• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ມຽນມາ ຕີລາຄາສູງບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ

      ຫວຽດນາມ ໄດ້ນຳໜ້າໃນການປະສານບັນດາຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19 ຂອງ ອາຊຽນ ດ້ວຍການຊຸກຍູ້ຮັບຮອງເອົາບັນດາຂໍ້ລິເລີ່ມຕົ້ນຕໍ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37  (ພາບ:TTXVN)
      ທ່ານ Aung Myo Myint ເອກອັກຄະລັດຖະທູດ ມຽນມາ ປະຈຳ ອາຊຽນ ເນັ້ນໜັກວ່າ ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍ, ພາຍໃຕ້ການນຳພາຂອງປະເທດປະທານ ອາຊຽນ ຫວຽດນາມ 2020, ອາຊຽນ ບັນລຸໄດ້ຄວາມສູງໃໝ່, ສະແດງໃຫ້ໂລກເຫັນໄດ້ຢ່າງຈະແຈ້ງກ່ຽວກັບຄວາມສາມັກຄີ ແລະ ກຳລັງຄວາມສາມາດໃນການຟື້ນຟູຂອງຕົນ ດ້ວຍຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.
        ເມື່ອໃຫ້ການສຳພາດຕໍ່ນັກຂ່າວ ຫວຽດນາມ ປະຈຳ ຈາກາຕາ, ທ່ານເອກອັກຄະລັດຖະທູດ Aung Myo Myint ເນັ້ນໜັກວ່າ: ດ້ວຍບັນດາຄວາມມານະພະຍາຍາມຢ່າງສູງສຸດ, ໃນຖານະເປັນປະທານໝູນວຽນ ອາຊຽນ 2020, ຫວຽດນາມ ໄດ້ຊຸກຍູ້ ແລະ ຈັດຕັ້ງປະຕິບັດໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນ ຫາກຍັງຢູ່ໃນທົ່ວໂລກອີກດ້ວຍ ເຊິ່ງເປັນຄັ້ງທຳອິດທີ່ກອງປະຊຸມສຸດຍອດ ບັນດາການນຳເພດຍິງຂອງ ອາຊຽນ ຖືກຈັດຕັ້ງຂຶ້ນ.
        ຫວຽດນາມ ໄດ້ນຳໜ້າໃນການປະສານບັນດາຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19 ຂອງ ອາຊຽນ ດ້ວຍການຊຸກຍູ້ຮັບຮອງເອົາບັນດາຂໍ້ລິເລີ່ມຕົ້ນຕໍ. ທ່ານກໍເນັ້ນໜັກວ່າ ຈຸດພົ້ນເດັ່ນທີ່ສຸດໃນປີ ຫວຽດນາມ ຮັບດຳລົງບົດບາດເປັນປະທານ ອາຊຽນ ກໍແມ່ນຜົນງານສຳຄັນທີ່ສຸດ ເຊິ່ງ ອາຊຽນ ບັນລຸໄດ້ໃນປີນີ້, ນັ້ນແມ່ນບັນດາປະເທດ ສິ້ນສຸດການເຈລະຈາ ແລະ ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).
 (ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top