ຫ່າງຈາກໃຈກາງນະຄອນດ່າລາດປະມານ 6 ກິໂລແມັດ ໄປທາງ ທິດຕາເວັນອອກສຽງເໜືອ, ຮ່ອມພູຕິ່ງອຽວທີ່ປະກອບດ້ວຍເນີນພູສູງ ແລະ ປ່າແປກ ທີ່ຂຽວອຸ່ມທຸ່ມຕະຫຼອດປີ. ນັບຕັ້ງແຕ່ຊຸມປີ 30 ຂອງສະຕະວັດກ່ອນ, Varenne ຜູ້ມີອຳນາດເຕັມແຫ່ງອິນດູຈີນ ແລະ ບັນດາຄູ່ບ່າວສາວຄົນຝຣັ່ງ ນິຍົມມາທີ່ນີ້ເພື່ອຊົມທິວທັດທຳມະຊາດ ແລະ ເປີດອົກເປີດໃຈນຳກັນ ໃນມື້ທ້າຍສັບປະດາ. ຄົນຝຣັ່ງໄດ້ ຕັ້ງ ຊື່ໃຫ້ແກ່ພູມພາບທີ່ສວຍງາມແຫ່ງນີ້ວ່າ Vallée d’Amour. ຈົນມາຮອດປີ 1953, ທ່ານ ຫງວຽນຫວີ໊ ຊຶ່ງເປັນປະທານສະພາ ເມືອງເທດສະບານດ່າລາດໄດ້ສະເໜີແນະໃຫ້ປ່ຽນຊື່ບັນດາໜອງນ້ຳ ແລະ ຖະໜົນຫົນທາງຕ່າງໆຢູ່ດາລາດ ຈາກພາສາຝຣັ່ງມາເປັນ ພາສາຫວຽດນາມ ແຕ່ນັ້ນມາຊື່ເອີ້ນ “ຮ່ອມພູຕິ່ງອຽວ” ຈຶ່ງປະກົດຕົວຂຶ້ນຢ່າງເປັນທາງການ.
ຮ່ອມພູຕິ່ງອຽວມີຄວາມຈັບຕາຈັບໃຈແຂກຄົນຜູ້ທີ່ມາຢາມຍິ່ງຂຶ້ນເມື່ອປີ 1972 ຄູກັ້ນນ້ຳແຫ່ງໜ່ຶງໄດ້ຮັບການກໍ່ສ້າງພາດໃສ່ຮ່ອມພູ ສ້າງເປັນໜອງດາທ້ຽນ ເຮັດໃຫ້ມີການປ່ຽນແປງຮູບຖານ ແລະ ເພີ່ມຄວາມຍວນຕາໃຫ້ແກ່ທັດສະນີຍະພາບແຫ່ງນີ້.

ຮ່ອມພູຕິ່ງອຽວເປັນທັດສະນີຍະພາບທີ່ລືຊື່ ຂອງນະຄອນແຫ່ງການ ທ່ອງທ່ຽວດ່າລາດ.

ມູມໜຶ່ງຂອງໂນນອວຽນເອືອງໂຮ່ດຽບ.

ໜອງດາທ້ຽນມີສາຍນ້ຳທີ່ສ່ອງໃສແມ່ນໜຶ່ງ ໃນຫຼາຍຈຸດເດັ່ນ ຂອງ ຮ່ອມພູຕິ່ງອຽວ.

ກຸນແຈແຫ່ງຄວາມຮັກຂອງບັນດາຮູ່ບ່າວສາວຖືກຄົງໄວ້ຢູ່ເທິງຂົວຕິ່ງ ອຽວ.

ແຂກຄົນທ່ຽວຫຼິ້ນດ້ວຍລົດມ້າຢູ່ຮ່ອມພູຕີ່ງອຽວ.

ຢ້ຽມຊົມຮ່ອມພູຕິ່ງອຽວດ້ວຍລົດໄຟແບບເກົ່າ.

ຄູ່ຮັກຄູ່ໜຶ່ງຖ່າຍຮູບລະນຶກຢູ່ທ່າມກາງປ່າແປກ.

ພາບນ້ອຍທີ່ສ້າງຄວາມເພີນຈິດຢູ່ຮ່ອມພູຕິ່ງອຽວ.

ຮູບພາບຫາບດອກໄມ້ຂອງຊາວນະຄອນແຫ່ງດວງມາລາດ່າລາດ ໄດ້ຮັບການຟື້ນຟູຄືນໃໝ່.

ລົດໂອໂຕຄັນໜຶ່ງທີ່ໄດ້ຈັດວາງດ້ວຍດອກໄມ້ຫຼາຍປະເພດ.

ຈອມພູລາງ ບີອາງມອງຈາກຮ່ອມພູຕິ່ງອຽວ.

