• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ້ອງ​ວ່າການ​ລັດ​ຖະ​ບານ​ຕ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ວິ​ທີ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຕອນເຊົ້າວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ອົງຄະນະພັກຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ໄຂວາລະທີ 2 ຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການລັດຖະບານຄັ້ງທີ XXVI, ອາຍຸການ 2020 - 2025 ຂຶ້ນ ໂດຍມີການເຂົ້າຮ່ວມ ແລະ ຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.


ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການລັດຖະບານຄັ້ງທີ XXVI, ອາຍຸການ 2020 - 2025

(ພາບ: VGP) 


ທີ່ກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ເນັ້ນໜັກເຖິງບັນດາໜ້າທີ່ທີ່ໄດ້ວາງອອກໃຫ້ແກ່ຫ້ອງວ່າການລັດຖະບານໃນໄລຍະຈະມາເຖິງ. ທ່ານກ່າວວ່າ:

        ກ່ອນອື່ນໝົດ, ໃນສະພາບການໂລກລະບາດ Covid  19 ພວມມີການຜັນແປຢ່າງສັບສົນນັ້ນ, ຕ້ອງສຸມໃສ່ເປັນເສນາທິການ, ຊຸກຍູ້ການຜັນຂະຫຍາຍບັນດາວິທີການທີ່ໄດ້ວາງອອກຢ່າງມີປະສິດທິຜົນເພື່ອແນໃສ່ປະຕິບັດໃຫ້ສຳເລັດ “ເປົ້າໝາຍຄວບຄູ່”, ທັງຮັບມື, ປ້ອງກັນ, ສະກັດກັ້ນ, ຄວບຄຸມໂລກລະບາດ Covid  - 19 ຢ່າງມີປະສິດທິຜົນ, ຜ້ອມທັງຟື້ນຟູເສດຖະກິດ, ກຳນົດ ແລະ ຍາດແຍ່ງ ດີບັນດາກາລະໂອກາດໃຫ້ເປັນຢ່າງເພື່ອພັດທະນາປະເທດຊາດ.

        ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ຫ້ອງວ່າການລັດຖະບານປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງກ່ຽວກັບວຽກງານຖະແຫຼງຂ່າວ ແລະ ສື່ສານຕາມທິດເປັນມືອາຊີບ, ຫຼາຍຮູບແບບ, ຮັບໃຊ້ວຽກງານຊີ້ນຳ, ນຳພາບໍລິຫານຂອງ ລັດຖະບານ ແລະ ນາຍົກລັດຖະມົນຕີ ຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top