21/07/2019 10:20 GMT+7 Email Print Like 0

ອາຊີບຕີເງິນຄຳ ຢູ່ເມືອງ ເຫວ້

ຜ່ານການເວລາກວ່າ 200 ປີ ທີ່ຂຶ້ນໆ ລົງໆ ພ້ອມກັບ ຊີວິດ, ອາຊີບຕີເງິນຄຳ ຢູ່ເມືອງ ເຫວ້ ບາງຄັ້ງຄ້າຍຄືວ່າ ຖືກສູນຫາຍໄປແລ້ວ, ແຕ່ໂຊກດີ ອາໄສ ຖິ່ນຖານ ຊັບສົມບັດ ທີ່ບັນພະບຸລຸດປະໄວ້ໃຫ້ ແລະ ຄວາມດຸໝັ່ນຂະຫຍັນພຽນ ຂອງ ບັນດາຮຸ່ນລູກຮຸ່ນຫຼານ, ເພາະສະນັ້ນ ອາຊີບຂອງປູ່ຍ່າຕາຍາຍ ບໍ່ພຽງແຕ່ໄດ້ ອະນຸລັກຮັກສາ ແຕ່ຍັງໄດ້ມີການ ພັດທະນາ ຢ່າງກວ້າງຂວາງ ແລະ ພັດທະນາ ຍິ່ງກວ່າອະດີດ ຜ່ານມາ. 
ຕາມປຶ້ມປະຫວັດສາດເກົ່າໄດ້ບັນທຶກໄວ້ວ່າ ອາຊີບຕີເງິນຄຳ ຢູ່ເມືອງ ເຫວ້ ກຳເນີດຂຶ້ນໃນທ້າຍສະຕະວັດທີ XVIII ໂດຍ ນາຍຊ່າງຜູ້ມີສີມືດີ ກາວດິ່ງໂດ້ ແລະ ລູກຊາຍຂອງເພິ່ນແມ່ນ ກາວດິ່ງເຮືອງ, ເປັນຊາວບ້ານ ເກີ່ມຕູ໋, ເມືອງ ເກີ່ມຖຸຍ, ແຂວງ ແທງຮ໋ວາ ຍ້າຍຄົວ ເຂົ້າມາຢູ່ໝູ່ບ້ານ ເກ໋ມົນ, ຕາແສງ ດ່ຽນມົນ, ເມືອງ ຟອງດ່ຽນ, ແຂວງ ເທື່ອທຽນເຫວ້ ເພື່ອດໍາລົງຊີວິດແລ້ວ ຕັ້ງອາຊີບຢູ່ແຫ່ງນີ້.

ຍ້ອນນາຍຊ່າງສອງທ່ານນີ້ ມີສີມືອາຊີບຢ່າງຊຳນານ, ເພາະສະ ນັ້ນ ນອກຈາກ ການຖ່າຍທອດອາຊີບ ໃຫ້ແກ່ ປະຊາຊົນແລ້ວ ພວກເພິ່ນ ຍັງໄດ້ ເຈົ້າຊີວິດ ຫງວຽນ ຢູ່ເມືອງ ເຫວ້ ເຊີນເຂົ້າລາຊະວັງ ເພື່ອຮັບຜິດຊອບ ວຽກງານ ຜະລິດ ເຄື່ອງເງິນຄຳ ຮັບໃຊ້ໃນລາຊະວັງ ອີກດ້ວຍ.

ເດືອນກຸມພາ ປີຈໍ (1810), ນາຍຊ່າງ ກາວດິ່ງໂດ້ ເຖິງແກ່ກຳ ໃນໄວ 66 ປີ. ເພິ່ນໄດ້ເຈົ້າຊີວິດ ຢາລອງ ປະດັບ ນາມມະຍົດ ເປັນ “ເດ້ເຍິດໂຕ໊ຊື” (ຜູ້ກໍ່ຕັ້ງອາຊີບທຳອິດ) ແລະ ໃຫ້ດິນສ້າງ ສຸສານ ເໝືອນດັ່ງ ອາດຍາ ມະຫາເສນາ, ຝັງສົບທີ່ ບ້ານ ເຈື່ອງເກີ໊ຍ (ປັດຈຸບັນແມ່ນ ບ້ານ ເຈື່ອງອານ, ນະຄອນ ເຫວ້). ສ່ວນລູກຊາຍຂອງເພິ່ນຄື ນາຍຊ່າງ ກາວດິ່ງເຮືອງ, ເສຍຊີວິດ ໃນປີ 1821 ໃນໄວ 48 ປີ, ໄດ້ເຈົ້າຊີວິດ ມິງມ້າງ ປະດັບ ນາມມະຍົດ “ເດ້ຍີ້ໂຕ໊ຊື” (ຜູ້ກໍ່ຕັ້ງອາຊີວທີສອງ), ຝັງສົບ ຢູ່ຂ້າງຫຼຸມຝັງສົບ ຂອງ ພໍ່ ຢູ່ ບ້ານ ເຈື່ອງເກີ໊ຍ.

