• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ 13

ຕອນຄ່ຳວັນທີ 5 ພຶດສະພາ, ຢູ່ນະຄອນວິງ, ແຂວງເງະອານ, ໄດ້ດຳເນີນພິທີອັດ ແລະ ມອບລາງວັນໃຫ້ແກ່ງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ 13 ປີ 2018 ໂດຍວິທະຍຸກະຈາຍສຽງຫວຽດນາມ ແລະ ສະຖານີວິທະຍຸກະຈາຍສຽງ-ໂທລະພາບແຂວງເງະອານສົມທົບກັນຈັດຂຶ້ນ

ທ່ານຫງວຽນເທກິ, ຜູ້ອຳນວຍການໃຫຍ່ VOV ໄດ້ມອບທຸງຫົວໜ່ວຍເປັນເຈົ້າພາບຈັດຕັ້ງງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ 14 ໃຫ້ແກ່ທ່ານ ບຸຍແທງຮົ່ງ ຜູ້ອຳນວຍການ ວິທະຍຸກະຈາຍສຽງ-ໂທລະພາບແຂວງດົງທາບ 

ທີພິທີອັດ, ຄະນະຈັດຕັ້ງ ງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ 13 ໄດ້ມອບ 20 ຫຼຽນຄຳ, 53 ຫຼຽນເງິນ, 72 ຫຼຽນທອງ ແລະ 68 ລາງວັນຊົມເຊີຍໃຫ້ແກ່ບັນດາລາຍການກະຈາຍສຽງ, ບົດສາລະຄະດີ. ເຂົ້າຮ່ວມ ງານປະກວດກະຈາຍສຽງທົ່ວປະເທດຄັ້ງນີ້, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ ຂອງ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ. ທ່ານ ວູ້ຫາຍ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ, ຫົວໜ້າ ຄະນະຈັດຕັ້ງ ງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ 13 ໃຫ້ຮູ້ວ່າ : 

    “ ຄຸນນະພາບບັນດາລາຍການກະຈາຍສຽງ ແມ່ນດີຂຶ້ນຫຼາຍແລ້ວ, ບໍ່ມີຄວາມຜິດດ່ຽງກັນຫຼາຍລະຫວ່າງວິທະຍຸກະຈາຍສຽງສູນກາງ ແລະ ບັນດາສະຖານີວິທະຍຸກະຈາຍສຽງ-ໂທລະພາບແຂວງຕ່າງໆ. ບັນດາເນື້ອໃນຂອງບັນດາລາຍການກະຈາຍສຽງ ແມ່ນເຕື້ອງເຖິງບັນດາຂົງເຂດໃນຊີວິດສົງຄົມ, ໃນນັ້ນມີຫຼາຍລາຍການໄດ້ເຕື້ອງເຖິງການເລີ່ມທຸລະກິດ, ການປະຕິຮູບດ້ານການບໍລິຫານ, ການຕ້ານໄພອາດຍາສິດ, ສໍ້ລາດບັງຫຼວງ… ”

    ແລະ ກໍໃນພິທີອັດງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ 13, ທ່ານຫງວຽນເທກິ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໄດ້ມອບທຸງຫົວໜ່ວຍເປັນເຈົ້າພາບຈັດຕັ້ງງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ 14 ຮອບຊະນະເລີດປີ 2020 ໃຫ້ແກ່ທ່ານ ບຸຍແທງຮົ່ງ ຜູ້ອຳນວຍການ ສະຖານີວິທະຍຸກະຈາຍສຽງ-ໂທລະພາບແຂວງດົງທາບ. 
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top