• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຫໍສັງເກດການ ຕຽນຊາ

ຕັ້ງຢູ່ເທິງແຫຼມ ເຊີນຈ່າ ຂອງນະຄອນ ດ່າໜັງ, ຫໍສັງເກດການທີ່ເກົ່າແກ່ ຕຽນຊາ ໄດ້ຮັບການຕີລາວ່າ ເປັນໜຶ່ງ ໃນບັນດາ ຫໍ ສັງເກດການຫຼາຍແຫ່ງທີ່ສວຍງາມທີສຸດຢູ່ ຫວຽດນາມ, ເປັນສະຖານທີ່ທ່ອງທ່ຽວທີ່ຈັບໃຈ ສຳລັບນັກທ່ອງທ່ຽວຜູ້ທີ່ມີຄວາມ ຮັກມັກກັບທຳມະຊາດ ແລະ ມັກແບບແຜນວິຖີຊີວິດ ທ່ີບໍ່ຟ້າວ ຟັ່ງ. 
ຈາກທິດຕາເວັນອອກຂອງຂົວແມ່ນຳ້ ຮ່ານ, ຂັບລົດຈັກອອກໄປ ຫາທາງເໜືອ, ຂີ່ໄປຕາມເສັ້ນທາງແຄມຝັ່ງທະເລ ຫວໍງວຽນ ຢາບ ແກ່ຍາວເຖິງ ຮວ່າງຊາ ປະມານ 10 ກິໂລແມັດ ແມ່ນ ຈະ ໄປຮອດຕີນແຫຼມ ເຊີນຈ່າ. ຈາກນັ້ນ ຂັບລົດຈັກ ຂີ່ຂຶ້ນພູອີກ 10 ກິໂລແມັດ ໄປຕາມທິດຕາເວັນອອກຂອງແຫຼມ ເຊີນຈ່າ ແມ່ນ ຈະໄປຮອດຫໍສັງເກດການ ທີ່ເກົ່າແກ່ ຕຽນຊາ. 

ຫໍສັງເກດການ ຕຽນຊາ ຫຼື ຫໍສັງເກດການ ເຊີນຈ່າ ຕັ້ງຢູ່ທິດຕາເວັນອອກຂອງແຫຼມ ເຊີນຈ່າ, ໃນລະດັບຄວາມສູງ 233 ແມັດ ເມື່ອທຽບກັບລະດັບນຳ້ທະເລ. ນີ້ເປັນໜຶ່ງໃນບັນດາຫໍສັງເກດການທີ່ເກົ່າແກ່ ສວຍງາມທີສຸດ ຫວຽດນາມ, ຊຶ່ງ ຝຣັ່ງ ໄດ້ ກໍ່ສ້າງ ແລະ ເປີດນຳໃຊ້ເມື່ອປີ 1902. 

ຫໍສັງເກດການ ໄດ້ຕັ້ງຢູ່ເປີ້ນພູສູງ, ອ້ອມຂ້າງແມ່ນຕົ້ນໄມ້ທີ່ຂຽວງາມ, ບາງເທື່ອເຂົາເຈົ້າຍັງພົບເຫັນ ລີງ ແລະ ທະນີ ຕີນສີ ໝາກ ກະເບົາ ພາກັນມາຫາກິນຢູ່ໃນປ່າແຫ່ງນີ້. ທີ່ນີ້ ມີເຂດບັນຊາ ການ ແລະ ຫໍສັງເກດການຫຼັງໜຶ່ງ ໄດ້ມີສະຖາປັດສະຕະກຳ ຂອງ ຝຣັ່ງ ໃນໄລຍະຕົ້ນສະຕະວັດທີ XX. ກິດຈະກຳແຫ່ງນີ້ ໄດ້ ທາສີເຫຼືອງ ແລະ ແຊກສີຂາວ, ເປັນສີທີ່ມັກເຫັນຂອງບັນດາ ກິດຈະກຳສະຖາປັດຕະຍະກຳເກົ່າແກ່ ທີ່ມີແຕ່ ສະໄໝ ຝຣັ່ງ ປົກຄອງ ຢູ່ ອິນດູຈີນ. 

