• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ປະ​ທານ​, ເລ​ຂ​າ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ເຮົ່າ​ອາ​ເລັ່ງ ເຄ​ື່ອນ​ໄຫວ​ຢ້ຽມ​ຢາມ​ໄທ

ແຕ່ວັນທີ 26 – 30 ກັນຍາ, ຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດ ຫວຽດນາມໂດຍທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮົ່າອາເລັ່ງນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໄທ.

ທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮົ່າອາເລັ່ງໃນການເຮັດວຽກກັບລັດຖະສະພາໄທ (ພາບ: TTXVN) 

ທີ່ການພົບປະກັບທ່ານ ຮອງປະທານສະພາແຫ່ງຊາດ ໄທ ສຸພະໄຊ ໂພສຸ, ທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮົ່າອາເລັ່ງ ໄດ້ແຈ້ງໃຫ້ຊາບບາງຈຸດຕົ້ນຕໍກ່ຽວກັບບົດບາດ ແລະ ໜ້າທີ່ຂອງແນວໂຮມປະເທດຊາດ ຫວຽດນາມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະປະເທດໃນໄລຍະທີ່ຜ່ານມາແລະ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ, ພ້ອມທັງຖືວ່າສອງປະເທດຄວນສືບຕໍ່ຍູ້ແຮງການພົວພັນຮ່ວມມືໃນທຸກຂົງເຂດແນໃສ່ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະປະເທດເພື່ອຄວາມວັດທະນະຖະວອນຂອງແຕ່ລະປະເທດ.

        ທີ່ການພົບປະກັບສະມາຄົມມິດຕະພາບໄທ - ຫວຽດນາມໃນວັນທີ 27 ກັນຍາ, ທ່ານຮອງປະທານຜູ້ທີ ໜຶ່ງສະມາຄົມມິດຕະພາບໄທ - ຫວຽດນາມ ປຣາປາສັກ ໄດ້ຢັ້ງຢືນເຖິງບົດບາດແລະ ຄວາມສຳຄັນຂອງສະມາຄົມມິດຕະພາບຂອງສອງປະເທດໃນການຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືຄວາມເຂົ້າອົບເຂົ້າໃຈກັນທາງດ້ານວັດທະນະທຳ ແລະ ປະຊາຊົນ ຂອງສອງປະເທດ. ສ່ວນທ່ານ ເຮົ່າອາເລັ່ງ, ໄດ້ຕີລາຄາສູງໝາກຜົນແຫ່ງການເຄື່ອນໄຫວຂອງ ສອງສະມາຄົມມິດຕະພາບ ຂອງ ສອງປະເທດປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງປະເທດໃຫ້ເຂົ້າສູ່ລວງເລິກໃນທຸກຂົງເຂດ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top