• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍພົບເຫັນກຸ່ມຫົວຮຸນແຮງມີກົນອຸບາຍບຸກໂຈມຕີສິງກະໂປ

ໂຄສົກ​ຕຳຫລວດ​ແຫ່ງ​ຊາດ ອິນ​ໂດ​ເນ​​ເຊຍ ທ່ານ Boy Rafli Amar
(ພາບ: THX/TTXVN)
      ໂຄສົກ​ຕຳຫລວດ​ແຫ່ງ​ຊາດ ອິນ​ໂດ​ເນ​​ເຊຍ ທ່ານ Boy Rafli Amar ​ໃຫ້​ຮູ້​ວ່າ: ຕົວ​ການ 6 ຄົນ​ຖືກຈັບ​ຕົວ​ຢູ່​ເກາະ Batam ​ໃນ​ອາທິດ​ກ່ອນ ​ແມ່ນ​ຂຶ້ນ​ກັບ​ກຸ່ມ​ຫົວ​ຮຸນ​ແຮງທີ່​ເຄື່ອນ​ໄຫວ​ໃນ 2 ປີຜ່ານມາ. ວັນ​ທີ 08/08 ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່ Jakarta ທ່ານ Boy Rafli Amar ​ໃຫ້​ຮູ້​ວ່າ: ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວ ​ໂດຍ​ເປົ້າ​ໝາຍ Gigih Rahmat Dewa ​ເປັນ​ຫົວໜ້າ, ​ໄດ້​ຮັບ​ສະໝັກ​ບັນດາ​ສະມາຊິກ​ໂດຍ​ຜ່ານ​ທາງ​ອິນ​ເຕີ​ແນັດ​ເປັນ​ຕົ້ນຕໍ  ​ແລະ ຮັບ​ຄຳ​ສັ່ງ​ຈາກ​ຫົວ​ໂປ່ Buhrun Naim ​​ຊາວ ອິນ​ໂດ​ເນ​ເຊຍ ​ເຊິ່ງ​ໄດ້​ເຂົ້າ​ຮ່ວມ​ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງຢູ່ ຊີຣີ.
        ວັນ​ທີ 05/08 ກຳລັງ​ຕ້ານ​ກໍ່​ການ​ຮ້າຍ ອິນ​ໂດ​ເນ​ເຊຍ ​ໄດ້​ປິດ​ລ້ອມ ​ແລະ ​ຈັບ​ຕົວ​​ເປົ້າ​ໝາຍ 6 ຄົນທີ່ຖືກ​ສົງ​ໄສວ່າ ສ້າງ​ແຜນການ​ບຸກ​ໂຈມ​ຕີ​ດ້ວຍ​ລູກ​ຈະ​ຫລວດ​ເຂົ້າ ສິງກະ​ໂປ. ຕຳຫລວດ​ໄດ້​ເກັບ​ເອົາ​​ອາວຸດ, ວັດຖຸ​ຜະລິດ​ລະ​ເບີດ​ຫລາຍ​ຢ່າງ​ຢູ່​ເຮືອນ​ຂອງ​ບັນດາຜູ້​ຖື​ກສົງ​ໄສນີ້.
 (ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top