• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພົບປະກັບລັດຖະມົນຕີການຕ່າງປະເທດ ອາເມລິກາ

      ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ແລະ ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ເຫັນດີເພີ່ມທະວີການສົມທົບກັນໃນບັນດາກົນໄກໂດຍ ອາຊຽນ ນຳພາ

ການພົບປະລະຫວ່າງ 2 ຝ່າຍ
      ໂດຍສືບຕໍ່ການເຄື່ອນໄຫວພົບປະ 2 ຝ່າຍໃນຂອບເຂດສັບປະດາຂັ້ນສູງ APEC ຢູ່ ດ່ານັ້ງ, ຕອນເຊົົ້າວັນທີ 11 ພະຈິກ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson. ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ຢັ້ງຢືນວ່າ: ອາເມລິກາ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມື ກັບ ຫວຽດນາມ, ເນັ້ນໜັກເຖິງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Donald Trump ມີຄວາມໝາຍສຳຄັນ, ຫວຽດນາມ ແມ່ນສະຖານທີ່ທຳອິດທີ່ທ່ານປະທານາທິບໍດີ Donald Trump ມາຢ້ຽມຢາມຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ເຊື່ອໝັ້ນວ່າ ການຢ້ຽມຢາມ ຈະເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ກ່ວາອີກ.
        ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ແລະ ທ່ານລັດຖະມົນຕີການຕ່າງປະເທດ Rex Tillerson ເຫັນດີເພີ່ມທະວີການສົມທົບກັນໃນບັນດາກົນໄກໂດຍ ອາຊຽນ ນຳພາ, ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ກ່ວາອີກ, ສະໜັບສະໜູນ ແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top