ຮ່ອມພູຕິ່ງອຽວຍາມໃດກໍເປັນສະຖານທີ່ທ່ອງທ່ຽວດຶງດູດໃຈ ແຂກຕ່າງດ້າວທ້າວຕ່າງເມືອງເມື່ອມາກັບດ່າລາດ.
|
ເມື່ອມາຢ້ຽມຊົມຮ່ອມພູຕິ່ງອຽວ, ນັກທ່ອງທ່ຽວສາມາດມາເຖິງໂນນພູວ້ອງແກ່ງ ຊຶ່ງຖືວ່າເປັນໜຶ່ງໃນບັນດາສະຖານທີ່ຊົມທິວທັດ ທີ່ສວຍງາມ ແລະ ຈັບໃຈກວ່າໝູ່ໝົດ. ວາດສາຍຕາຜ່ານປ່າແປກ ໄປທາງໜອງນ້ຳທີ່ຂຽວຈັດ ແນມເຫັນຫົງນໍ້າລັບໆລີ້ໆ ຢູ່ເທິງໜ້ານ້ຳ ຍິ່ງເພີ່ມຄວາມເພີນຈິດໃຫ້ແກ່ທັດສະນີຍະພາບຢູ່ແຫ່ງນີ້ຂຶ້ນຕື່ມ.
ເບິ່ງແຕ່ຮ່ອມພູຕິ່ງອຽວ, ຢູ່ທາງໄກໆນັ້ນແມ່ນຈອມພູ ລາງ ບີອາງ ທີ່ຖືກປົກຫຸ້ມຢູ່ໃນມ່ານເມກໝອກ. ນີ້ກໍແມ່ນຈຸດເດັ່ນດຶງດູດໃຈ ບັນດາຄູ່ຮັກທີ່ມາຄົ້ນພົບ ແລະ ຊອກຮູ້ເລື່ອງລາວກ່ຽວກັບ ຄວາມຮັກຂອງທ້າວ ເກີລາງ ແລະ ນາງ ເຮີບີອາງ ໃນເລື່ອງນິຍາຍຮັກຂອງ ຊົນເຜົ່າທ້ອງຖິ່ນເດີມເກີຮໍ. ນັກທ່ອງທ່ຽວສາມາດຂ້າມຂົວນ້ອຍໆ ລຳໜຶ່ງເພື່ອໄປຄົ້ນພົບ ໂນນພູ ເດ້ຍດ່າງ ຊຶ່ງກໍເປັນສະຖານທີ່ໜຶ່ງ ທີ່ໜ້າອ່າວຄະນິງຫາທີ່ຖືກອ້ອມຮອບດ້ວຍໜອງນ້ຳ.
ທ່ຽວເລາະຫຼິ້ນຢູ່ຮ່ອມພູຕິ່ງອຽວ, ແນ່ນອນວ່ານັກທ່ອງທ່ຽວຈະບໍ່ ລືມແວ່ຊົມຂົວ ຄ້ວາຕິ່ງອຽວ (ຂົວລອັກກະແຈຄວາມຮັກ) ຊຶ່ງແຕ່ດົນນານມາແລ້ວໄດ້ກາຍເປັນສະຖານທີ່ສໍາລັບບັນດາຄູ່ບ່າວສາວມາສະແດງອາລົມຈິດຂອງຕົນ ແລະ ພາວະນາໃຫ້ຄວາມຮັກທີ່ບໍລິສຸດ ແລະ ໝັ້ນຄົງ ດ້ວຍການກົດລອັກກະແຈໄວ້ຢູ່ເທິງຂົວນ້ອຍນີ້. ນອກຈາກໄດ້ສູບເອົາອາກາດທີ່ເຕັມໄປດ້ວຍກິ່ນຫອມຂອງຕົ້ນ ໄມໃບຫຍ້າ, ນັກທ່ອງທ່ຽວຍັງສາມາດລະເລີງໃຈກັບກອັກນ້ຳລິນຢູ່ເທິງອາກາດ ທີ່ໜ້າຊົມຢ່າງມະຫັດສະຈັນ.
ມາຢ້ຽມຢາມຮ່ອມພູຕິ່ງອຽວ, ນັກທ່ອງທ່ຽວກໍໄດ້ ເຂົ້າຮ່ວມ ກິດຈະ ກຳຕ່າງໆຢູ່ກາງສະໜາມ ແລະ ເລາະຫຼິ້ນບັນເທີງໃຈ ກັບບັນດາ ຮູບການທີ່ຫຼາກຫຼາຍ ແລະ ຈັບໃຈຄື: ຖີບເຮືອຫົງ, ນັ່ງເຮືອ cano ຢ້ຽມຊົມທີວທັດທຳມະຊາດຢູ່ໜອງນໍ້າ, ຖີບລົດຖີບຄູ່, ຂີ່ມ້າ, ທ່ອງທ່ຽວດາລາດດ້ວຍລົດໄຟແບບເກົ່າໆ, ຢ້ຽມຊົມສວນເບ້ຍໄມ້, ສວນປູກມອນ. ຮ່ອມພູຕິ່ງອຽວຍັງ ສະໜອງບໍລິການຕັ້ງຄ້າຍ, ດື່ມເຫຼົ້າໄຫ ຫຼື ວ່ານຳໃຊ້ Team building ກັບເຄື່ອງພາຫະນະຮັບໃຊ້ແຂກຄົນຢ່າງຄົບຊຸດ. ພິເສດຮ່ອມພູຕິ່ງອຽວ ກໍເປັນສະຖານທີ່ ຈັດຕັ້ງວັນແຫ່ງຄວາມຮັກ (Valentine’s Day 14/2) ໃນທຸກປີ ທີ່ນະຄອນດາລາດອີກດ້ວຍ.
ບົດ ແລະ ພາບ: ຫງວຽນຫວູແທ່ງດາດ