• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼຸດ​ເວ​ລາ​ໃນ​ການ​ຈັດກອງ​ປະ​ຊຸມສະ​ໄໝ​ສາ​ມັນ​ເທື່ອ​ທີ ສອງລົງ ແຕ່​ກໍ່ຍັງ​ຮັບ​ປະ​ກັນ​ຫຼັກ​ການ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ຂອງກ​ານ​ເຄື່ອນ​ໄຫວ​

ທີ່ການພົບປະ, ບັນດາຜູ້ ມີສິດເລືອກຕັ້ງ ໄດ້ປະກອບຄຳເຫັນທີ່ອຸດົມສົມບູນ, ເລິກເຊິ່ງກວ້າງຂວາງ, ກ່ຽວຂ້ອງຫຼາຍຂົງເຂດ. ທ່ານປະທານສະພາແຫ່ງຊາດ ໄດ້ເຫັນດີຕໍ່ບັນດາຄຳເຫັນ, ຂໍ້ສະເໜີຕ່າງໆຂອງຜູ້ມີສິດເລືອກຕັ້ງ, ສະເໜີໃຫ້ຫົວໜ່ວຍທີ່ກ່ຽວຂ້ອງຈົ່ງລວບລວມ ແລະ ສະເໜີຕໍ່ຂັ້ນຕ່າງໆເພື່ອແກ້ໄຂ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ຕອນເຊົ້າວັນທີ 17 ພະຈິກ, ຢູ່ສະຖານທີ່ເຊື່ອມຕໍ່ຈາກໃຈກາງເມືອງ ຫ໋າຍອານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຂອງ 8 ຕາແສງ ໃນບໍລິເວນ ຕາມແບບທາງໄກ ສົມທົບໂດຍກົງ ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຊຸດທີ XV.

ທີ່ການພົບປະ, ບັນດາຜູ້ ມີສິດເລືອກຕັ້ງ ໄດ້ປະກອບຄຳເຫັນທີ່ອຸດົມສົມບູນ, ເລິກເຊິ່ງກວ້າງຂວາງ, ກ່ຽວຂ້ອງຫຼາຍຂົງເຂດ. ທ່ານປະທານສະພາແຫ່ງຊາດ ໄດ້ເຫັນດີຕໍ່ບັນດາຄຳເຫັນ, ຂໍ້ສະເໜີຕ່າງໆຂອງຜູ້ມີສິດເລືອກຕັ້ງ, ສະເໜີໃຫ້ຫົວໜ່ວຍທີ່ກ່ຽວຂ້ອງຈົ່ງລວບລວມ ແລະ ສະເໜີຕໍ່ຂັ້ນຕ່າງໆເພື່ອແກ້ໄຂ.

ແບ່ງປັນຄຳເຫັນກັບຜູ້ມີສິດເລືອກຕັ້ງກ່ຽວກັບບັນຫາສືບຕໍ່ປ່ຽນແປງໃໝ່, ຍົກສູງປະສິດທິຜົນ ການເຄື່ອນໄຫວຂອງ ສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຢັ້ງຢືນວ່າ: ສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ພວມສືບຕໍ່ມານະພະຍາຍາມປ່ຽນແປງໃໝ່, ຍົກສູງປະສິດທິພາບ, ປະສິດທິຜົນໃນການເຄື່ອນໄຫວ, ຮັບປະກັນທຸກລັດຖະນະໂຍບາຍລ້ວນແຕ່ເພື່ອຜົນປະໂຫຍດອັນຊອບທຳຂອງ ປະຊາຊົນ, ວິສາຫະກິດ. ການປ່ຽນແປງໃໝ່ຢູ່ກອງປະຊຸມຄັ້ງນີ້ແມ່ນໄດ້ຫຼຸດເວລາໃນການຈັດກອງປະຊຸມລົງ ແຕ່ກໍ່ຍັງຮັບປະກັນຫຼັກການຍົກສູງຄຸນນະພາບ ແລະ ປະສິດທິຜົນໃນການເຄື່ອນໄຫວ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top