ໂຄມໄຟ ໄດ້ປົກປ້ອງດ້ວຍໂຄງສີຂາວ ພ້ອມກັບຮາວລະບຽງໝູນ 360 ອົງສາ, ເສົາຄຳ້ທີ່ເຮັດດ້ວຍເຫຼັກ, ອອກແບບຕາມສະຖາປັດຕະຍະກຳ ບູຮານ. ພາບ: ແທງຢາງ/VNP


ໂຄມໄຟ ສູງປະມານ 10 ແມັດ ເມື່ອທຽບກັບໜ້າດິນ ແລະ ປະມານ 160 ແມັດ ເມື່ອທຽບກັບລະດັບນຳ້ທະເລ. ພາບ: ແທງຮ່ວາ/VNP


ຢຶນຢູ່ທາງໃນເບິ່ງຂຶ້ນ, ຫໍສັງເກດການຄືຫໍເບິ່ງດາວແຫ່ງໜຶ່ງ. ພາບ: ແທງຮ່ວາ/VNP


ຕໍ່ໜ້າຫໍສັງເກດການແມ່ນເຂດທະເລທີ່ກວ້າງໃຫຍ່ໄພສານ ແລະ ເປີ້ນພູສ່ວນໜຶ່ງຂອງແຫຼມ ເຊີນຈ່າ. ພາບ: ແທງຮ່ວາ/VNP


ໂຄມໄຟ ໄດ້ປົກປ້ອງດ້ວຍໂຄງສີຂາວ. ພາບ: ແທງຮ່ວາ/VNP


ຫໍສັງເກດການຍັງໄດ້ຕິດຕັ້ງໂຄມໄຟສຳຮອງໜ່ວຍໜຶ່ງ ເພື່ອຊ່ວຍເຫຼືອໃຫ້ແກ່ເຮືອເດີນຢູ່ໃກ້ຝັ່ງ. ພາບ: ແທງຮ່ວາ/VNP


ປ້າຍແຜ່ນໜຶ່ງ ໄດ້ຂຽນຂໍ້ມູນຈຳນວນໜຶ່ງກ່ຽວກັບຫໍສັງເກດການດ້ວຍພາສາ ຝຣັ່ງ. ພາບ: ແທງຮ່ວາ/VNP


ເຄື່ອງຈັບທີ່ບັນຊາການເຄື່ອນໄຫວຂອງໂຄມໄຟ ໄດ້ຜະລິດຢູ່ນະຄອນຫຼວງ ບາຣີ, ຝຣັ່ງ. ພາບ: ແທງຮ່ວາ/VNP


ເຖິງວ່າ ກວ່າ 100 ປີແລ້ວ, ແຕ່ຍ້ອນໄດ້ຮັບການບົວລະບັດເປັນຢ່າງດີ, ສະນັ້ນ ຈານແຂ້ວເຟືອງຂອງລະບົບໂຄມໄຟ ຍັງຄືໃໝ່.  ພາບ: ແທງຮ່ວາ/VNP


ໂຄມໄຟໃຫຍ່ຂອງຫໍສັງເກດການ ສາດມາດສາຍແສງສະຫວ່າງ ໄກ ເຖິງ 23 ໄມລ, ປະມານກວ່າ 40 ກິໂລແມັດ. ພາບ: ແທງຮ່ວາ/VNP


ເສັ້ນທາງຂຶ້ນລົງຢູ່ໃນຫໍສັງເກດການ. ພາບ: ແທງຮ່ວາ/VNP


ທ່ານ ຫງວຽນວັນເລື້ອງ, ຮອງ ຫໍສັງເກດການ ຕຽນຊາ ກຳລັງບົວ ລະບັດລະບົບໂຄມໄຟຢ່າງລະມັດລະວັງ ເພື່ອຮັບປະກັນ ໃຫ້ລະບົບໂຄມໄຟເຄື່ອນໄຫວໂດຍດີ. ພາບ: ແທງຮ່ວາ/VNP


