ້າຍສັບປະດາ. ຄົນຝຣັ່ງໄດ້ ຕັ້ງ ຊື່ໃຫ້ແກ່ພູມພາບທີ່ສວຍງາມແຫ່ງນີ້ວ່າ Vallée d’Amour. ຈົນມາຮອດປີ 1953, ທ່ານ ຫງວຽນຫວີ໊ ຊຶ່ງເປັນປະທານສະພາ ເມືອງເທດສະບານດ່າລາດໄດ້ສະເໜີແນະໃຫ້ປ່ຽນຊື່ບັນດາໜອງນ້ຳ ແລະ ຖະໜົນຫົນທາງຕ່າງໆຢູ່ດາລາດ ຈາກພາສາຝຣັ່ງມາເປັນ ພາສາຫວຽດນາມ ແຕ່ນັ້ນມາຊື່ເອີ້ນ “ຮ່ອມພູຕິ່ງອຽວ” ຈຶ່ງປະກົດຕົວຂຶ້ນຢ່າງເປັນທາງການ. 

ຮ່ອມພູຕິ່ງອຽວມີຄວາມຈັບຕາຈັບໃຈແຂກຄົນຜູ້ທີ່ມາຢາມຍິ່ງຂຶ້ນເມື່ອປີ 1972  ຄູກັ້ນນ້ຳແຫ່ງໜ່ຶງໄດ້ຮັບການກໍ່ສ້າງພາດໃສ່ຮ່ອມພູ ສ້າງເປັນໜອງດາທ້ຽນ ເຮັດໃຫ້ມີການປ່ຽນແປງຮູບຖານ ແລະ ເພີ່ມຄວາມຍວນຕາໃຫ້ແກ່ທັດສະນີຍະພາບແຫ່ງນີ້.


ຮ່ອມພູຕິ່ງອຽວເປັນທັດສະນີຍະພາບທີ່ລືຊື່ ຂອງນະຄອນແຫ່ງການ ທ່ອງທ່ຽວດ່າລາດ. 


ມູມໜຶ່ງຂອງໂນນອວຽນເອືອງໂຮ່ດຽບ. 


ໜອງດາທ້ຽນມີສາຍນ້ຳທີ່ສ່ອງໃສແມ່ນໜຶ່ງ ໃນຫຼາຍຈຸດເດັ່ນ ຂອງ ຮ່ອມພູຕິ່ງອຽວ. 


ກຸນແຈແຫ່ງຄວາມຮັກຂອງບັນດາຮູ່ບ່າວສາວຖືກຄົງໄວ້ຢູ່ເທິງຂົວຕິ່ງ ອຽວ. 


ແຂກຄົນທ່ຽວຫຼິ້ນດ້ວຍລົດມ້າຢູ່ຮ່ອມພູຕີ່ງອຽວ. 


ຢ້ຽມຊົມຮ່ອມພູຕິ່ງອຽວດ້ວຍລົດໄຟແບບເກົ່າ. 


ຄູ່ຮັກຄູ່ໜຶ່ງຖ່າຍຮູບລະນຶກຢູ່ທ່າມກາງປ່າແປກ. 


ພາບນ້ອຍທີ່ສ້າງຄວາມເພີນຈິດຢູ່ຮ່ອມພູຕິ່ງອຽວ. 


ຮູບພາບຫາບດອກໄມ້ຂອງຊາວນະຄອນແຫ່ງດວງມາລາດ່າລາດ ໄດ້ຮັບການຟື້ນຟູຄືນໃໝ່. 


ລົດໂອໂຕຄັນໜຶ່ງທີ່ໄດ້ຈັດວາງດ້ວຍດອກໄມ້ຫຼາຍປະເພດ. 


ຈອມພູລາງ ບີອາງມອງຈາກຮ່ອມພູຕິ່ງອຽວ. 


ຮ່ອມພູຕິ່ງອຽວຍາມໃດກໍເປັນສະຖານທີ່ທ່ອງທ່ຽວດຶງດູດໃຈ ແຂກຕ່າງດ້າວທ້າວຕ່າງເມືອງເມື່ອມາກັບດ່າລາດ. 
 
ເມື່ອມາຢ້ຽມຊົມຮ່ອມພູຕິ່ງອຽວ, ນັກທ່ອງທ່ຽວສາມາດມາເຖິງໂນນພູວ້ອງແກ່ງ  ຊຶ່ງຖືວ່າເປັນໜຶ່ງໃນບັນດາສະຖານທີ່ຊົມທິວທັດ ທີ່ສວຍງາມ ແລະ ຈັບໃຈກວ່າໝູ່ໝົດ. ວາດສາຍຕາຜ່ານປ່າແປກ ໄປທາງໜອງນ້ຳທີ່ຂຽວຈັດ ແນມເຫັນຫົງນໍ້າລັບໆລີ້ໆ ຢູ່ເທິງໜ້ານ້ຳ ຍິ່ງເພີ່ມຄວາມເພີນຈິດໃຫ້ແກ່ທັດສະນີຍະພາບຢູ່ແຫ່ງນີ້ຂຶ້ນຕື່ມ.

