• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບຄະນະຜູ້ແທນຊາວໜຸ່ມກອມມູນິດໂຮ່ຈີມິນຂອງກຳລັງຕຳຫຼວດແລະກອງທັບ


(ພາບ: Thng Nht-TTXVN)
 
      ຕອນ​ບ່າຍວັນ​ທີ 23/3, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ ຫງວຽນ​ທິຢວານ, ຮອງ​ປະທານ​ປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ກອມ​ມູນ​ິດ ​ໂຮ່ຈີ​ມິນ ທີ່​ດີ​ເດັ່ນ​ຂອງ ກຳລັງ​ຕຳຫຼວດ ​ແລະ ກອງທັບປະຊາຊົນ ຫວຽດນາມ. ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ​ນາງ ຫງວຽນ​ທິຢວານ ຢັ້ງຢືນ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ກຳລັງ​ຕຳຫຼວດ, ກອງທັບ​ເວົ້າ​ລວມ ​ແລະ ຖັນ​ແຖວ​ຊາວ​ໜຸ່ມ​ໃນ​ກຳລັງ​ເວົ້າ​ສະ​ເພາະ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຳລັງ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ຕຳຫຼວດ, ກອງທັບ ສືບ​ຕໍ່​ຮັກສາ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​​ໃຫ້​ໝັ້ນຄົງ​ໜັກ​ແໜ້ນ, ມີ​ຫົວຄິດ​ປະດິດ​ສ້າງ. ພ້ອມ​ທັງຍົກ​ສູງ​ຈິດ​ໃຈຮັບ​ໃຊ້​ປະຊາຊົນ, ສຸດ​ຈິດ​ສຸດ​​ໃຈ​ເພື່ອ​ວຽກ​ງານ, ຍົກ​ສູງ​ເຈດ​ຈຳນົງ, ຄວາມ​ກ້າ​ຫານ, ມີ​​ໄຫວ​ພິບ, ຫວາດ​ຫວັ່ນ​ຕໍ່​ຄວາມທຸກ​ຍາກ​ລຳບາກ, ​ພ້ອມ​ແລ້ວ​ເສຍສະຫຼະ​ຊີວິດ​ເພື່ອ​ຜືນ​​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ເພື່ອ​ຄວາມສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ປະ​ເທດ​ຊາດ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top