• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 7, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12

ກອງປະຊຸມນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ໝາກຜົນຂອງກອງປະຊຸມໄດ້ປະກອບສ່ວນສ້າງບັນຍາກາດໃໝ່, ກຳລັງໜູນໃໝ່ໃຫ້ແກ່ພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຄົບຊຸດ ແລະ ຮອບດ້ານ, ກໍ່ສ້າງພັກໃຫ້ປອດໄສ


ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວບົດປາໄສອັດກອງປະຊຸມ

(ພາບປະກອບ)

ຕອນເຊົ້າວັນທີ 12 ພຶດສະພາ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 7, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 6 ວັນຢ່າງຮີບດ່ວນ, ເຂັ້ມງວດ, ປະຕິບັດສຳເລັດເນື້ອໃນແຜນການໄດ້ວາງອອກ.

        ໃນບົດກ່າວປາໄສອັດກອງປະຊຸມ, ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ: ກອງປະຊຸມນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ໝາກຜົນຂອງກອງປະຊຸມໄດ້ປະກອບສ່ວນສ້າງບັນຍາກາດໃໝ່, ກຳລັງໜູນໃໝ່ໃຫ້ແກ່ພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຄົບຊຸດ ແລະ ຮອບດ້ານ, ກໍ່ສ້າງພັກໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ພັດທະນາປະເທດຊາດໄວ ແລະ ຍືນຍົງ.

        ກ່ຽວກັບການກໍ່ສ້າງຖັນແຖວພະນັກງານ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ: ກອງປະຊຸມເຫັນດີເປັນເອກະພາບສູງປະກາດໃຊ້ມະຕິຂອງສູນກາງກ່ຽວກັບການສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນຂັ້ນຍຸດທະສາດ, ຮັບປະກັນການຫັນປ່ຽນຢ່າງຕໍ່ເນື່ອງ, ໝັ້ນຄົງເຂັ້ມແຂງລະຫວ່າງລຸ້ນຕ່າງໆ…

        ກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ: ກອງປະຊຸມເຫັນດີເປັນເອກະພາບປະກາດໃຊ້ມະຕິກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນ ເພື່ອແນໃສ່ສ້າງລະບົບນະໂຍບາຍເງິນເດືອນແຫ່ງຊາດຢ່າງມີວິທະຍາສາດໂດຍໄວ, ມີຄວາມກະຈ່າງແຈ້ງ, ເໝາະສົບກັບສະພາບການຕົວຈິງຂອງປະເທດຊາດ, ປະກອບສ່ວນສ້າງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວມີປະສິດທິພາບ, ປະສິດທິຜົນ.

        ສ່ວນການປະຕິຮູບນະໂຍບາຍປະກັນສັງຄົມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ: ຄະນະບໍລິຫານງານສູນກາງພັກໄດ້ເປັນເອກະພາບກັນໂດຍຖືວ່າ ໃນໄລຍະຈະມາເຖິງ, ຕ້ອງຍູ້ແຮງການປະຕິຮູບກ່ວາອີກ ເພື່ອໃຫ້ການປະກັນສັງຄົມກາຍເປັນເສົາຄ້ຳຕົ້ນຕໍຂອງລະບົບຮັບປະກັນຊີວິດສັງຄົມ:

        “ເພື່ອຮັບປະກັນຄວາມດຸ່ນດ່ຽງດ້ານການເງິນຂອງກອງທຶນປະກັນສັງຄົມໃນໄລຍະຍາວ, ຄວນເພີ່ມເຕີມ, ປັບປຸງ, ແກ້ໄຂບັນດາຄວາມບໍ່ເໝາະສົມກ່ຽວກັບລະບົບປະກັນໄພໃຫ້ຜູ້ກິນເບ້ຍບຳນານ ໃນປະຈຸບັນຕາມທິດມີໄຫວພິບຢ່າງຮີບດ່ວນກ່ວາ. ເພີ່ມອາຍຸພັກກິນເບ້ຍບຳນານສະເລ່ຍຕາມຂັ້ນຕອນ, ມີບາດກ້າວເດີນເໝາະສົມກັບແຕ່ລະກຸ່ມເປົ້າໝາຍ, ຂະແໜງອາຊີບຢ່າງລະອຽດເພື່ອເພີ່ມລັກສະນະໝັ້ນຄົງ ຂອງນະໂຍບາຍປະກັນສັງຄົມ.”

(ແຫຼ່ງຄັດຈາກ VOV)


ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top