• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 73 ສະມັດຊາໃຫຍ່ສະຫະປະຊາຊາດ

      ກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ ຈະສືບຕໍ່ຊຸກຍູ້ເປົ້າໝາຍປົກປ້ອງລັດທິຫຼາຍຝ່າຍ, ຮັບປະກັນຜົນປະໂຫຍດຢ່າງສະໜ່ຳສະເໝີໃຫ້ແກ່ປະຊາຊົນຢູ່ບັນດາປະເທດໃນໂລກ.

ທ່ານນາງ Maria Fernanda Espinosa Garces, ອະດີດປະທານສະມັດຊາໃຫຍ່ສະຫະປະຊາຊາດ
(ພາບ: THX/TTXVN)
      ວັນທີ 16 ກັນຍາ, ທີ່ພິທີອັດກອງປະຊຸມຄັ້ງທີ 73 ຂອງສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານນາງ Maria Fernanda Espinosa Garces, ອະດີດປະທານສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ມອບຄ້ອນຕີເຊິ່ງແມ່ນສັນຍາລັກສິດອຳນາດໃຫ້ຜູ້ສືບທອດ Tijjani Muhammad Bande. ໃນບົດກ່າວປາໄສສຸດທ້າຍບົນຖານະຕຳແໜ່ງປະທານສະມັດຊາໃຫຍ່ຫະປະຊາຊາດ, ທ່ານນາງ Espinosa ສະແດງຄວາມຫວັງວ່າ ກອງປະຊຸມຂອງສະມັດຊາໃຫຍ່ສະຫະປະຊາຊາດ ຈະສືບຕໍ່ຊຸກຍູ້ເປົ້າໝາຍປົກປ້ອງລັດທິຫຼາຍຝ່າຍ, ຮັບປະກັນຜົນປະໂຫຍດຢ່າງສະໜ່ຳສະເໝີໃຫ້ແກ່ປະຊາຊົນຢູ່ບັນດາປະເທດໃນໂລກ. ທ່ານນາງເນັ້ນໜັກວ່າ, ເພື່ອແກ້ໄຂທຸກບັນຫາຂອງໂລກໃນປະຈຸບັນ ຮຽກຮ້ອງຕ້ອງມີການຮ່ວມມືໃນຂອບເຂດທົ່ວໂລກ. ກ່າວຄຳເຫັນທີ່ພິທີອັດກອງປະຊຸມນີ້, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonia Gurerres ຕີລາຄາວ່າ, ທ່ານນາງ Espinosa ມີອາຍຸການບັນລຸຜົນສຳເລັດ, ສ້າງທ່ວງທ່າໃຫ້ແກ່ການເພີ່ມທະວີການມີໜ້າຂອງແມ່ຍິງໃນຊີວິດທາງດ້ານການເມືອງຂອງໂລກ, ກໍ່ຄືຊຸກຍູ້ຄວາມກ້າວໜ້າມຸ່ງໄປເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍໃນທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top