• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດຟຸ່ງກ໊ວກຮຽນເຮັດວຽກກັບການນຳສະພາຕ່ຳອີຕາລີ

ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຮຽນ ສະເໜີໃຫ້ການນຳອີຕາລີ ສະໜັບສະໜູນການໃຫ້ສັດຕະຍາບັນສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ.


ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຮຽນ ເຂົ້າຢ້ຽມຂ່ຳນັບປະທານສະພາຕ່ຳອີຕາລີ Roberto Fico

(ພາບ: TTXVN)


ໂດຍສືບຕໍ່ການໄປປະຕິບັດງານຢູ່ອີຕາລີ, ວັນທີ 24 ກັນຍາ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຮຽນ ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະພາຕ່ຳອີຕາລີ. ທີ່ການເຂົ້າຢ້ຽມຂ່ຳນັບປະທານສະພາຕ່ຳອີຕາລີ Roberto Fico, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຮຽນ ສະເໜີໃຫ້ການນຳອີຕາລີ ສະໜັບສະໜູນການໃຫ້ສັດຕະຍາບັນສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (EVFTA ແລະ EVIPA) ເພື່ອແນໃສ່ນຳວົງເງິນການຄ້າລະຫວ່າງ 2 ປະເທດບັນລຸ 6 ຕື້ USD ໃນປີ 2020 ແລະ 10 ຕື້ USD ໃນຊຸມປີຕໍ່ໆໄປ.

        ທີ່ການເຈລະຈາກັບທ່ານຮອງປະທານສະພາຕ່ຳອີຕາລີ Ettore Rosato, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຮຽນ ຢືນຢັນວ່າ, ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບອີຕາລີ ກ່ຽວກັບດ້ານການທ່ອງທ່ຽວ, ວັດທະນະທຳ, ພິເສດແມ່ນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຄື: ໂຮ້ຍອານ, ເຫ້ວ, ຄຸ້ມຖະໜົນເກົ່າຮ່າໂນ້ຍ, ກໍຄືການຮ່ວມມືໃນບັນດາຂົງເຂດການສຶກສາ, ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຊີ; ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ… 2 ຝ່າຍຖືວ່າ, ຄວນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982), ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ມຸ່ງໄປເຖິງການສ້າງ ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

        ສ່ວນທ່ານຮອງປະທານສະພາຕ່ຳ Ettore Rosato ປາດຖະໜາວ່າ, ການພົວພັນລະຫວ່າງ 2 ປະເທດ, 2 ສະພາແຫ່ງຊາດ ຈະໄດ້ຮັບການເພີ່ມທະວີຕາມທິດລົງເລິກ. ທ່ານ Ettore Rosato ໄດ້ສະໜັບສະໜູນເລື່ອງໃຫ້ສັດຕະຍາບັນສັນຍາ EVFTA ແລະ EVIPA ເພື່ອເປັນພື້ນຖານນິຕິກຳໃຫ້ແກ່ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top