• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມມືກໍ່ສ້າງຊາຍແດນ ຫວຽດນາມ -ລາວ ສັນຕິພາບ, ມິດຕະພາບ

      ວັນທີ 14 ກໍລະກົດ, ຢູ່ເທດສະບານເມືອງ ເກື໋ອຫວຽດ, ເມືອງ ຈໍລີງ, ແຂວງ ກວາງຈິ, ຄະນະຊີ້ນຳການປັກຫຼັກໝາຍຊາຍແດນ 3 ແຂວງ ກວາງຈີ້ (ຫວຽດນາມ), ສະຫວັນນະເຂດ ແລະ ສາລາວັນ (ປະເທດລາວ) ໄດ້ຈັດຕັ້ງການໂອ້ລົມສົນທະນາວຽກງານຊາຍແດນ ແລະ ປັກຫຼັກໝາຍຊາຍແດນປີ 2017
ດ່ານຊາຍແດນ ສາກົນ ລາວບ໋າວ (ກວາງຈິ) 
      ແຂວງ ກວາງຈີ້ ມີເສັ້ນຊາຍແດນຮ່ວມກັບ 2 ແຂວງ ສະຫວັນນະເຂດ ແລະ ສາລາວັນ (ປະເທດລາວ) ດ້ວຍລວງຍາວ 179,628 ກມ. ໃນຊຸມປີຜ່ານມາ, 3 ແຂວງ ໄດ້ສາມັກຄີ, ຮ່ວມມືແໜ້ນແຟ້ນ ເພື່ອຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນກໍ່ຄືບັນດາສະພາບການໃນເສັ້ນຊາຍແດນຮ່ວມ. ຜ່ານນັ້ນ, ເພີ່ອແນໃສ່ຮັກປະກັນ, ຮັກສາສະຖຽນລະພາບ, ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນເສັ້ນຊາຍແດນຢ່າງມີປະສິດທິຜົນ ປະກອບສ່ວນສ້າງຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ.
        ໃນການໂອ້ລົມສົນທະນາ, ຜູ້ຕາງໜ້າການນຳ 3 ແຂວງ ໄດ້ຍົກອອກຫຼາຍມາດຕະການ, ນະໂຍບາຍເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ ກໍ່ຄືຍົກອອກບາງທິດທາງໃໝ່ໃນການຄຸ້ມຄອງລວມ. ຜູ້ຕາງໜ້າການນຳ 3 ແຂວງ ໄດ້ເປັນເອກະພາບເຊັນບົດບັນທຶກຊ່ວຍຈຳບັນດາເນື້ອໃນຮ່ວມມືໃນວຽກງານຊາຍແດນ ແລະ ປັກຫຼັກໝາຍຊາຍແດນປີ 2017 – 2018 ດ້ວຍຫຼາຍເນື້ອໃນສຳຄັນ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top