• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງການກວດສອບແຫ່ງລັດຫວຽດນາມ, ລາວເພີ່ມທະວີການຮ່ວມມື


ພິ​ທີ​ເຊັນ​ສັນ​ຍາ​ລະ​ຫວ່າງ 2 ຝ່າຍ
 
      ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ 3 -5/4, ຕອນ​ບ່າຍ​ວັນ​ທີ 4/4, ຢູ່ນະ​ຄອນຫຼວງວຽງ​ຈັນ, ທ່ານ ໂຮ່​ດືກ​ເຟີກ, ຫົວ​ໜ້າ​ອົງ​ການກວດ​ສອບ​ແຫ່ງ​ລັດຫວຽດ​ນາມ ໄດ້​ເຈ​ລະ​ຈາ​ກັບ​ທ່ານ ວຽງ​ທອງ ສີ​ພັນ​ດອນ, ອົງ​ການກວດ​ສອບ​ແຫ່ງ​ລັດ​ລ​າວ.
        ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ເຫັນ​ດີ​ສຸມ​ໃສ​ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຂໍ້​ຕົກ​ລົງກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ ແລະ ລັດ​ຖະ​ບານ​ລາວ​ປີ 2017 ແລະ ສັນ​ຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງລັດ​ຖະ​ບານ ຫວຽດາມ ແລະ ລັດ​ຖະ​ບານ​ລ​າວ ໄລ​ຍະ 2016 -2020 ຢ່າງ​ສູງ​ສຸດ; ສຸມ​ໃສ່​ຜັນ​ຂະ​ຫຍາຍ​ແຜນ​ການ​ຮ່ວມ​ມື​ໄລ​ຍະ 2016 – 2018. ສອງ​ຝ່າຍ​ເຫັນ​ດີ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢ​ູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ພາ​ອົງ​ການກວດ​ສອບ​ສູງ​ສຸດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEANSAI) ແລະ ກອງ​ປະ​ຊຸມ​ໃຫຍ່​ບັນ​ດາ​ອົງ​ການກວດ​ສອບ​ບັນ​ຊີ​ສູງ​ສຸດ (ASOSAI).
        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ອົງ​ການກວດ​ສອບ​ແຫ່ງ​ລັດ ຫວຽດ​ນາມ ໂຮ່​ດືກ​ເຟີກ ໄດ້​ມອບ​ໃຫ້ທ່ານ ວຽງ​ທອງ ສີ​ພັນ​ດອນ, ອົງ​ການກວດ​ສອບ​ແຫ່ງ​ລັດ​ລ​າວ Laptop 20 ຊຸດ.
 (ແຫຼ່ງຄັດຈາກ VOV)
                                                                                            

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top