ປັດຈຸບັນ, ເມື່ອມາຢ້ຽມຢາມສຸສານນາຍຊ່າງ ກາວດິ່ງໂດ້, ນັກທ່ອງທ່ຽວ ຍັງສາມາດເຫັນປ້າຍຄຳຄູ່ ດ້ວຍໜັງສືຈີນບູຮານ ສັນລະເສີນຄຸນຄວາມດີ ແລະ ຄຸນສົມບັດຂອງເພິ່ນ ຊຶ່ງແປ ຄວາມໝາຍວ່າ: ກໍ່ຕັ້ງອາຊີບຕີເງິນຄຳ, ເປັນຜູ້ກໍ່ຕັ້ງອາຊີບ ຢູ່ສາມພາກ, ເພັດພອຍເລີ່ມເປີດ, ພັນປີເປັນອາຈານ.

ທຸກວັນນີ້, ອາຊີບຕີເງິນຄຳ ຢູ່ເມືອງ ເຫວ້ ໄດ້ມີການພັດທະນາ ຢ່າງແຂງແຮງ. ພິເສດ, ນາຍຊ່າງດີເດ່ັນ ເຈິ່ນຢຸຍມອງ, ເຈົ້າຂອງ ຜູ້ມີຊື່ສຽງ ຂອງ ຕ່ອງໂສ້ລະບົບ 6 ຮາກຖານຜະລິດ ແລະ ດຳເນີນທຸລະກິດເງິນຄຳ, ຫີນປະເສີດມີຄ່າ ຂອງ ວິສາຫະກິດ ເງິນຄຳ ຖ້ວນແທ່ງ-ຢຸຍມອງ ຢູ່ ເມືອງ ເຫວ້ ໄດ້ຖືວ່າ ເປັນຜູ້ ມີຄູ່ມືຄຳ, ເປັນຜູ້ຮັກສາພະລັງແຮງ ໃຫ້ອາຊີບ ຕີເງິນຄຳ ຢູ່ເມືອງ ເຫວ້ ໃນປັດຈຸບັນ. 



ອາຊີບຕີເງິນຄຳ ມູນເຊື້ອ ຂອງຊາວເມືອງ ເຫວ້ ໄດ້ຮັກສາ ແລະ ພັດທະນາ ອັນເນື່ອງຈາກມີນາຍຊ່າງຜູ້ມີສີມືດີຫຼາຍລຸ້ນຄົນ ທີ່ສືບທອດກັນ ຊຶ່ງພົ້ນເດັ່ນຂຶ້ນໃນນັ້ນຄື ທ່ານ ເລືອງ,
ຜູ້ຢຶດໝັ້ນກັບອາຊີບ ຕີເງິນຄຳເປັນເວລາຫຼາຍປີແລ້ວ ຢູ່ພື້ນຖານ ຕິ້ງເຕີມກີມໂກ໊. ພາບ: ແທງຮ່ວາ



ການບັນຊາອຸ່ນຫະພູມແປວໄຟ ຂອງປັ້ງອົກຊີເປົ່າ ມີ ຄວາມໝາຍ ສຳຄັນທີສຸດ ສຳລັບ ຊ່າງຕີເງິນຄຳ ຕາມແບບ ມູນເຊື້ອ. ພາບ: ແທງຮ່ວາ


ຢູ່ເມືອງ ເຫວ້ ມີ ຊ່າງຕີເງິນຄຳໜຸ່ມຫຼາຍຄົນ ໄດ້ຕີລາຄາວ່າ ເປັນຜູ້ມີສີມືອາຊີບທີ່ຍອດຍ້ຽມ. ພາບ: ແທງຮ່ວາ


ຍິງສາວ ເຫວ້ ແລະ ຄູ່ເກີບທີ່ໄດ້ຕົບແຕ່ງດ້ວຍເງິນ. ພາບ: ແທງຮ່ວາ


ນັກທ່ອງທ່ຽວເຂົ້າຢ້ຽມຊົມ ຊອກຮູ້ ກ່ຽວກັບຜະລິດຕະພັນ ເງິນຄຳ ຂອງ ເມືອງ ເຫວ້ ພາບ: ແທງຮ່ວາ

