• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນ​ໂດ​ເນ​ເຊຍ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ຍິງ ອາ​ຊຽນ ຄັ້ງທີ 4

ໃນຖະແຫຼງການ ສະບັບອອກວັນທີ 7 ຕຸລາ, ທ່ານລັດຖະມົນຕີ Bintang Puspayoga ໄດ້ເນັ້ນໜັກວ່າ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີບັນດາບັນຫາແມ່ຍິງ ແລະ ສະມາຊິກຂອງ ຄະນະກຳມະການແມ່ຍິງ ອາຊຽນ (ACW), ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນ ຍ້ອນວ່າ ອິນໂດເນເຊຍ ຈະເປັນປະເທດເຈົ້າພາບ ແລະເປັນປະທານ AMMW ໃນ 3 ປີຕໍ່ໜ້າ. 
ພາບປະກອບ: baotintuc.vn

ກະຊວງສິດທິແມ່ຍິງ ແລະ ປົກປ້ອງເດັກນ້ອຍ ອິນໂດເນເຊຍ ຈະເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີແມ່ຍິງ ອາຊຽນ ຄັ້ງທີ 4 (AMMW) ຄັ້ງທີ 4, ຄາດວ່າຈະດຳເນີນໃນລະຫວ່າງວັນທີ 11 – 15 ຕຸລານີ້. ດ້ວຍຫົວຂໍ້ “ເສດຖະກິດດີຈີຕອນ ແລະ ການເງິນຮອບດ້ານເພື່ອແນໃສ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງແມ່ຍິງອາຊຽນ”, AMMW ຄັ້ງທີ 4 ຈະສະແດງໃຫ້ເຫັນຄຳໝັ້ນສັນຍາຂອງພາກພື້ນກ່ຽວກັບການປະຕິບັດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ.

ໃນຖະແຫຼງການ ສະບັບອອກວັນທີ 7 ຕຸລາ, ທ່ານລັດຖະມົນຕີ Bintang Puspayoga ໄດ້ເນັ້ນໜັກວ່າ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີບັນດາບັນຫາແມ່ຍິງ ແລະ ສະມາຊິກຂອງ ຄະນະກຳມະການແມ່ຍິງ ອາຊຽນ (ACW), ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນ ຍ້ອນວ່າ ອິນໂດເນເຊຍ ຈະເປັນປະເທດເຈົ້າພາບ ແລະເປັນປະທານ AMMW ໃນ 3 ປີຕໍ່ໜ້າ. ເຫດການນີ້ລວມມີ 5 ວາລະປະຊຸມ ເພື່ອແນໃສ່ປຶກສາຫາລື ກ່ຽວກັບລາຍການຮ່ວມມືເພື່ອແກ້ໄຂບັນຫາຂອງແມ່ຍິງ ກໍ່ຄືແລກປ່ຽນປະສົບກັນຕົວຈິງໃນຂົງເຂດດີຈີຕອນ ແລະ ການເງິນຮອບດ້ານ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ສວນ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ສວນ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

ສວນມິດຕະພາບ ລາວ - ຫວຽດນາມ ນີ້ບໍ່ພຽງແຕ່ເປັນສັນຍາລັກຂອງສາຍພົວພັນສອງປະເທດເທົ່ານັ້ນ, ຫາກຍັງກາຍເປັນບ່ອນຈັດຕັ້ງບັນດາກິດຈະກຳວັດທະນະທຳ, ບ່ອນພັກຜ່ອນ, ການເຄື່ອນໄຫວກິລາກາຍຍະກຳ, ເດີ່ນຫຼີ້ນໃຫ້ແກ່ໄວໜຸ່ມ, ຊາວໜຸ່ມເຍົາວະຊົນ; ແມ່ນບ່ອນສຶກສາມູນເຊື້ອໃຫ້ແກ່ລຸ້ນຄົນຕໍ່ໆໄປຂອງທັງສອງຊາດ ລາວ - ຫວຽດນາມ.

Top