• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຣານຢາກຮ່ວມມື ແລະ ເຊື່ອມຕໍ່ໃນພາກພື້ນ


ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ Hassan Rouhani
(ພາບ​ປະ​ກອບ: AFP/TTXVN)
      ວັນ​ທີ 26/03, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ Hassan Rouhani ໄດ້​ຮຽກ​ຮ້ອງ​ສ້າງ​ຕັ້ງ​ການ​ຮ່ວມ​ມື​ ແລະ ເຊື່ອມ​ຕໍ່​ພາກ​ພື້ນ ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ແລະ ສະ​ຖຽນ​ລະ​ພາບ​ຢູ່ອາ​ຊີ​ໃຕ້. ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​​ປາ​ກິດ​ສະ​ຖານ, ທ່ານ Rouhani ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ເຈົ້າ​ພາບ Nawaz Sharif ເພື່ອ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ຕ່າງ​ຝ​່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ​ມີ​ເລື່ອງ​ເພີ່ມ​ທະ​ວ​ີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ 2 ປະ​ເທດ ແລະ ພ້ອ​ມ​ກັນ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ກ່ອນ​ໜ້ານັ້ນ, ການ​ນຳ 2 ທ່ານ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ດ້ານ​ກາ​ນ​ຄ້າ ແລະ ເສດ​ຖ​ະ​ກິດ 6 ສະ​ບັບ, ລ​ວມ​ທັງ​ແຜນ​ການ​ຮ່ວມ​ມື​​ດ້ານການ​ຄ້າ​ຍຸດ​ທະ​ສາດ​ໄລ​ຍະ 5 ປີ ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ກົນ​ໄກ​ແກ​້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ອາດຈະ​ກໍ​ຄວາມ​ເສຍ​ຫາຍ​ດ​້​ານ​ການ​ຄ​້າ 2 ຝ່າຍ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top