• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດເວທີປາໄສອາຊີ ປົວຢາວ ປີ 2017

ສູນກອງ​ປະ​ຊຸ​ມ​ເວ​ທ​ີ​ປາ​ໄສ ປົວ​ຢາວ 
(ພາບ: Hà Thng - VOV)
      ​ພາຍຫຼັງ​ເຮັດ​ວຽກ​​ມາເປັນ​ເວ​ລາ 4 ວັນ​, ຕອນ​ບ່າຍ​ວັນ​ທີ 26/3, ຢູ່ ປົວ​ຢາວ, ໄຮ​ໜານ, ປະ​ເທດ ຈີນ, ຄະ​ນະ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ ອາ​ຊີ ປົວ​ຢາວ 2017 ໄດ້​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ອັດ​ເວ​ທີ​ປາ​ໄສອາ​ຊີ ປົວ​ຢາວ 2017. ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ ເຈົາ​ກວນ​ຈູງ, ເລ​ຂາ​ທິ​ການ​ໃຫຍ່​ເວ​ທີ​ປາ​ໄສ ປົວ​ຢາວ ໄດ້​ແນະ​ນຳ​ຖະ​ແຫຼງ​ການ​ຂອງ​ເວ​ທີ​ປ​າ​ໄສ ປົວ​ຢາວ 2017 ກ່ຽວ​ກັບ​ການ​ຊຸກ​ຍູ້​ໂລ​ກາ​ພິ​ວັດ​ເສດ​ຖະ​ກິດ. ຕາມນັ້ນ​ແລ້ວ, ລັດ​ຖະ​ບານ​ບັນ​ດາ​ປະ​ເທດ ​ໄດ້ຖື​ໂລ​ກາ​ພິ​ວັດ​ເສດ​ຖະ​ກິດ ແມ່ນ​ກຳ​ລັງ​ຕັ້ງ​ໜ້າ. ການ​ຄ້າ​ຂ້າມ​ຊາຍ​ແດນ ແລະ ຫັນ​ການ​ລົງ​ທຶນ​ເປັນ​ເສ​ລີ​ແມ່ນ​ກຳ​ລັງ​ໜູນ​​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ. ລັດ​ຖະ​ບານ​ບັນ​ດາ​ປະ​ເທດກໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ຄັດ​ຄ​້ານ​ລັດ​ທິ​ອາ​ລັກ​ຂາ​ການ​ຄ້າ, ສືບ​ຕໍ່​ຊຸກ​ຍູ້​ວິ​ວັດ​ການ​ຫັນ​ການ​ລົງ​ທຶນ, ການ​ຄ້າ​ເປັນ​ເສ​ລີ, ພ້ອມ​ທັງ​ປະ​ຕິ​ຮູບ ແລະ ​ປັບ​ປຸງກົນ​ໄກ​​ລົງ​ທຶນ​ການ​ຄ້າຫຼາຍ​ຝ່າຍ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top