ນາງຊ່າງ ເຈິ່ນຢຸຍມອງ ເປັນລູກຫຼານເຊື້ອສາຍດຽວກັນຂອງ ວົງຕະກຸນ ເຈິ່ນຢຸຍ ຢູ່ໝູ່ບ້ານ ເກ໋ມົນ, ເຮັດອາຊີບ ຕີເງິນຄຳ ແຕ່ຄາວອາຍຸ 15 ປີ, ປັດຈຸບັນ ໄດ້ຢຶດໝັ້ນກັບອາຊີບນີ້ ເປັນເວລາເກືອບ 50 ປີແລ້ວ. ຕະຫຼອດຊ່ວງເວລາທຳອາຊີບ, ເຖິງວ່າເປັນນາຍຊ່າງ ຜູ້ຊຳນານງານກໍຕາມ ແຕ່ທ່ານຍັງສືບຕໍ່ ການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ຍົກສູງສີມືອາຊີບຢ່າງບໍ່ຢຸດຢັ້ງ, ດ້ວຍເຫດນັ້ນ ທ່ານໄດ້ຄວ້າຫຼາຍລາງວັນສູງ ຢູ່ບັນດາ ການແຂ່ງ ຂັນທີ່ຊົງອິດທິພົນ ຊຶ່ງພົ້ນເດັ່ນຂຶ້ນໃນນັ້ນແມ່ນ ຜົນການປະດິດແຕ່ງ: “ວີ ລາຊະວັງ ເຫວ້” (ລາງວັນທີສາມ ງານແຂ່ງຂັນ ຜະລິດຕະພັນ ສິນຄ້າສິລະປະຫັດຖະກຳ ຫວຽດນາມ ປີ 2009), “ພາບກັບ 3D ຫໍ ງູ໊ຟຸ້ງ-ດ້າຍໂນ້ຍ ເຫວ້” (ລາງວັນທີໜ່ຶງ ງານແຂ່ງຂັນ ຜະລິດຕະພັນເຄື່ອງທີ່ລະນຶກ ແລະ ຂອງຂວັນ ເຫວ້ 2017) ແລະ ອີກຫຼາຍລາງວັນ ທີ່ບັນດາ ງານມະໂຫລານ ແຂ່ງຂັນ ກ່ຽວກັບ ອາຊີບມູນເຊື້ອ ເຫວ້.

ນາຍຊ່າງ ເຈິ່ນຢຸງມອງ ໃຫ້ຮູ້ວ່າ ໃນສະພາບແວດລ້ອມຂະແໜງ ການຜະລິດເຄື່ອງປະດັບເອ້ ມີການຂະຫຍາຍຕົວ ຄືປັດຈຸບັນ, ອາຊີບຕີເງິນຄຳມູນເຊື້ອ ໄດ້ຮັບຄວາມກົດດັນ ທີ່ບໍ່ໜ້ອຍ, ແຕ່ທ່ານເຊື່ອໝັ້ນວ່າ ດ້ວຍຄວາມງາມ ທີ່ເປັນສະເພາະຂອງມັນ, ເຄື່ອງເງິນຄຳທີ່ຜະລິດດ້ວຍມື ຍັງຄົງ ມີບ່ອນຢືນທີ່ສົມສັກສີ ຖ້າຫາກ ພວກເຮົາເສີມຂະຫຍາຍໄດ້ ທ່າແຮງ ຂອງມັນ.

ດ້ວຍຄວາມຄິດເຖິງອາຊີບຢູ່ບໍ່ເຊົາ, ນາຍຊ່າງ ເຈິ່ນຢຸງມອງ ໄດ້ພັດທະນາ ປະສົບຜົນສຳເລັດ ຕ່ອງໂສ້ພື້ນຖານ ດຳເນີນ ທຸລະກິດຕີ ເງິນຄຳ, ຫີນປະເສີດມີຄ່າ ຂອງຕົນ, ປະກອບສ່ວນ ສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນ, ທັງສ້າງອາຊີບ ໃຫ້ແກ່ ຮຸ່ນສືບທອດ. ພິເສດ, ທ່ານໄດ້ ທຸ້ມເທເຫື່ອແຮງ ສ້າງພື້ນຖານ ຕິ້ງເຕີມກີມໂກ໊ ເປັນສະຖານທີ່ ສຳລັບການທັດສະນະສຶກສາ, ທ່ອງທ່ຽວ, ຊື້ຂາຍເຄື່ອງປະດັບ ດ້ວຍເງິນຄຳ, ຫີນປະເສີດມີຄ່າ ທີ່ໃຫຍ່ ແລະ ມີຈຸດພິເສດສະເພາະຢູ່ພາກກາງ.

