• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະດີດການນຳພັກ,ລັດປະກອບຄຳເຫັນໃສ່ຮ່າງບົດລາຍງານການເມືອງແລະເຂົ້າຮ່າງບົດລາຍງານ10ປີແຫ່ງການປະຕິບັດໂຄງການການເມືອງ 2011

 ມີຫຼາຍຄຳເຫັນໄດ້ຖືວ່າ, ຮ່າງເອກະສານ 2 ສະບັບດັ່ງກ່າວໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ເຂັ້ມງວດ, ມີຫຼາຍຈຸດໃໝ່. ພ້ອມກັນນັ້ນ, ບັນດາຄຳເຫັນ ທີ່ປະກອບໃສ່ບັນດາຮ່າງເອກະສານ, ພິເສດແມ່ນໄດ້ສຸມໃສ່ຮ່າງບົດລາຍການການເມືອງ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.


ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ໄດ້ຂອບໃຈບັນດາອະດີດການນຳພັກ ແລະ ລັດທີ່ໄດ້ເຂົ້າຮ່ວມກອງປະຊຸມ

(ພາບ: TTXVN)


ເພື່ອສືບຕໍ່ເພີ່ມເຕີມ ແລະ ສ້າງສຳເລັດບັນດາຮ່າງເອກະສານເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ວັນທີ 27 ກັນຍາ, ຢູ່ຮ່າໂນ້ຍ, ກົມການເມືອງ, ອະນຸກຳມະກາເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ຈັດກອງປະຊຸມເພື່ອຮັບເອົາຄຳເຫັນຈາກບັນດາອະດີດການນຳພັກ ແລະ ລັດ ປະກອບຄຳເຫັນໃສ່ຮ່າງບົດລາຍງານການເມືອງ ແລະ ຮ່າງບົດລາຍງານ 10 ປີແຫ່ງການປະຕິບັດໂຄງການການເມືອງ 2011.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫວຽນຝູຈ້ອງ, ຫົວໜ້າອະນຸກຳມະການ ແລະ ທ່ານ ເຈິ່ນກວ໊ກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງຫົວໜ້າຄະນະປະຈຳອະນຸກຳມະການເອກະສານ ເປັນປະທານກອງປະຊຸມ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ໄດ້ຂອບໃຈບັນດາອະດີດການນຳພັກ ແລະ ລັດທີ່ໄດ້ເຂົ້າຮ່ວມກອງປະຊຸມ ແລະ ສະເໜີໃຫ້ບັນດາອະດີດການນຳພັກ ແລະ ລັດ ດ້ວຍບົດຮຽນ, ພູມປັນຍາ, ຄວາມສຸດອົກສຸດໃຈຂອງຕົນ, ປະກອບຄຳເຫັນໃສ່ຮ່າງເອກະສານ 2 ສະບັບດັ່ງກ່າວ ເພື່ອໃຫ້ອະນຸກຳມະການ, ກົມການເມືອງສືບຕໍ່ຄົ້ນຄວ້າ, ເພີ່ມເຕີ່ມ, ສ້າງຮ່າງເອກະສານ 2 ສະບັບດັ່ງກ່າວໃຫ້ສົມບູນແບບ.

        ທີ່ກອງປະຊຸມ, ມີຫຼາຍຄຳເຫັນໄດ້ຖືວ່າ, ຮ່າງເອກະສານ 2 ສະບັບດັ່ງກ່າວໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ເຂັ້ມງວດ, ມີຫຼາຍຈຸດໃໝ່. ພ້ອມກັນນັ້ນ, ບັນດາຄຳເຫັນ ທີ່ປະກອບໃສ່ບັນດາຮ່າງເອກະສານ, ພິເສດແມ່ນໄດ້ສຸມໃສ່ຮ່າງບົດລາຍການການເມືອງ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

        ສະຫຼຸບກອງປະຊຸມ, ທ່ານ ເຈິ່ນກວ໊ກເວື້ອງ, ໄດ້ຂອບໃຈບັນດາອະດີດການນຳພັກ ແລະ ລັດທີ່ໄດ້ປະກອບຄຳເຫັນຢ່າງສຸດອົກສຸດໃຈໃສ່ຮ່າງບົດລາຍງານ 2 ສະບັບດັ່ງກ່າວ. ກົມການເມືອງຈະຮັບເອົາຄຳເຫັນປະກອບຂອງບັນດາອະດີດການນຳພັກ ແລະ ລັດຢ່າງເຂັ້ມງວດ ເພື່ອສືບຕໍ່ສ້າງບັນດາຮ່າງເອກະສານດັ່ງກ່າວໃຫ້ສົມບູນແບບເພື່ອຍື່ນສະເໜີຕໍ່ກອງປະຊຸມສູນກາງພັກຄັ້ງທີ 11 ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top