• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ

ທ່ານ​ Rex Tillerson ​​ຕ້ອນຮັບ​ບັນດາ​
ເອກ​ອັກຄະ​ລັດຖະທູດອາ​ຊຽນ
       ວັນ​ທີ 11/03 ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Rex Tillerson ​ໄດ້​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຂອງບັນດາ​ປະ​ເທດ​ ອາ​ຊຽນ ຢູ່​ນະຄອນຫລວງ ວໍ​ຊິງ​ຕັນ DC. ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Tillerson ຢືນຢັນ​ວ່າ ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອາ​ຊຽນ, ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສະຫະສະມາຄົມ ​ແລະ ບັນດາ​ປະ​ເທດ​ສະມາຊິກ ​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ວັດທະນາ​ຖາວອນ​ໃນ​ພາກ​ພື້ນ, ກໍ່​ຄື​ຮັບ​ມື​ຕໍ່​ບັນດາ​ສິ່ງ​ທ້າ​ທາຍ​ລວມທີ່​ພວມ​ເກີດ​ຂຶ້ນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Tillerson ຢືນຢັນ​ວ່າ ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ກັບ​ພາກ​ພື້ນ​ທັງ​ດ້ານ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ, ພ້​ອມທັງ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ, ລວມມີ​ທັງ ອາ​ຊຽນ ​ແລະ ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ​ປາຊີ​ຟິກ (APEC).
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top