ແຕ່ເຂດບັນຊາການ ມີທາງນ້ອຍເສັ້ນໜຶ່ງພາລົງໄປຫາຫໍສັງເກດ ການ ຕຽນຊາ. ພາບ: ແທງຮ່ວາ/VNP

ເວລາພາພວກຂ້າພະເຈົ້າໄປຢ້ຽມຢາມ, ທ່ານ ຫງວຽນວັນ ເລື້ອງ, ຮອງ ຫໍສັງເກດການ ຕຽນຊາ ໃຫ້ຮູ້ວ່າ ຫໍສັງເກດການ ຕຽນຊາ ແມ່ນໂຄມໄຟເກົ່າໜ່ວຍໜຶ່ງ ທີ່ມີອາຍຸກວ່າ 100 ປີ, ແຕ່ຍ້ອນໄດ້ຮັບການບົວລະບັດຮັກສາ ເປັນປະຈຳ, ສະນັ້ນ ເຖິງປັດຈະບັນ ມັນຍັງເຄື່ອນໄຫວໂດຍດີ. ໂຄມໄຟໃຫຍ່ຂອງ ຫໍສັງເກດການ ຕຽນຊາ ອາດສາມາດໝູນ 360 ອົງສາ ແລະ ສ່ອງແສງສະຫວ່າງໄກເຖິງກວ່າ 40 ກິໂລແມັດ. 

ຜ່ານການຜັນແປຂອງການເວລາ ແລະ ດິນຟ້າອາກາດ ໃນກວ່າ ໜຶ່ງສະຕະວັດ ຜ່ານມາ, ຫໍສັງເກດການເກົ່າແກ່ ຕຽນຊາ ຍັງ ສ່ອງແສງ ສະຫວ່າງເພື່ອນຳທາງໃຫ້ກຳປັ່ນຫຼາຍລຳ ໄປມາຢ່າງ ປອດໄພ ໃນການເຄື່ອນໄຫວຢູ່ເຂດທະເລແຂວງ ເທື່ອທຽນເຫວ້ ແລະ ນະຄອນ ດ່າໜັງ. 

ປັດຈຸບັນ, ນອກຈາກມີໜ້າທີ່ຮັບປະກັນຄວາມສະຫງົບປອດໄພຂອງ ການເດີນເຮືອທະເລ, ຫໍສັງເກດການເກົ່າແກ່ ຕຽນຊາ ຍັງ ເປັນສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈ. ມາທີ່ນີ້, ນອກຈາກຈະ ໄດ້ຊົມຄວາມງາມ ຂອງ ສະຖາ ປັດຕະຍະກຳ ຝຣັ່ງ ທີ່ຍັງຖືກປະໄວ້ເທິງແຫຼມ ເຊີນຈ່າ, ນັກທ່ອງທ່ຽວ ຍັງໄດ້ເຈືອ ຈານເຂົ້າກັບ ຫວ່າງເວຫາ ທີ່ໃຫຍ່ໂຕມະໂຫຖານຂອງພູພາ ປ່າດົງ ທ່ີ ກວ້າງໃຫຍ່ ໄພສານ ຂອງ ທະເລ, ກໍ່ຄືຊອກຮູ້ເພີ່ມ ເຕີມກ່ຽວ ກັບຊີວິດ ການເປັນຢູ່ຢ່າງສະຫງົບງຽບ, ທຳມະດາສາມັນ ແຕ່ເຕັມໄປ ດ້ວຍຄວາມໝາຍຂອງ ບັນດານັກວິສາວະກອນ ທີ່ເຝົ້າຍາມ ໂຄມໄຟ ທະເລຢູ່ ເທິງແຫຼມ ເຊີນຈ່າ. 
 
ບົດ ແລະ ພາບ: ແທງຮ່ວາ

Bài và ảnh: Thanh Hòa

ຂຶ້ນ ຫຼັງຄາ ພາກໃຕ້

ຂຶ້ນ “ຫຼັງຄາ ພາກໃຕ້”

ຕັ້ງຢູ່ໃນລະດັບຄວາມສູງ 986 ມ, ພ້ອມອາກາດສົດຊື່ນ, ເຢັນສະ ບາຍ ແລະ ທິວທັດແສນສວຍງາມ, ພູ ບ່າແດນ ໄດ້ຮັບຂະໜານນາມວ່າ “ພູສູງອັນດັບໜຶ່ງ ຂອງ ພາກໃຕ້”, “ຫຼັງຄາ ພາກໃຕ້”. ດ້ວຍຄວາມອຸດົມ ສົມບູນ ຈາກທຳມະຊາດ ແລະ ການລົງທຶນ, ສ້າງຈາກສອງມື ແລະ ມັນສະໝອງ ຂອງ ມະນຸດ, ພູບ່າແດນ ໄດ້ກາຍເປັນຈຸດໝາຍປາຍທາງ ຂອງ ການທ່ອງທ່ຽວທີ່ໜ້າສົນໃຈ ແລະ ບໍ່ຄວນພາດສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດເມື່ອເດີນທາງມາຍັງ ແຂວງ ໄຕນິງ.

Top