• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເຂົ້າຮ່ວມເວທີປາໄສການເຕີບໂຕອາຊີ

ໂດຍນອນໃນການເຄື່ອນໄຫວຢູ່ນອກເວທີປາໄສເສດຖະກິດໂລກ (WEF), ຕອນເຊົ້າວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ໄຂເວທີປາໄສການເຕີບໂຕອາຊີ. ດ້ວຍຫົວຂໍ້ວ່າ “ປ່ຽນໃໝ່ເພື່ອສ້າງການປ່ຽນແປງ: ຄົ້ນຫາ ແລະ ສົ່ງຄວາມສະອ່ອນໃຈ”, ເວທີປາໄສການເຕີບໂຕອາຊີ ລວມມີວາລະປະຊຸມ 20 ຄັ້ງ, ໃນນັ້ນ 2 ວາລະຄົບຄະນະ ແລະ 18 ວາລະເຕັກນິກ.


ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ

(ພາບ: VGP)

ເຂົ້າຮ່ວມກອງປະຊຸມມີຜູ້ແທນປະມານ 200 ທ່ານ, ລວມມີລັດຖະມົນຕີບັນດາປະເທດອາຊຽນ, ບັນດາແຂກຜູ້ຖືກເຊີນຂັ້ນສູງມາຈາກບັນດາປະເທດໃນອາຊີ, ບັນດາວິສາຫະກິດພາຍໃນກຸ່ມອາຊຽນ… ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢືນຢັນວ່າ, ຮູບແບບຮ່ວມມືພາກລັດ - ເອກະຊົນ ແມ່ນເຄື່ອງມືສຳຄັນເພື່ອດຶງດູດການລົງທຶນເຂົ້າຂະແໜງ, ພັດທະນາການຜະລິດຕາມລະບົບມູນຄ່າເພີ່ມ ແລະ ເພີ່ມທະວີການລົງທຶນເຂົ້າການປຸງແຕ່ງລົງເລິກ. ໃນແຜນການເຄື່ອນໄຫວຜັນຂະຫຍາຍການສ້າງໂຄງປະກອບພື້ນຖານຂະແໜງກະສິກຳຄືນໃໝ່ຂອງຫວຽດນາມ ຮອດປີ 2020, ລັດຖະບານໄດ້ ຖືດ້ານກະສິກຳແມ່ນຈຸດສຸມໃຫ້ແກ່ການພັດທະນາເສດຖະກິດແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ກໍ່ສ້າງຊົນນະບົດໃໝ່ຢ່າງວັດທະນາຖາວອນ… ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ເນັ້ນໜັກວ່າ.

        “ດ້ວຍຫົວຂໍ້ຂອງເວທີປາໄວການເຕີບໂຕອາຊີ ໃນມື້ນີ້ ແມ່ນ “ປ່ຽນໃໝ່ເພື່ອສ້າງການປ່ຽນແປງ: ຄົ້ນຫາ ແລະ ສົ່ງຄວາມສະອ່ອນໃຈ”. ສະນັ້ນ, ຢາກເຊື່ອມໂຍງຢ່າງເລິກເຊິ່ງກວ່າ, ຂະແໜງກະສິກຳຄວນມີການຫັນປ່ຽນຢ່າງແຮງກວ່າອີກ, ດ້ວຍການເຂົ້າຮ່ວມຂອງພາກເອກະຊົນຢ່າງເລິກເຊິ່ງ, ກວ້າງຂວາງກວ່າອີກ, ນຳໃຊ້ບັນດາເຕັກໂນໂລຊີທີ່ທັນສະໄໝຂອງການປະຕິວັດອຸດສາຫະກຳ 4.0 ເພື່ອຫັນປ່ຽນຂົງເຂດກະສິກຳໃຫ້ທັນສະໄໝກວ່າ, ມີປະສິດທິຜົນກວ່າ, ກວມລວມກວ່າ ແລະ ຍືນຍົງກວ່າ”.

        ທີ່ເວທີປາໄສ, ບັນດານັກຄຸ້ມຄອງ, ນັກຊ່ຽວຊານ ແລະ ນັກທຸລະກິດໄດ້ແບ່ງປັນວິທີປ່ຽນແປງໃໝ່ໃນການຜະລິດ, ລົງທຶນ ແລະ ການດຳເນີນທະລະກິດກະສິກຳ, ການນຳໃຊ້ຜົນງານຂອງວິທະຍາສາດເຕັກໂນໂລຊີ ແລະ ການປະຕິວັດອຸດສາຫະກຳ 4.0 ເຂົ້າການຜະລິດກະສິກຳອັດສະລິຍະ. ຜ່ານນັ້ນປະກອບສ່ວນເສີມຂະຫຍາຍທ່າແຮງຂອງກະສິກຳໃນເຂດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ...

 (ແຫຼ່ງຄັດຈາກ VOV)


ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາສິ່ງທ້າທາຍໃຫຍ່ສຳລັບ COP 30

ບັນດາຕົວເລກໂດຍ WMO ຍົກອອກມາຊີ້ໃຫ້ເຫັນວ່າ ການຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກຍັງຄົງປະສົບກັບສິ່ງທ້າທາຍໃຫຍ່ຫຼາຍຢ່າງ.

Top