ເມື່ອມາເຖິງ ຕິ້ງເຕີມກີມໂກ໊, ນັກທ່ອງທ່ຽວຈະໄດ້ຊື່ນຊົມເຄື່ອງ ປະດັບເອ້ດ້ວຍເງິນ, ຄຳ, ຫີນປະເສີດມີຄ່າ ນັບຫຼາຍພັນຕົວແບບ ແລະ ອີກຫຼາຍຕົວແບບເຄື່ອງທີ່ລະນຶກ ດ້ວຍ ເງິນ, ຄຳ, ທອງ ຊຶ່ງໄດ້ຜະລິດດ້ວຍຄວາມປານີດ ແນບນຽນ...



ພາບພາຍໃນວັງ ເຫວ້, ມໍລະດົກ ວັດທະນະທຳ ໂລກ ຂອງ ຫວຽດນາມ ໄດ້ເຮັດດ້ວຍຄຳ. ພາບ: ແທງຮ່ວາ


ຈອກເພັດສະຫຼັກຄຳ. ພາບ: ແທງຮ່ວາ


ໝາກ ແລະ ໃບພູເຮັດດ້ວຍຄຳ. ພາບ: ແທງຮ່ວາ


ອູບເງິນສະຫຼັກຮູບໃບໄມ້ ແລະ ດອກໄມ້. ພາບ: ແທງຮ່ວາ


ປອກຄໍເງິນ ສະຫຼັກຮູບມັງກອນ. ພາບ: ແທງຮ່ວາ


ປອກຄໍເງິນ ສະຫຼັກຫີນ ປະເສີດມີຄ່າ. ພາບ: ແທງຮ່ວາ


ວີສະຫຼັກຮູບໂຕເງໃນພະລາຊະວັງ. (ໂຕເງແມ່ນສັນຍາລັກ ທີ່ມີສີສັນສະເພາະຂອງຄົນຫວຽດນາມ) ພາບ: ແທງຮ່ວາ

ສິ່ງທີ່ໜ້າສົນໃຈແມ່ນ ຢູ່ທີ່ນີ້ຍັງມີຫໍພິພິທະພັນ ຂະໜາດນ້ອຍ ແຫ່ງໜຶ່ງ ກ່ຽວກັບອາຊີບຕີເງິນຄຳ ຢູ່ເມືອງ ເຫວ້. ຢູ່ທີ່ນີ້ ເຈົ້າຂອງ ໄດ້ຈັດວາງວັດຖຸ ທີ່ມີຄ່າຫຼາຍຢ່າງເຊັ່ນ: ບັນດາ ພະລາຊະອົງ ການ ສະບັບສຳເນົາ ຄັດຈາກຕົ້ນສະບັບ ຂອງ ເຈົ້າຊີວິດ ຫງວຽນ ສຳລັບ ອາຊີບຕີເງິນຄຳ ເມືອງ ເຫວ້; ບັນດາເຄື່ອງມືບູຮານ ທີ່ໃຊ້ໃນການເຈຍລະໄນ ເຄື່ອງເງິນຄຳ ເຊັ່ນ: ຄ້ອນຕີ, ຄີມ, ເຄື່ອງຂັດ, ຂອບຫຼໍ່, ເຄື່ອງເປົ່າລົມ, ຊີງສຳລັບການຊັ່ງວັດຖຸ ຂະໜາດນ້ອຍ... ບັນຍາກາດ, ສະຖານທີ່່ ຜະລິດ ຂອງນາຍຊ່າງ ກໍໄດ້ມີການຈັດວາງ ອ່ຽງໄປທາງ ບູຮານເລັກໜ້ອຍ, ເຮັດໃຫ້ ແຂກທີ່ມາຢາມ ຮູ້ສຶກໄດ້ສະພາບແວດລ້ອມ ແລະ ບັນຍາກາດ ການເຮັດວຽກ ຂອງ ນາຍຊ່າງຕີເງິນຄຳ ສະໄໝກ່ອນ. 
ບົດ ແລະ ພາບ: ແທງຮ່ວາ