• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມ ຄັ້ງທີ 29 ຂອງຄະນະປະຈໍາສະພາແຫ່ງຊາດ

      ຄະນະປະຈໍາສະພາແຫ່ງຊາດໄດ້ປະກອບຄໍາເຫັນກ່ຽວກັບການປະຕິບັດບາງຂໍ້ກໍານົດຂອງກົດໝາຍກ່ຽວກັບລະບອບ, ນະໂຍບາຍສໍາລັບສະມາຊິກອົງການຈັດຕັ້ງຫວຽດນາມ ຢູ່ ຕ່າງປະເທດ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ວາລະອັດ (ພາບ:quochoi.vn)
      ວັນທີ 11 ທັນວາ, ກອງປະຊຸມຄັ້ງທີ 29 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ ຖືກອັດລົງ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ທີ່ກອງປະຊຸມດັ່ງກ່າວ ຄະນະປະຈໍາສະພາແຫ່ງຊາດ ໄດ້ພິຈາລະນາຫຼາຍບັນຫາສໍາຄັນ, ຕັດສິນບັນດາບັນຫາທີ່ຂຶ້ນກັບສິດອໍານາດຂອງຄະນະປະຈໍາສະພາແຫ່ງຊາດ. ທ່ານນາງ ຫງວຽນທິກິມເງິນ ສະເໜີ ລັດຖະບານ, ຄະນະປະຈໍາສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ເລຂາທິການໃຫຍ່ສະພາແຫ່ງຊາດ ສືບຕໍ່ຄົ້ນຄວ້າ, ຜັນຂະຫຍາຍບັນດາມະຕິ, ຜົນການສະຫຼຸບຂອງກອງປະຊຸມໂດຍໄວ. ສໍາລັບບັນດາຮ່າງລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມ ບາງມາດຕາຂອງບັນດາລັດຖະບັນຍັດ ທີ່ກ່ຽວຂ້ອງເຖິງການວາງແຜນຜັງ ໃນວັນທີ 29 ທັນວາ ຈະລົງມະຕິຮັບຮອງເອົາ ທີ່ກອງປະຊຸມ ຄະນະພັກຂອງສະພາແຫ່ງຊາດ.
        ກ່ອນວາລະອັດກອງປະຊຸມ, ຄະນະປະຈໍາສະພາແຫ່ງຊາດໄດ້ປະກອບຄໍາເຫັນກ່ຽວກັບການປະຕິບັດບາງຂໍ້ກໍານົດຂອງກົດໝາຍກ່ຽວກັບລະບອບ, ນະໂຍບາຍສໍາລັບສະມາຊິກອົງການຈັດຕັ້ງຫວຽດນາມ ຢູ່ ຕ່າງປະເທດ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top