ເບິ່ງແຕ່ຮ່ອມພູຕິ່ງອຽວ, ຢູ່ທາງໄກໆນັ້ນແມ່ນຈອມພູ ລາງ ບີອາງ ທີ່ຖືກປົກຫຸ້ມຢູ່ໃນມ່ານເມກໝອກ. ນີ້ກໍແມ່ນຈຸດເດັ່ນດຶງດູດໃຈ ບັນດາຄູ່ຮັກທີ່ມາຄົ້ນພົບ ແລະ ຊອກຮູ້ເລື່ອງລາວກ່ຽວກັບ ຄວາມຮັກຂອງທ້າວ ເກີລາງ ແລະ ນາງ ເຮີບີອາງ ໃນເລື່ອງນິຍາຍຮັກຂອງ ຊົນເຜົ່າທ້ອງຖິ່ນເດີມເກີຮໍ. ນັກທ່ອງທ່ຽວສາມາດຂ້າມຂົວນ້ອຍໆ ລຳໜຶ່ງເພື່ອໄປຄົ້ນພົບ ໂນນພູ ເດ້ຍດ່າງ  ຊຶ່ງກໍເປັນສະຖານທີ່ໜຶ່ງ ທີ່ໜ້າອ່າວຄະນິງຫາທີ່ຖືກອ້ອມຮອບດ້ວຍໜອງນ້ຳ.

ທ່ຽວເລາະຫຼິ້ນຢູ່ຮ່ອມພູຕິ່ງອຽວ, ແນ່ນອນວ່ານັກທ່ອງທ່ຽວຈະບໍ່ ລືມແວ່ຊົມຂົວ ຄ້ວາຕິ່ງອຽວ (ຂົວລອັກກະແຈຄວາມຮັກ) ຊຶ່ງແຕ່ດົນນານມາແລ້ວໄດ້ກາຍເປັນສະຖານທີ່ສໍາລັບບັນດາຄູ່ບ່າວສາວມາສະແດງອາລົມຈິດຂອງຕົນ ແລະ ພາວະນາໃຫ້ຄວາມຮັກທີ່ບໍລິສຸດ ແລະ ໝັ້ນຄົງ ດ້ວຍການກົດລອັກກະແຈໄວ້ຢູ່ເທິງຂົວນ້ອຍນີ້. ນອກຈາກໄດ້ສູບເອົາອາກາດທີ່ເຕັມໄປດ້ວຍກິ່ນຫອມຂອງຕົ້ນ ໄມໃບຫຍ້າ, ນັກທ່ອງທ່ຽວຍັງສາມາດລະເລີງໃຈກັບກອັກນ້ຳລິນຢູ່ເທິງອາກາດ ທີ່ໜ້າຊົມຢ່າງມະຫັດສະຈັນ.

ມາຢ້ຽມຢາມຮ່ອມພູຕິ່ງອຽວ, ນັກທ່ອງທ່ຽວກໍໄດ້ ເຂົ້າຮ່ວມ ກິດຈະ ກຳຕ່າງໆຢູ່ກາງສະໜາມ ແລະ ເລາະຫຼິ້ນບັນເທີງໃຈ ກັບບັນດາ ຮູບການທີ່ຫຼາກຫຼາຍ ແລະ ຈັບໃຈຄື: ຖີບເຮືອຫົງ, ນັ່ງເຮືອ cano ຢ້ຽມຊົມທີວທັດທຳມະຊາດຢູ່ໜອງນໍ້າ, ຖີບລົດຖີບຄູ່, ຂີ່ມ້າ, ທ່ອງທ່ຽວດາລາດດ້ວຍລົດໄຟແບບເກົ່າໆ, ຢ້ຽມຊົມສວນເບ້ຍໄມ້, ສວນປູກມອນ. ຮ່ອມພູຕິ່ງອຽວຍັງ ສະໜອງບໍລິການຕັ້ງຄ້າຍ, ດື່ມເຫຼົ້າໄຫ ຫຼື ວ່ານຳໃຊ້ Team building ກັບເຄື່ອງພາຫະນະຮັບໃຊ້ແຂກຄົນຢ່າງຄົບຊຸດ. ພິເສດຮ່ອມພູຕິ່ງອຽວ ກໍເປັນສະຖານທີ່ ຈັດຕັ້ງວັນແຫ່ງຄວາມຮັກ (Valentine’s Day 14/2) ໃນທຸກປີ ທີ່ນະຄອນດາລາດອີກດ້ວຍ.

ບົດ ແລະ ພາບ: ຫງວຽນຫວູແທ່ງດາດ

 

ຊົມເມກ ເທິງຍອດພູ ເຮົ່າຖ່າວ

ຊົມເມກ ເທິງຍອດພູ ເຮົ່າຖ່າວ

ຊາປາ ມີຊື່ສຽງ ໃນດ້ານສະຖານທີ່ທ່ອງທ່ຽວ ທີ່ສວຍງາມ ຫຼາຍ ແຫ່ງ ດ້ວຍພູຜາປ່າໄມ້ ທີ່ໃຫຍ່ໂຕມະໂຫຖານ, ທົ່ງນາຂັ້ນໄດ ທີ່ສະ ຫຼັບຊັບຊ້ອນ ແລະ ອາກາດ ທີ່ບໍລິສຸດ ຂອງພູດອຍ ພາກຕາເວັນ ຕົກສ່ຽງເໜືອ. ໃນບັນດາສະຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈ ເຫຼົ່າ ນັ້ນ, ຕາແສງ ເຮົ່າຖ່າວ ພວມກາຍເປັນ ສະຖານທີ່ຊົມເມກ ທີ່ ເໝາະສົມ ສຳລັບນັກທ່ອງທ່ຽວ ທີ່ມັກຄົ້ນຫາ ທຳມະຊາດ.

Top